ກອງປະຊຸມ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 10 ກໍລະກົດ, ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສມປຊ. ໃຫ້ກຽດເປັນປະທານໂດຍ ທ່ານ ປທ ນ. ວະໄລລັກ ອະໄພ ຮັກສາການຫົວໜ້າ ສູນຂໍ້ມູນຂ່າວສານ, ເຂົ້າຮ່ວມມີຕາງໜ້າຂອງຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ຕາງໜ້າ ນັກສຶກສາແຕ່ລະຫ້ອງ ປະລິນຍາຕີ, ປະລິນຍາໂທ ແລະ ອະນຸປະລິນຍາ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນວຽກງານຫໍສະໝຸດ ສມປຊ ໃນໄລຍະ 1 ປີ ທີ່ຜ່ານມາ, ໃນກອງປະຊຸມ ທ່ານ ວຽງສະຫວັນ ຈັນທະວີໄຊ ຫົົວໜ້າພະແນກຫໍສະໝຸດ ສມປຊ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາ ເພື່ອທົບທວນຄືນກ່ຽວກັບການບໍລິການຂໍ້ມູນຂ່າວສານ, ຫຼັງຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄໍາຄິດ ຄໍາເຫັນເພື່ອແລກປ່ຽນບົດຮຽນ ແລະ ປະສົບການວຽກງານຫໍສະໝຸດ ເຊິ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ມີການປັບປຸງດີຂຶ້ນໃນຕໍ່ໜ້າ.
ໃນໂອກາດນີ້, ປະທານກອງປະຊຸມໄດ້ໄດ້ມີຄຳເຫັນຊີ້ນຳ ໃຫ້ທຸກພາກສ່ວນ ເອົາໃຈໃສ່ ສຸມຈິດໃຈແລະ ມີການຄົ້ນຄວ້າ ສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ພ້ອມກັນຄົ້ນຄວ້າຢ່າງມີຫົວຄິດປະດິດສ້າງ; ພ້ອມທັງກ່າວຍ້ອງຍໍຊົມເຊີຍພະແນກຫໍສະໝຸດ ທີ່ມີຄວາມຮັບຜິດຊອບເອົາໃຈໃສ່ຕໍ່ກັບວຽກງານຫໍສະໝຸດຢ່າງເປັນເຈົ້າການຈົນສຳເລັດຜົນຕາມຈຸດປະສົງທີ່ວາງໄວ້. ພ້ອມນີ້, ໄດ້ສະເໜີໃຫ້ແຕ່ລະພາກສ່ວນທີ່ນຳໃຊ້ຫໍສະໝຸດ ນຳເອົາເນື້ອໃຈຈິດໃຈທີ່ແລກປ່ຽນບົດຮຽນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ, ຄູ-ອາຈານ ທີ່ຢູ່ໃນຄວາມຮັບຜິດຊອບໃນຂັ້ນຂອງຕົນຮັບຮູ້ ເຂົ້າໃຈ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ