ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກສູງບົດບາດຕໍ່ກັບວຽກງານຂໍ້ມູນຂ່າວສານ ການເຄື່ອນໄຫວພາຍໃນເປັນຕົ້ນ: ຂ່າວກ່ຽວກັບ ວຽກງານການເມືອງ-ການປົກຄອງ, ວຽກງານການຮຽນ-ການສອນ, ວຽກງານສອບເສັງພາຍໃນ-ຕ່າງແຂວງ, ການເຄື່ອນໄຫວຂອງ ນັກສຶກສາ ແລະອື່ນໆ. ຊຶ່ງທັງໝົດເລົ່ານີ້ ສມປຊ ຕ້ອງໄດ້ປະສານງານເອົາຂໍ້ມູນຕ່າງໆມາຂຽນຂ່າວ ແລ້ວນຳສະເໜີລົງເວັບໄຊ ສມປຊ (www.nappa.gov.la) ເພື່ອໃຫ້ສື່ມວນຊົນໄດ້ເຂົ້າຢ້ຽມຊົມຮັບຮູ້ຂ່າວສານການເຄື່ອນໄຫວຂອງ ສມປຊ.

            ສະນັ້ນໃນວັນທີ 03 ມີນາ ທີ່ຜ່ານມາ, ພະແນກຄົ້ນຄວ້າວິໄຈຂ່າວ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ສມປຊ ຈຶ່ງໄດ້ຈັດພິທີເຝິກອົບຮົມວຽກງານຂ່າວສານ ເພື່ອຍົກສູງຄວາມຮູ້ຄວາມສາມາດ ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໂດຍການເປັນປະທານ ຂອງ ທ່ານ ປທ ບຸນປັນ ສຸມູນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ມີສຳມະນາກອນຕາງໜ້າປະສານງານຂ່າວສານຂອງຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໂຮງຮຽນການເມືອງ-ການປົກຄອງ ນະຄອນຫຼວງ ແລະນັກສຶກສາ ປະລິນຍາຕີ ຮຸ່ນທີ XXIVຫ້ອງ ກ-ຫ້ອງ ຂ,ນັກສຶກສາ ປະລິນຍາຕີ ຮຸ່ນທີXXV ຫ້ອງ ກ, ຫ້ອງ ຂ, ປະລິນຍາໂທ ຮຸ່ນທີ XVI ແລະ ອຸນະປະລິນຍາ ຮຸ່ນທີ XIX ເຂົ້າຮ່ວມ ຈຳນວນ 45 ທ່ານ, ຍິງ ພ້ອມດ້ວຍວິທະຍາກອນ ທ່ານ ຄອນສະຫວັນ ແສນຍານຸພາບ, ທ່ານ ຕາອັອດ ແສນທະວີສຸກ ແລະ ທ່ານ ນ. ດອກໄມ້ ຈັນດາລາ.

ໃນການເຝິກອົບຮົມ ວິທະຍາກອນທັງ 3 ທ່ານ ໄດ້ຍົກໃຫ້ເຫັນເຖິງພື້້ນຖານຂອງການຂຽນຂ່າວ, ເຕັກນິກການຖ່າຍຮູບພາບ ແລະ ຂັ້ນຕອນການບັນນາທິການ. ຊຶ່ງທັງ 3 ຫົວຂໍ້ທີ່ນຳມາເຝິກອົບຮົມລ້ວນແລ້ວແຕ່ແມ່ນມີຄວາມໝາຍ, ຄວາມສຳຄັນຂອງການເປັນນັກຂ່າວຕາງໜ້າໃຫ້ກົມກອງທີ່ຕົນສັງກັດ ຊຶ່ງເຮັດໃຫ້ສໍາມະນາກອນມີຄວາມຮັບຮູ້ທັນທີ, ເຂົ້າໃຈຢ່າງເລິກເຊິ່ງ ທັງພາກທິດສະດີ ແລະພາກປະຕິບັດຕົວຈິງ ໂດຍໄດ້ມີການຈັດແບ່ງສໍາມະນາກອນອອກເປັນ 3 ກຸ່ມ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ພ້ອມທັງເຮັດໃຫ້ນັກສໍາມະນາກອນສາມາດກໍາໄດ້ເນື້ອໃນລະອຽດຢ່າງເລິກເຊິ່ງ. ນອກນັ້ນ, ບັນດານັກສໍາມະນາກອນທີ່ເຂົ້າຮ່ວມຍັງໄດ້ພັດປ່ຽນກັນຂຶ້ນລາຍງານຂ່າວຕົວຈິງ ຊຶ່ງເຮັດໃຫ້ບັນຍາກາດຂອງການເຝິກອົບຮົມຍິ່ງມີຄວາມຟົດຟື້ນຂຶ້ນຕື່ມ.

            ທ່ານ ປທ ບຸນປັນ ສຸມູນທອງ ໄດ້ໂອ້ລົມ ແລະມີຄຳເຫັນຕໍ່ກັບພິທີຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດເຝິກອົບຮົມວຽກງານຂ່າວສານ ແລະທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາຈົ່ງເອົາໃຈໃສ່ຕໍ່ກັບປະສານງານຕາງໜ້າໃຫ້ກົມກອງ, ຫ້ອງຮຽນ ປະສານງານສົ່ງຂໍ້ມູນຂ່າວສານມາໃຫ້ ພະແນກຄົ້ນຄວ້າວິໄຈຂ່າວ ເພື່ອທີ່ຈະບັນນາທິການ ລົງເວັບໄຊ ອອກສູ່ສາຍຕາຜູ້ອ່ານທັງຫຼາຍ ແລະເພີ່ມຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ, ຜູກແໜ້ນຄວາມສາມັກຄີ ເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕດ້ວຍກັນ ລະຫວ່າງ ຕາງໜ້າຜູ້ປະສານກັບພະແນກຄົ້ນຄວ້າວິໄຈຂ່າວ, ທັງນີ້ກໍ່ແມ່ນປະສົບການອັນໃໝ່ເພື່ອມາພັດທະນາວຽກງານຂ່າວສານ ສມປຊ ແຕ່ລະດ້ານໃຫ້ນັບມື້ຂະຫຍາຍຕົວ ແລະດີຂຶ້ນເປັນກ້າວໆ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ