ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2020 ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການເປັນ ປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ, ມີສະຫາຍໃນຄະນະບໍລິຫານງານພັກ,…

ພິທີ ປິດຂະບວນການແຂ່ງຂັນ ກິລາຊີງຂັນຫົວໜ້າ ສມປຊ ຄັ້ງທີ IX

ໃນວັນທີ 28 ກໍລະກົດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຂະບວນການແຂ່ງຂັນ ກິລາຊີງຂັນຫົວໜ້າ ສມປຊ ຄັ້ງທີ IX ຢ່າງເປັນຂະບວນການຟົດຟື້ນ ແລະທັງບັງເປັນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະ, ຕາງໜ້າຫ້ອງການ, ກົມ, ຄະນະ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ…

ຊົມເຊີຍສະມາຊິກພັກໃໝ່ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

ວັນທີ 17 ກໍລະກົດ 2020 ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າ ສມປຊ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາໜ່ວຍພັກ ສຂມປ-ສນຫ, ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກອື່ນ ແລະສະມາຊິກພັກພາຍໃນໜ່ວຍຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກ ກົມຈັດຕັ້ງພະນັກງານ…

ກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ແນວຄິດ ເລນິນ, ຄຸນຄ່າທິດສະດີ ແລະພຶດຕິກຳໃນປະຈຸບັນ”

ໃນວັນພະຫັດ ວັນທີ 23 ກໍລະກົດ 2020 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອກະກຽມຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ພິເສດໄປກວ່ານີ້ ປີນີ້ ກໍພໍດີກັບວັນເກີດ ຂອງ ວ.ອ. ເລນິນ ຄົບຮອບ 150 ປີ (ວັນທີ 22/4/1870-22/4/2020) ກອງປະຊຸມຄັ້ງນີ້້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ…

ຂ່າວອື່ນໆ