ໃນຕອນບ່າຍຂອງວັນທີ 10 ກໍລະກົດ 2020 ຢູ່ທີ່ສະໂມສອນໃຫຍ່ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື. ໄດ້ຈັດພິທີມອບໃບຢັ້ງຢືນຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໃນໄລຍະ 10 ວັນ ໃຫ້ເລຂາພັກບ້ານ ແລະ ນາຍບ້ານ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນປອນ ອ່ອນໄຊວຽງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອັດຕະປື, ມີບັນດາພະນັກງານ-ຄູອາຈານ ແລະ ນັກຝຶກອົມຮົມທັງໝົດເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວ ໄດ້ມອບໃບຢັ້ງຢືນໃຫ້ເລຂາພັກບ້ານ ແລະ ນາຍບ້ານ ຈໍານວນ 30 ສະຫາຍ, ຍິງ 1 ສະຫາຍ.

ໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອລົມຂອງທ່ານ ປທ ບຸນປອນອ່ອນໄຊວຽງເລຂາ ໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອັດຕະປື ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງທິດສະດີມາກ-ເລນິນ, ທັດສະນະຂອງພັກ, ແນວຄິດຂອງທ່ານ ປະທານ ໄກສອນ ພົມວິຫານ ແລະ ຍັງເນັ້ນໜັກໃຫ້ນັກຝຶກອົມຮົບມີຄວາມເຂົ້າໃຈ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ພ້ອມທັງນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ.

ຂ່າວ/ພາບ: ທ່ານ ນ. ລັດຕະນາ ວັນນະວົງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ