ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວາ 2025, ທີ່ຫ້ອງ 301, ຊັ້ນ 3 ຕຶກ H, ພິທີດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນວາລະພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວຝຶກອົບຮົມ ເຊີ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ແມ່ນຈັດຂຶ້ນໂດຍອີງຕາມມະຕິຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 591/ຄຈສພ ແລະ ແຜນການເຄື່ອນໄຫວປະຈຳປີ 2025 ຂອງ ສມປຊ. ຈຸດປະສົງຫຼັກແມ່ນເພື່ອສ້າງຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບຫຼັກມູນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ແກ່ພະນັກງານການນຳຂັ້ນເມືອງ ໃຫ້ມີຄວາມຮູ້ຢ່າງເລິກເຊິ່ງເຖິງຖອງ, ພ້ອມທັງຍົກສູງບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ ຕາມຫຼັກການແບ່ງຂັ້ນຄຸ້ມຄອງຢ່າງມີວິທະຍາສາດ. ສຳລັບຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດທີ VIII ນີ້ມີທັງໝົດ 46 ທ່ານ ໃນນີ້ປະກອບມີກໍາມະການປະຈໍາພັກແຂວງ 3 ທ່ານ ແລະ ກໍາມະການພັກແຂວງ 43 ທ່ານ, ເຊິ່ງມາຈາກນະຄອນຫຼວງວຽງຈັນ 2 ທ່ານ ແລະ ມາຈາກບັນດາແຂວງທົ່ວປະເທດ 44 ທ່ານ. ເນື້ອໃນການຝຶກອົບຮົມໃນຄັ້ງນີ້ກວມເອົາບັນຫາພື້ນຖານທີ່ສຳຄັນໂດຍແບ່ງອອກເປັນ 2 ພາກໃຫຍ່ລວມທັງໝົດ 24 ຫົວຂໍ້, ໃຊ້ເວລາຝຶກອົບຮົມທັງໝົດ 15 ວັນ (ລະຫວ່າງວັນທີ 15-30 ທັນວາ 2025).

  1. ພາກທິດສະດີການເມືອງ-ການປົກຄອງ (16 ຫົວຂໍ້): ດຳເນີນແຕ່ວັນທີ 15-24 ທັນວາ. ບັນດານັກຝຶກອົບຮົມຈະໄດ້ຄົ້ນຄວ້າກ່ຽວກັບພື້ນຖານທິດສະດີ ແລະ ແນວທາງການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດ, ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພິເສດ, ຫຼັກສູດຍັງ ເນັ້ນໜັກໃສ່ “ການເປັນຜູ້ນຳແບບໃໝ່”, ການນຳພາປະຕິບັດມະຕິ 3 ສ້າງໃນການພັດທະນາຊົນນະບົດ ແລະ ການແກ້ໄຂຂໍ້ຂັດແຍ່ງຢູ່ຂັ້ນເມືອງ, ລວມເຖິງວຽກງານການຕ່າງປະເທດ, ວຽກງານຊົນເຜົ່າ ແລະ ສາດສະໜາ.
  2. ພາກທິດສະດີການບໍລິຫານຄຸ້ມຄອງລັດ (8 ຫົວຂໍ້):ດຳເນີນແຕ່ວັນທີ 25-30 ທັນວາ.ຈະເນັ້ນໃສ່ທັກສະການບໍລິຫານລັດໃນລະບົບການເມືອງ, ການບໍລິຫານການປ່ຽນແປງ, ການວາງແຜນຍຸດທະສາດ, ການຄຸ້ມຮູບແບບການຮຽນ-ການສອນແມ່ນຈະເນັ້ນການບັນຍາຍຈາກຄູ-ອາຈານ, ຜູ້ຊົງຄຸນວຸດທິຈາກ ສມປຊ ແລະ ອາຈານຮັບເຊີນລະດັບການນຳຂັ້ນລັດຖະມົນຕີ, ຮອງລັດຖະມົນຕີມາຖ່າຍທອດບົດຮຽນ ແລະ ພຶດຕິກຳຕົວຈິງ, ພ້ອມທັງມີການສົນທະນາແລກປ່ຽນ, ໄປທັດສະນະສຶກສາເພື່ອສົມທຽບທິດສະດີກັບໜ້າວຽກຕົວຈິງ.

      ໃນໂອກາດກ່າວເປີດພິທີ, ທ່ານ ຮສ ພູວົງ ອຸ່ນຄຳແສນໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳອັນມີຄ່າ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມພາຍນອກ ແລະ ພາຍໃນ ທີ່ມີຄວາມທ້າທາຍຫຼາຍປະການ. ທ່ານກ່າວວ່າ: “ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນໃນທ່າມກາງທີ່ສະພາບການຂອງໂລກ ແລະ ອະນຸພາກພື້ນມີຄວາມສັບສົນ ແລະ ການແກ່ງແຍ່ງຜົນປະໂຫຍດທາງເສດຖະກິດຂອງບັນດາປະເທດມະຫາອຳນາດ”.

ທ່ານປະທານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ “ທິດສະດີ” ໂດຍທ່ານໄດ້ຍົກເອົາຄຳສອນຂອງ ທ່ານ ເລນິນ ທີ່ວ່າ: “ບໍ່ມີທິດສະດີປະຕິວັດ ກໍບໍ່ມີຂະບວນການປະຕິວັດ” ແລະ ຄຳສອນຂອງ ປະທານ ໄກສອນ ພົມວິຫານ ທີ່ປຽບທິດສະດີແມ່ນອາວຸດທີ່ດີກວ່າໝູ່ ເພື່ອໃຫ້ພວກເຮົາຮັບຮູ້ສັງຄົມ ແລະ ດັດສ້າງສັງຄົມ”.

      ພິເສດ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ນຳເອົາທິດຊີ້ນຳຂອງສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ມາກ່າວຢ້ຳເຕືອນບັນດາເລຂາພັກເມືອງໃຫ້ຍຶດໝັ້ນຫຼັກການ“3 ເປັນ, 7 ຮູ້”ຄື:

  • 3 ເປັນ: ເປັນຄົນດີ, ເປັນຄົນເກັ່ງ, ເປັນຜູ້ຫ້າວຫັນປະຕິວັດ.
  • 7 ຮູ້: ຮູ້ເຮັດວຽກ, ຮູ້ເສຍສະຫຼະ, ຮູ້ອັນຖືກ-ອັນຜິດ, ຮູ້ວາງແຜນ, ຮູ້ຈັດຕັ້ງປະຕິບັດແຜນ, ຮູ້ການເຮັດວຽກທີ່ຖືກຫຼັກການ, ມີວິທະຍາສາດ, ປະດິດສ້າງ ແລະ ຮູ້ດຳລົງຊີວິດທີ່ເປັນແບບຢ່າງ.

      ສະນັ້ນ, ທ່ານຈຶ່ງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນພື້ນຖານທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງ ແລະ ຖືເອົາໂອກາດນີ້ໃນການແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານຢູ່ທ້ອງຖິ່ນຂອງຕົນໃຫ້ເກີດດອກອອກຜົນ ແລະ ມີການຫັນປ່ຽນຢ່າງແທ້ຈິງ.

     ຜ່ານການຝຶກອົບຮົມໃນໄລຍະ 15 ວັນນີ້, ຄາດຫວັງວ່າ ບັນດາສະຫາຍເລຂາພັກເມືອງຈະສາມາດກຳແໜ້ນທິດສະດີ ແລະ ຫຼັກການຄຸ້ມຄອງລັດຢ່າງເລິກເຊິ່ງ, ສາມາດປັບປຸງແບບແຜນວິທີເຮັດວຽກ, ແບບແຜນນຳພາ-ຄຸ້ມຄອງ ໃຫ້ເປັນລະບົບ, ມີລັກສະນະວິທະຍາສາດຫຼາຍຂຶ້ນ ອັນສຳຄັນແມ່ນສາມາດນຳເອົາຄວາມຮູ້ທີ່ໄດ້ໄປຜັນຂະຫຍາຍເປັນແຜນການລະອຽດ ໃນການນຳພາສ້າງສາພັດທະນາເມືອງຂອງຕົນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສ້າງເມືອງໃຫ້ເຂັ້ມແຂງຮອບດ້ານຕາມທິດ 3 ສ້າງຂອງພັກ.

      ພິທີເປີດຊຸດຝຶກອົບຮົມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ. ພາຍຫຼັງສຳເລັດພິທີທາງການ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມໄດ້ເລີ່ມຕົ້ນການຮຽນ-ການສອນຕາມຕາຕະລາງທີ່ກຳນົດໄວ້ໃນທັນທີ.

ຂ່າວ/ພາບ:​ ທ່ານ ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ