ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ສະຖາບັນການເມືອ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ

ພິທີມອບໃບຢັ້ງຢືນຊຸດຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ໃນໄລຍະ 10 ວັນ ໃຫ້ເລຂາພັກບ້ານ ແລະ ນາຍບ້ານ

ໃນຕອນບ່າຍຂອງວັນທີ 10 ກໍລະກົດ 2020 ຢູ່ທີ່ສະໂມສອນໃຫຍ່ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື. ໄດ້ຈັດພິທີມອບໃບຢັ້ງຢືນຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໃນໄລຍະ 10 ວັນ ໃຫ້ເລຂາພັກບ້ານ ແລະ ນາຍບ້ານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນປອນ ອ່ອນໄຊວຽງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອັດຕະປື, ມີບັນດາພະນັກງານ-ຄູອາຈານ ແລະ ນັກຝຶກອົມຮົມທັງໝົດເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວ…

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຍົກລະດັບຄວາມຮູ້, ຄວາມສາມາດໃນ 4 ຫົວຂໍ້ສະເພາະ

ໃນວັນທີ 8-9 ກໍລະກົດ 2020 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສມປຊ, ສະຫະພັນແມ່ຍິງ ສມປຊ ໄດ້ຈັດຝຶກອົບຮົມ 4 ຫົວຂໍ້ ສະເພາະ ໃຫ້ສະມາຊິກສະຫະພັນແມ່ຍິງ ສມປຊ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ປະທານ ສະຫະ ພັນແມ່ຍິງ ສມປຊ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ…

ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບ ແລະ ຖອດຖອນບົດຮຽນປະຈຳປີ 2020

ກອງປະຊຸມ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 10 ກໍລະກົດ, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສມປຊ. ໃຫ້ກຽດເປັນປະທານໂດຍ ທ່ານ ປທ ນ. ວະໄລລັກ ອະໄພ ຮັກສາການຫົວໜ້າ ສູນຂໍ້ມູນຂ່າວສານ, ເຂົ້າຮ່ວມມີຕາງໜ້າຂອງຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ຕາງໜ້າ ນັກສຶກສາແຕ່ລະຫ້ອງ ປະລິນຍາຕີ, ປະລິນຍາໂທ ແລະ ອະນຸປະລິນຍາ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບ…

ຮັກສາການຫົວໜ້າ ສມປຊ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ຄົນໃໝ່

          ໃນວັນ​ທີ 09 ກໍລະກົດ 2020, ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ປອ ປີເຕີ ເຮມອນ (Peter M. Haymond), ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ ປະຈຳ ສປປ ລາວ.ໃນໂອກາດພົບປະ​ຄັ້ງນີ້ ທ່ານ…

ຂ່າວອື່ນໆ