ໃນບ່າຍຂອງວັນທີ 10 ມີນາ​ ຜ່ານ​ມານີ້ ຢູ່ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ, ຄະນະຄຸ້ມຄອງໂຄງການ ແປນິພົນ ໂຮ່ຈີມິນຄົບຊຸດ ຈາກພາສາຫວຽດ ເປັນພາສາລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເຜີຍແຜ່ ແລະ ມອບປຶ້ມນິພົນເລືອກເຟັ້ນ ມາກ-ອັງແກນ, ເລນິນ ແລະນິພົນໂຮ່ຈິມິນ ຄົບຊຸດ, ໂດຍພາຍໃຕ້ການເປັນປະທານ ແລະ ກ່າວມອບຂອງ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກໍາມະການຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫົວໜ້າຫ້ອງການ ສມປຊ, ຮອງຫົວໜ້າຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ. ໂດຍເປັນປະທານຮ່ວມ ແລະກ່າວຮັບຂອງ ທ່ານ ປອ ສຸປານີ ສິລິປຸນໂຍ, ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ມີຜູ້ຕາງໜ້າຈາກບັນດາພະແນກການຂອງແຂວງ, ມີບັນດາທ່ານພະນັກງານ, ຄູ-ອາຈານຂອງ ໂຮງຮຽນການເມືອງ-ການປົກຄອງ, ການນຳຈາກສະຖາບັນການສຶກສາ ແລະສູນຝຶກອົບຮົມ ຂອງແຂວງຈຳປາສັກເຂົ້າຮ່ວມ.

ໃນພິທີ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄຳ ໄດ້ຂຶ້ນເຜີຍແຜ່ເນື້ອໃນຂອງນິພົນໂດຍສັງເຂບ, ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງນິພົນ, ຄວາມຈຳເປັນໃນການແປນິພົນ ແລະ ທຶນຮັບໃຊ້ໂຄງການດັ່ງກ່າວ. ເຊິ່ງໂຄງການແປນິພົນໄດ້ດໍາເນີນມາ ແຕ່ວັນທີ 10 ພຶດສະພາ 2016 ເປັນ​ຕົ້ນ​ມາ ແລະ ສຳເລັດໃນທ້າຍປີ 2020 ໂດຍໄດ້ຮັບທຶນຊ່ວຍເຫຼືອຂອງ ສສ ຫວຽດນາມ ແລະ ທຶນສົມທົບຂອງຝ່າຍລາວ. ຈໍານວນປຶ້ມທີ່ນຳມາມອບໃນຄັ້ງນີ້ມີນິພົນເລືອກເຟັ້ນ ມາກ-ອັງແກນ, ເລນິນ ແລະນິພົນໂຮ່ຈີມິນ ຄົບຊຸດ ລວມທັງໝົດ 287 ເຫຼັ້ມ, ເຊິ່ງພາກສ່ວນທີ່ໄດ້ຮັບນິພົນໃນຄັ້ງນີ້ມີ: ຫ້ອງວ່າການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ໂຮງຮຽນການເມືອງ ແລະການປົກຄອງແຂວງ, ພະແນກພາຍໃນແຂວງ, ພະແນກສຶກສາທິການ ແລະກິລາແຂວງ, ແນວລາວສ້າງຊາດແຂວງ, ສະຫະພັນກໍາມະບານແຂວງ, ສະຫະພັນແມ່ຍິງແຂວງ, ຄະນະຊາວໜຸ່ມແຂວງ, ວິທະຍາໄລກົດໝາຍພາກໃຕ້, ວິທະຍາໄລຄູປາກເຊ, ມະຫາວິທະຍາໄລຈໍາປາສັກ ແລະຫໍສະໝຸດແຂວງຈໍາປາສັກ.

ໃນຕອນທ້າຍພິທີ ທ່ານຍັງໄດ້ກ່າວຕື່ມອີກວ່າ: ນິພົນໂຮ່ຈິມິນ ຄົບຊຸດ ແລະ ບັນດານິພົນເຫຼັ້ມອື່ນໆທີ່ນຳມາມອບໃນຄັ້ງນີ້ຈະເປັນຖານຂໍ້ມູນອັນລໍ້າຄ່າ, ເປັນຄັງຂໍ້ມູນທີ່ຍອດຍິ່ງໃຫ້ແກ່ວຽກງານກໍ່ສ້າງ ແລະຄົ້ນ ຄວ້າວິທະຍາສາດຂອງຕົນ ເຊື່ອໝັ້ນວ່າ ຖັນແຖວພະນັກງານນໍາພາຄຸ້ມຄອງຂອງພັກ ແລະລັດ ​ໂດຍ​ສະ​ເພາະ ແມ່ນພະນັກງານ​ຄູ-ອາ​ຈານ, ນັກຄົ້ນຄວ້າ ຢູ່ໂຮງຮຽນການເມືອງ ແລະການປົກຄອງ, ບັນດາສະຖາບັນການສຶກສາ, ສູນຝຶກອົບຮົມ ຕະຫຼອດ​ຮອດພະນັກງານທຸກຂັ້ນຈະນຳໃຊ້ນິພົນຊຸດນີ້ໃຫ້ມີປະສິດທິຜົນສູງສຸດ. ຫຼັງຈາກນັ້ນ, ຄະນະຄຸ້ມຄອງໂຄງການແປນິພົນ ໄດ້ສືບຕໍ່ເດີນທາງມອບປຶ້ມໃຫ້ທຸກແຂວງໃນພາກໃຕ້ ແລະ 2 ແຂວງ ພາກກາງຕອນລຸ່ມ (ສະຫວັນນະເຂດ ແລະຄໍາມ່ວນ) ຕໍ່ໄປ.

ມອບ-ຮັບ ປື້ມນິພົນໃຫ້ ໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ
ມອບ-ຮັບ ປື້ມນິພົນໃຫ້ ໂຮງຮຽນການເມືອງ-ການປົກຄອງ ແຂວງອັດຕະປື
ມອບ-ຮັບ ປື້ມນິພົນໃຫ້ ໂຮງຮຽນການເມືອງ-ການປົກຄອງ ແຂວງສາລະວັນ
ມອບ-ຮັບ ປື້ມນິພົນໃຫ້ ໂຮງຮຽນການເມືອງ-ການປົກຄອງ ແຂວງຄຳມ່ວນ

ຂ່າວ/ພາບ: ລຳພູນ ຖຸນໄຊຍາ
ບັນນາທິການ: ຄອນຫວັນ ແສນຍານຸພາບ