ກອງປະຊຸມສ່ອງແສງປະຈໍາໄຕມາດ II ປີ 2020 ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ໄຂຂຶ້ນໃນເວລາ 13:30 ວັນທີ 30 ມິຖຸນາ 2020 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ປທ ອຸບົນ ມະຫາໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ບັນດາກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ກົມກອງອ້ອມຂ້າງສູນກາງເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ສະຫາຍ ສົມສະນຸກ ພົງສີສັດຕະນາກ ຮອງຫົວໜ້າຫ້ອງການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານຊາວໜຸ່ມປະຈໍາໄຕມາດ II ປີ 2020 ໂດຍຫຍໍ້ວ່າ: ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວບັນດາແຂວງ, ນະຄອນຫຼວງ, ກະຊວງ, ອົງການ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໂດຍການໂຄສະນາຜ່ານລາຍການວິທະຍຸ, ໂທລະພາບ ແລະ ເວັບໄຊຂອງ ຄຊປປລ. ອັນພົ້ນເດັ່ນທີ່ສຸດແມ່ນໄດ້ຄົ້ນຄວ້າ, ເຊື່ອມຊຶມມູນເຊື້ອດ້ວຍການຈັດກອງປະຊຸມສໍາມະນາວິທະຍາສາດກ່ຽວກັບມູນເຊື້ອ 65 ປີ ຂອງ ຄຊປປລ ເພື່ອເປັນບ່ອນອີງໃຫ້ແກ່ ຄຊປປລ ຂອບເຂດທົ່ວປະເທດໃນການຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜມູນເຊື້ອຊາວໜຸ່ມ-ເຍົາວະຊົນ; ໄດ້ຈັດພິທີຖະແຫຼ່ງຂ່າວເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະວັນສ້າງຕັ້ງ ຄຊປປລ ເຊິ່ງຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງພັກ ແລະຜົນງານການເຕີບໃຫຍ່ຂະຫຍາຍຕົວ ຄຊປປລ; ຄຽງຄູ່ກັນນັ້ນກໍໄດ້ສ້າງຄຣິບວີດີໂອສັ້ນ ແລະ ສະຕິກເກີ້ກ່ຽວກັບ ຄຊປປລ, ການປ້ອງກັນເຊື້ອພະຍາດອັກເສບປອດສາຍພັນໃໝ່  (ໂຄວິດ 19) ແລະ ໄດ້ແຕ່ງເພງທີ່ມີຊື່ວ່າ:  ຍັງຢູ່ຄຽງຂ້າງສະເໝີ ເພື່ອປຸກລະດົມ ແລະ ໃຫ້ກໍາລັງໃຈໃນທົ່ວປວງຊົນ ຜ່ານວິກິດນີ້ໄປພ້ອມກັນ.

      ໄດ້ຮັບຟັງການລາຍງານການດໍາເນີນກອງປະຊຸມ 3 ຂັ້ນຂອງ ຄຊປປລ ໃນຂອບເຂດທົ່ວປະເທດ ປັດຈຸບັນສຳເລັດດັ່ງນີ້:
– ກອງປະຊຸມໃຫຍ່ສະມາຊິກ ຊປປລ ຂັ້ນເມືອງ ແລະ ຮາກຖານ 100%,
– ສະເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງໄດ້ 148 ເມືອງ ເທົ່າກັບ 100%. ຜ່ານການເປີດກອງປະຊຸມໃຫຍ່ອົງຄະນະພັກເມືອງໃນຈຳນວນ 143 ເມືອງ ເລຂາຊາວໜຸ່ມເມືອງໄດ້ຮັບເລືອກຕັ້ງເປັນກໍາມະການພັກເມືອງ 119 ສະຫາຍ,​ ຍິງ 24 ສະຫາຍ,
– ສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງໄດ້ 10 ແຂວງຄື: ແຂວງຄຳມ່ວນ,​ ອຸດົມໄຊ,​ ຫຼວງນໍ້າທາ,​ ຈຳປາສັກ,​ ບໍ່ແກ້ວ,​ ເຊກອງ,​ ຫຼວງພະບາງ,​ ສາລະວັນ, ບໍລິຄຳໄຊ ແລະ ແຂວງວຽງຈັນ.
– ສຳເລັດກອງປະຊຸມໃຫຍ່ຜູ້ແທນຜູ້ແທນຊາວໜຸ່ມບັນດາກະຊວງ 13 ກະຊວງ ແລະ ອົງການ ສຳເລັດ 11 ອົງການ.
– ສໍາລັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວກໍໄດ້ສໍາເລັດກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນ ແລະ ສໍາເລັດກອງປະຊຸມໜ່ວຍພັກບັນດາກົມອ້ອມຂ້າງ 9 ໜ່ວຍພັກ, ຍັງ 2 ໜ່ວຍພັກ.
– ວຽກງານ 4 ບຸກ: ມາຮອດປັດຈຸບັນໄດ້ຮັບການຢັ້ງຢືນເປັນ ຄຊປປລ 4 ບຸກ ໃນຂອບເຂດທົ່ວປະເທດ ຈໍານວນ 140 ເມືອງ ເທົ່າກັບ 94,59%, ໄດ້ 8 ແຂວງ ແລະ 1 ນະຄອງຫຼວງ ເທົ່າກັບ 50%,​ 15 ກະຊວງ ເທົ່າກັບ 83.33% ແລະ 14 ອົງການ ເທົ່າກັບ 66,66%, ໄດ້ຮັບທຸງໄຊນຳໜ້າ 60 ເມືອງ ເທົ່າກັບ 40,54%,​ 2 ແຂວງ 11,11%,​ 3 ກະຊວງ ເທົ່າກັບ 16, 66% ແລະ 4 ອົງການ ເທົ່າກັບ 19,4%.

ສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນກ່າວມອບ ໃບຍ້ອງຍໍ ຄະນະບໍລິຫານງານຊາວໜຸ່ມ ສມປຊ ໃນການປະກອບສ່ວນເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງ


ພ້ອມນັ້ນກໍໄດ້ຮັບຟັງການລາຍງານວຽກງານຈຸດສຸມຂອງ  ຄຊປປລ ໃນໄລຍະ 3 ເດືອນຕໍ່ໜ້າ. ຈາກນັ້ນທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານຊາວໜຸ່ມ ສມປຊ ກໍໄດ້ລາຍງານການເຄື່ອນໄຫວວຽກງານຂອງຊາວໜຸ່ມ ສມປຊ ປະຈໍາໄຕມາດ II ໂດຍຫຍໍ້ ແລະເສະເໜີບາງຜົນສໍາເລັດວ່າ: ຄະນະຊາວໜຸ່ມ ສມປຊ ໄດ້ເອົາໃຈໃສ່ໃນການເຮັດວຽກງານແນວຄິດ, ຊຸກຍູ້ໃຫ້ແກ່ຮາກຖານໃຫ້ດໍາເນີນຊີວິດການເມືອງປົກກະຕິ ໂດຍຜ່ານຊ່ອງ ທາງຕ່າງໆຕາມທ່າແຮງ; ຊາວໜຸ່ມໄດ້ເອົາໃຈໃສ່ປະຕິບັດໜ້າທີວິຊາສະເພາະຂອງຕົນເອງຢ່າງຫ້າວຫັນ. ອັນພົ້ນເດັ່ນສະ ມາຊິກຊາວໜຸ່ມໄດ້ເອົາໃຈໃສ່ຄົ້ນຄວ້າບົດວິທະຍາສາດ ແລະ ຂຽນບົດວິທະຍາສາດລົງວາລະສານຢ່າງຫ້າວຫັນ ໂດຍສະ ເພາະແມ່ນໄດ້ສໍາເລັດການຈັດກອງປະຊຸມສໍາມະນາວິທະຍາສາດຫົວຂໍ້: “ບົດບາດຂອງຊາວໜຸ່ມໃນການພັດທະນາ ສມປຊ” ລວມມີ 7 ຫົວຂໍ້ຍ່ອຍ. ໄດ້ລາຍງານບາງບັນຫາທີ່ຄົງຄ້າງ ແລະ ທິດທາງວຽກງານຊາວໜຸ່ມຂອງ ສມປຊ ໃນ 3 ເດືອນ ຕໍ່ໜ້າ.
ຈາກນັ້ນບັນດາ ຄຊປປລ ກະຊວງ, ອົງການ ແລະ ນະຄອນຫຼວງ ກໍໄດ້ມີລາຍງານວຽກງານຊາວໜຸ່ມໃນຂົງເຂດ ຂອງຕົນເອງຮັບຜິດຊອບ ແລະ ໄດ້ສົນທະນາແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນສືບຕໍ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນຄົງຄ້າງ ເພື່ອເຮັດໃຫ້ວຽກງານຊາວໜຸ່ມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຮອບດ້ານ.
ໄດ້ຮັບຟັງການໂອລົມຈາກສະຫາຍ ບຸນຕາ ເທບພະວົງ ເຊິ່ງສະຫາຍໄດ້ເນັ້ນໃຫ້ແຕ່ລະໜ່ວຍງານເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຊາວໜຸ່ມ 4 ບຸກຕື່ມ ຍ້ອນວ່າວຽກງານ 4 ບຸກ ເປັນໄມ້ຫຼາວັດແທກ, ເປັນບ່ອນອີງການເຄືອນໄຫວຂະບວນການວິຊາສະເພາະ ເພື່ອເຮັດໃຫ້ຖືກຕາມແນວທາງຂອງພັກ ຫັນເປັນໜຸ່ມ; ຕ້ອງເອົາໃຈໃສ່ຕື່ມວຽກງານໂຄສະນາໃຫ້ມີຫຼາຍຮູບຫຼາຍສີ ແລະ ວຽກງານຂະບວນໃຫ້ເປັນຂະບວນຟົດຟືນກວ່າເກົ່າ. ພາຍຫຼັງສໍາເລັດກອງປະຊຸມກໍໄດ້ມີຂະ ບວນການປູກຕົ້ນໄມ້ເພື່ອເປັນທີ່ລະນຶກ ແລະ ຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ.

ຂ່າວ: ນ. ພູວຽງ ແກ້ວສີມີົໄຊ
ພາບ: ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ