ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 (ຕຶກສູນຂໍ້ມູນຂ່າວສານ) ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງອຸປະຖໍາເຄື່ອງໃຊ້ຫ້ອງການທີ່ຈໍາເປັນຈຳນວນໜຶ່ງຈາກ 2 ພາກສ່ວນ. ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ, ຜູ້ປະຈຳການຄະນະຮັບຜິດຊອບໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພິມວິຫານ, ມີຜູ້ຕາງໜ້າຈາກກົມກວດກາ, ພະແນກຄຸ້ມຄອງຊັບສິນ ແລະໄອທີ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ຈຸດປະສົງໃນການມອບອຸປະກອນເຄື່ອງໃຊ້ໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານໃຫ້ມີວັດຖຸອຸປະກອນຮັບໃຊ້ທີ່ຈໍາເປັນ ເປັນຕົ້ນແມ່ນ ຕູ້ເກັບເອກະສານ, ຈັກຖ່າຍເອກະສານ, ຄອມພິວເຕີ້ ແລະເຄື່ອງໃຊ້ຫ້ອງການທີ່ຈໍາເປັນອື່ນໆ ເຊິ່ງສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເປັນໜ່ວຍງານຂັ້ນກົມ ຕັ້ງຂຶ້ນໃໝ່ ທີ່ຂຶ້ນກັບສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເຮັດພາລະບົດບາດໃນການເກັບກໍາ ຮິບໂຮມຂໍ້ມູນກ່ຽວກັບປະທານໄກສອນ ພົມວິຫານ ເພື່ອມາຈັດພິມເປັນນິພົນຄົບຊຸດ ໃວ້ໃຫ້ປະຊາຊົນຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າກ່ຽວແນວຄິດ, ທິດທາງ ແລະຄວາມມຸ້ງຫວັງຂອງປະທານໄກສອນ ພົມວິຫານ ໃນການກອບກູ້ເອົາປະເທດຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ເປັນບ່ອນດໍາລົງຊີວິດ ແລະທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າທີ່ຮົ່ມເຢັນເປັນສຸກຕະຫຼອດໄປຊົ່ວກາລະນານ. ໃນການເຮັດພາລະບົດບາດດັ່ງກ່າວນັ້ນ ເປັນພາລະບົດບາດທີ່ໜັກໜ່ວງ ທີ່ໃຊ້ທັງກໍາລັງວັດຖຸ ແລະກໍາລັງທາງສະຕິປັນປັນຍາຢ່າງຫຼວງຫຼາຍ ແລະໜັກໜ່ວງ ແຕ່ວ່າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເປັນໜ່ວຍງານຂັ້ນກົມທີ່ຕັ້ງຂຶ້ນໃໝ່ ຂາດເຂີນວັດຖຸອຸປະກອນທີ່ຈໍາເປັນພື້ນຖານຫຼາຍຢ່າງ.

      ດັ່ງນັ້ນ, ທາງບໍລິສັດ ພົງຊັບທະວີກຣຸບ ແລະບໍລິສັດເທຣດເຊີລາວ ຈຶ່ງເຫັນໄດ້ຄວາມສໍາຄັນໃນວຽກງານດັ່ງກ່າວນີ້ ຈຶ່ງໄດ້ຈັດຫາວັດຖຸອຸປະກອນທີ່ຈໍາເປັນພື້ນມາມອບໃຫ້ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເພື່ອນໍາໃຊ້ ເຂົ້າໃນການເຄື່ອນໄຫວວຽກງານຄົ້ນຄວ້າແນວຄິດໄກນວອນ ພົມວິຫານ ໃຫ້ມີຄວາມສະດວກ, ວ່ອງໄວຂຶ້ນ, ພ້ອມທັງຮັບປະກັນໃນການເກັບກຳຂໍ້ມູນ ແລະ ເອກະສານຕ່າງໆໃຫ້ມີຄວາມເປັນລະບົບຂຶ້ນກວ່າເກົ່າ.

      ວັດຖຸອຸປະກອນທີ່ນໍາມາມອບໃຫ້ ສູນຄົ້ນຄວ່າແນວຄິດໄກສອນພົມວິຫານ ໃນຄັ້ງນີ້ມີ: ຕູ້ເອກະສານຈໍານວນ 10 ໜ່ວຍ, ຈັກກັອບປີ 1 ໜ່ວຍ ປຮິ້ນເຕີ3 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ຄອມພິວເຕີຕັ້ງໂຕະ 2 ໜ່ວຍ, ຄອມໂນດບຸກ 2 ໜ່ວຍ ແລະ ຮາດດິດ2ອັນ ຄິດເປັນມູນຄ່າທັງໝົດກວ່າ 60.000.000 ກີບ. ກ່າວມອບໂດຍ ທ່ານ ອານຸສັກ ສຸດທິວົງ ເລຂາ ປະທານບໍລິສັດ ພົງຊັບທະວີກຣຸບ ແລະ ທ່ານ ສີສົມບັດ ດວງວິໄລແກ້ວ ປະທານບໍລິສັດເທຣດເຊີລາວ, ກ່າວຮັບໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ, ຜູ້ປະຈຳການຄະນະຮັບຜິດຊອບໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ. ຈາກນັ້ນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຂອບໃຈ ທັງ 2 ບໍລິສັດ ທີ່ມີນໍ້າຈິດນໍ້າໃຈປະກອບສ່ວນຊຸກຍູ້ທາງດ້ານວັດຖຸອຸປະກອນທີ່ຈໍາເປັນໃຫ້ກັບສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຊິ່ງການປະກອບສ່ວນດັ່ງກ່າວນີ້ ເປັນການປະກອບສ່ວນອັນໃຫຍ່ຫຼວງທີ່ສຸດ ເຮັດໃຫ້ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ມີພື້ນຖານວັດຖຸທີ່ຈຳເປັນ ທີ່ສາມາດຕອບສະໜອງກັບໜ້າທີ່ວຽກງານໃນຕໍ່ໜ້າ ແລະຍາວນານ, ເພື່ອຈາລຶກຄຸນງາມຄວາມດີນີ້ຈຶ່ງໄດ້ມອບໃບຍ້ອງຍໍຊົມເຊີຍໃຫ້ກັບ 2 ພາກສ່ວນອີກດ້ວຍ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ