ຂ່າວຫຼ້າສຸດ

ກອງປະຊຸມ ແລກປ່ຽນບົດຮຽນ ການເຮັດທົດລອງປະເມີນວຽກງານການສ້າງລັດ ທີ່ປົກຄອງດ້ວຍກົດໝາຍໃນຂົງເຂດປົກຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VII ແລະ ເປີດຮຽນຊຸດໃໝ່ ຂັ້ນກາງ ຮຸ່ນທີ VIII ແລະ ຂັ້ນຕົ້ນ ຮຸ່ນທີ X ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ, ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບປື້ມຕຳລາການຮຽນ-ການສອນ ໃຫ້ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ວັນທີ 23 ຕຸລາ 2020 ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາໂດຍ ທ່ານ ປອ ຄໍາມອນ ຈັນທະຈິດ ຮັກສາການຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະພະນັກງານພາຍໃນກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ, ໄດ້ນໍາເອົາປື້້ມຕຳລາການຮຽນ-ການສອນ ທີ່ເປັນຜົນງານການຄົ້ນຄວ້າວິທະຍາສາດຂອງ ສະຖາບັນ ມາມອບໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອສະໜອງໃຫ້ແກ່ການຮຽນ-ການສອນໃນກຸ່ມວິຊາການເມືອງຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ. ກ່າວມອບໂດຍ ທ່ານ ປອ ຄຳມອນ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນ ລະບົບຊັ້ນກາງຮຸ່ນທີ XI

ວັນທີ 20-21 ຕຸລາ 2020 ໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປືເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາທິດສະດີການເມືອງແລະການປົກຄອງລະບົບຊັ້ນກາງຮຸ່ນທີXIຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະພັກ, ຄະນະໂຮງຮຽນ, ຫົວໜ້າຂະແໜງ ແລະຮອງຂະແໜງພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ. ຫົວຂໍ້ທີ່ນໍາມາຄົ້ນຄວ້າທັງໝົດມີ 51ຫົວຂໍ້. ໂດຍມີການສົມທຽບ ລະຫວ່າງ ຫົວຂໍ້ບົດປ້ອງກັນທີ່ໄດ້ເລືອກມາກັບໜ້າທີ່ວຽກງານທີ່ນັກສຶກສາຮັບຜິດຊອບຕົວຈິງຢູ່ໃນກົມກອງ ແລະກັບຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາຮຸ່ນອື່ນໆທີ່ໄດ້ຂຽນຜ່ານຂັ້ນສຸດທ້າຍແລ້ວ. ການຄົ້ນຄວ້າໃນຄັ້ງນີ້, ຄູ-ອາຈານແຕ່ລະທ່ານໄດ້ປະກອບຄໍາຄິດຄໍາເຫັນໃສ່ແຕ່ລະຫົວຂໍ້ບົດປ້ອງກັນຢ່າງກົງໄປກົງມາ ແລະຕົກລົງເປັນເອກະພາບຮັບຮອງເອົາ 51 ຫົວຂໍ້ເພື່ອນໍາສະເໜີສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຄົ້ນຄວ້າຕົກລົງໃຫ້ນັກສຶກສາລະບົບຊັ້ນກາງຮຸ່ນທີ…

ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ລົງກໍ່ສ້າງຮາກຖານການເມືອງ ຢູ່ ກຸ່ມບ້ານໝາກນາວເໜືອຈັດລາຍການໂທລະໂຄ່ງບ້ານ

ໃນແຕ່ລະຕອນເຊົ້າຂອງທຸກໆວັນ ເລີ່ມແຕ່ເວລາ 6:30-7:00 ນາທີ ໜ່ວຍນັກສຶກສາຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານໝາກນາວເໜືອໄດ້ພ້ອມກັນຈັດລາຍການໂດຍຜ່ານໂທລະໂຄ່ງບ້ານ ບັນລະຍາຍໂດຍ: ທ້າວຄອນສະຫວັນ ເລືອງວັນ ແລະ ນາງ ແສງອາລຸນ ມະນີທວງ ພາຍໃຕ້ການຊີ້ນຳຂອງຄະນະບ້ານ ແລະ ທ່ານ ທອງຕາ ຫຼໍ່າມີໄຊ ຫົວໜ້າກຸ່ມນຳພານັກສຶກສາລົງກໍ່ສ້າງຮາກຖານ; ເນື້ອໃນທີ່ນຳມາສະເໜີເຜີຍແຜ່ໃນແຕ່ລະເຊົ້າແມ່ນໄດ້ເອົາເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປລາວ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມທັງໄດ້ໂຄສະນາວັນສຳຄັນຕ່າງໆ ເປັນຕົ້ນແມ່ນວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100…

ຈັດປາຖະກະຖາໃນຫົວຂໍ້: ນະໂຍບາຍການຕ່າງປະເທດອົດສະຕຣາລີ

ໃນວັນທີ 16 ຕຸລາ 2020 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະພັນພົວຕ່າງປະເທດສູນກາງພັກ ສົມທົບກັບສະຖານທູດອົດສະຕຣາລີ ໄດ້ຈັດປາຖາກະຖາ ໃນຫົວຂໍ້: “ນະໂຍບາຍການຕ່າງປະເທດ ຂອງອົດສະຕຣາລີ ແລະສາຍພົວພັນສອງຝ່າຍ ລາວ-ອົດສະຕຣາລີ ຄົບຮອບ 68 ປີ” ເຊິ່ງເປັນຄັ້ງທຳອິດ ທີ່ສະຖານທູດໄດ້ມາບັນລະຍາຍ. ໃນໂອກາດດັ່ງກ່າວໃຫ້ກຽດການບັນລະຍາຍຂອງ ທ່ານ ຊ໋ອງ-ເບີນາດ ຄາຣາສະໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ຫົງແກ້ວ…

ຂ່າວອື່ນໆ