Month: February 2021

ພິທີວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄົບຮອບ 26 ປີ

          ໃນຕອນເຊົ້າ ຂອງວັນທີ 26 ກຸມພາ 2021 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ໄດ້ຈັດພິທີ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 26 ປີ (27.02.1995 – 27.02.2021). ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ,…

ສູນກາງສະຫະພັນກຳມະບານລາວ ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງອົງການຈັດຕັ້ງກຳມະບານລາວ ແລະເຝິກອົບຮົມສ້າງຄວາມເຂັ້ມແຂງ ທາງດ້ານວຽກງານກຳມະບານ ໃຫ້ ສະມາຊິກກຳມະບານ ສມປຊ

ໃນວັນທີ 23 ກຸມພາ ສະຫະພັນກໍາມະບານສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະບານລາວຄົບຮອບ 65 ປີ (1 ກຸມພາ ປີ 1956 -1 ກຸມພາ ປີ 2021) ໂດຍໃຫ້ກຽດເລົ່າມູນເຊື້ອຂອງ ທ່ານ ນ.ອາລີ ວົງໝໍ່ບຸນທໍາ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ໃຫ້ກຽດເຂົ້າຮ່ວມຮັບຟັງຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ດຳເນີນການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ໃນວັນທີ 21 ກຸມພາ 2021 ເວລາ 07:00 ໂມງ, ຢູ່ທີ່ ສະໂມສອນໃຫຍ່ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ (ໜ່ວຍເລືອກຕັ້ງທີ 67 ເຂດບ້ານທ່າງ່ອນ), ໄດ້ເປີດພິທີປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II, ໂດຍການນໍາພາ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ,…

ສະຖາບັນທຸລະກິດ ແສງສະຫວັນ ແລກປ່ຽນບົດຮຽນ ກັບໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ

ໃນວັນທີ 18 ກຸມພາ 2021 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ ໄດ້ມີພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຖາບັນທຸລະກິດ ແສງສະຫວັນ ນໍາໂດຍທ່ານ ປອ ຄຳແພງ ພັດທະດາວົງ ຜູ້ອຳນວນການສູນການສຶກສາ ສະຖາບັນທຸລະກິດ ແສງສະຫວັນ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ ນໍາໂດຍ ຂອງທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານທັງສອງພາກສ່ວນເຂົ້າຮ່ວມ. ການພົບປະແລກປ່ຽນດັ່ງກ່າວທັງສອງຝ່າຍໄດ້ລາຍງານ ການຈັດຕັ້ງປະຕິບັດສະພາບການຮຽນ-ການສອນໃນໄລຍະຜ່ານມາ…