ໃນວັນພະຫັດ ວັນທີ 23 ກໍລະກົດ 2020 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອກະກຽມຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ພິເສດໄປກວ່ານີ້ ປີນີ້ ກໍພໍດີກັບວັນເກີດ ຂອງ ວ.ອ. ເລນິນ ຄົບຮອບ 150 ປີ (ວັນທີ 22/4/1870-22/4/2020) ກອງປະຊຸມຄັ້ງນີ້້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີ: ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະບັນດາພະນັກງານຄູ-ອາຈານ ແລະນັກສຶກສາ ພາຍໃນ ສມປຊ ຈຳນວນ 614 ທ່ານເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມສຳມະນາ  ໄດ້ດຳເນີນໄປດ້ວຍເນື້ອໃນທີ່ມີຄວາມອຸດົມສົມບູນ ສ່ອງແສງໃຫ້ເຫັນວ່າ ທ່ານ ວ.ອ ເລນິນ ແມ່ນຜູ້ນຳທີ່ຍິ່ງໃຫຍ່, ເປັນອາຈານຜູ້ລ້ຳເລີດ, ຜູ້ໄຂສັງກາດໃໝ່ ຂອງຍຸກສະໄໝ ປັດຈຸບັນ, ທິດສະດີ ຂອງທ່ານ ຍັງເປັນທວນໄຟສະຫວ່າງສະໄຫວໃຫ້ແກ່ການປະຕິວັດສັງຄົມນິຍົມ ໃນທົ່ວໂລກ ເວົ້າລວມ, ການປະຕິວັດສັງຄົມນິຍົມຢູ່ ສປປ ລາວ ເວົ້າສະເພາະ. ແສງສະຫວ່າງໃນຍຸກສະໄໝຂອງລັດທິເລນິນໄດ້ຊ່ວຍເຍືອງທາງກ້າວຂຶ້ນຂອງມວນມະນຸດຢ່າງຈະແຈ້ງ ແລະນັບມື້ຍິ່ງຮຸ່ງ ເຮືອງຂຶ້ນ. ແສງສະຫວ່າງນີ້ ໄດ້ສອດສ່ອງມາຍັງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຊາວລາວພາຍຫຼັງຈາກການປະຕິວັດສັງຄົມນິຍົມເດືອນຕຸລາ ທີ່ຍິ່ງໃຫຍ່.

          ບັນດານັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມໄດ້ສຸມຈິດສຸມໃຈຮັບຟັງ ແລະພ້ອມກັນປະກອບຄຳຄິດຄຳເຫັນ, ສົນທະນາແລກປ່ຽນບົດຮຽນ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະມີຄວາມໝາຍເລິກເຊິ່ງ. ເນື້ອໃນບົດປະກອບຄຳເຫັນຂອງນັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ບັນດາເນື້ອໃນສຳຄັນຄື:

           ບັນດານັກວິທະຍາສາດ ໄດ້ພ້ອມກັນຄົ້ນຄວ້າທິດສະດີ ສ້າງຄວາມກະຈ່າງແຈ້ງ ກ່ຽວກັບນິພົນ ຂອງເລນິນ, ໂດຍມີພື້ນຖານບ່ອນອີງທາງດ້ານວິທະຍາສາດທີ່ໜາແໜ້ນ, ໄດ້ມີການຊີ້ແຈງບັນດາເນື້ອໃນ ຂອງນິພົນ ເລນິນ, ຢ່າງຮັດກຸມ, ຮັບປະກັນລັກສະນະວິທະຍາສາດ, ລັກສະນະປະດິດສ້າງ ແລະລັກສະນະຍຸກສະ    ໄໝ. ພ້ອມດຽວກັນນີ້, ຍັງໄດ້ນຳສະເໜີບັນດາແນວຄວາມຄິດທີ່ດີ, ທັດສະນະທີ່ມີປະໂຫຍດ ເຊິ່ງຈະກາຍເປັນຊ່ອງທາງໃນການປັບປຸງ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະມີແບບແຜນທີ່ທັນສະໄໝ.

          – ໃນການຄົ້ນຄວ້ານິພົນເລນິນທັງ 8 ຫົວຂໍ້ ສາມາດຢັ້ງຢືນໄດ້ວ່າ ບັນດານັກວິທະຍາສາ ລ້ວນແຕ່ສາມາດນຳສະເໜີໃຫ້ເຫັນແຈ້ງ ເຖິງສະພາບແວດລ້ອມໃນການກຳເນີດນິພົນ ​ໂດຍ​​ເນັ້ນ​ໃຫ້​ເຫັນ​ເຖິງ​ເງື່ອນ​ໄຂ​ພາວະ​ວິ​ໄສ ​ແລະອັດຕະວິ​ໄສ ​ທີ່​ແທດ​ຕົວ​ຈິງ, ຮູບ​ການ​ຄົ້ນຄວ້າ, ວິ​ທິວິທະຍາ​ໃນການ​ຄົ້ນຄວ້າ​ເຫັນ​ວ່າ​ມີ​ຄວາມ​ສອດ​ຄ່ອງ;

– ນັກວິທະຍາສາດ​ ​ໄດ້​ນຳ​ສະ​ເໜີ​ຂ້ອນ​ຂ້າງຈະ​ແຈ້ງ ຕໍ່​ກັບ​ໂຄງ​ປະກອບ​ດ້ານເນື້ອໃນຂອງນິພົນ ກ່ຽວ​ກັບ​ລັດ ​ແລະການ​ປະຕິວັດ; ໜ້າ​ທີ່​ສະ​ເພາະ​ໜ້າ ຂອງ​ອຳນາດ​ການ​ປົກ​ຄອງ​ໂຊ​ວຽດ; ນິພົນກ້າວ​ໄປ​ໜ້າ​ໜຶ່ງ​ກ້າວ ຖອຍຫຼັງ​ສອງ​ກ້າວ; ສອງ​ຍຸດ​ໂທ​ບາຍ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕ; ສາມ​ແຫຼ່ງກຳ​ເນີ​ດ ​ແລະສ່ວນ​ປະ ກອບ​ຂອງ​ລັດທິ​ມາກ; ​ເສດຖະກິດ ​ແລະການ​ເມືອງ​ໃນ​ຍຸກ​ສະ​ໄໝ​ຜະ​ເດັດ​ການ​ກຳມາຊີບ; ນິພົນ​ເຮັດ​ຫຍັງ ​ແລະ​ເຮັດ​ໜ້ອຍ​ແຕ່​ດີ.  ບັນດາ​ເນື້ອ​ໃນ​ນິພົນທັງ​ໝົດ ທີ່​ກ່າວ​ມາ​ນັ້ນ ສາມາດ​ຮັບປະກັນ​ໄດ້​​ຄວາມ​ຄົບ​ຖ້ວນໃນ​ລະດັບ​ທີ່​ແນ່ນອນ.

– ນັກວິທະຍາສາດ ​ໄດ້​ພ້ອມ​ກັນຖອດ​ໄດ້​ຄຸນຄ່າ​ທີ່​ຍືນ​ຍົງ ​ເພື່ອຜັນ​ຂະຫຍາຍ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ​ໃນ​ນີ້​ລວມມີ​ຄຸນຄ່າ​ປະຫວັດສາດ, ຄຸນຄ່າ​ຂອງ​ຍຸກ​ສະ​ໄໝ, ຄຸນຄ່າ​ທີ່​ຍືນ​ຍົງ ​ໃນ​ພາລະກິດ​ການຈັດ​ຕັ້ງ​ປະ​ບັດ​ພາລະ​ກຳ​ປະຫວັດສາດ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະຊາວ​ຜູ້​ອອກ​ແຮງ​ງານ ​ໃນ​ການ​ສ້າງ​ສັງຄົມ​ໃໝ່, ສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ. ອັນ​ນີ້ຢັ້ງຢືນ​ໃຫ້​ເຫັນ​ເຖິງຄວາມຮັບຜິດຊອບ ທັງດ້ານສະຕິປັນຍາ, ກຳລັງວັງຊາໃນການຄົ້ນຄວ້າຢ່າງມີຜົນສຳເລັດ.

– ພົ້ນ​ເດັ່ນບັນດານັກວິທະຍາສາດ ​ແລະແຂກ​ເຂົ້າ​ຮ່ວມ​ກອງ​ປະຊຸມໄດ້ພ້ອມກັນປະ​ກອບຄຳ​ເຫັນ ແລະຢືນຢັນເຖິງຄຸ່ນຄ່າ​ທີ່ເຂັ້ມແຂງຂອງລັດທິເລນິນ ແລະ ມີຄວາມເຊື່ອໝັ້ນຕໍ່ອະນາຄົດອັນຮຸ່ງເຮືອງ ພາຍໃຕ້ແສງສະຫວ່າງ ຂອງລັດທິເລນິນ; ພ້ອມ​ທັງ​ເຊື່ອ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ ລັດທິ​​ເລ​ນິນ ບໍ່​ແມ່ນ​ຄຳ​ພີ ​ເຊິ່ງລັດທິ​​ເລ​ນິນ ​ແມ່ນ​ວິທະຍາສາດ.

ຜ່ານກອງປະຊຸມສຳມະນາໃນຄັ້ງນີ້ເຮັດໃຫ້ບັນດານັກວິທະຍາສາດ, ບັນດາພະນັກງານຄູອາຈານ ພາຍໃນສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ນຳເອົາໝາກຜົນ ຂອງການຄົ້ນຄວ້ານີ້ ໄປເຜີຍແຜ່ໃຫ້ກວ້າງຂວາງ ແລະນຳໄປໝູນໃຊ້ ຢ່າງປະດິດສ້າງ. ສາມາດສັງລວມໃຫ້ໄດ້ສະພາບແວດລ້ອມໃນການກຳ ເນີດ ຂອງແຕ່ລະນິພົນ ເພື່ອກຳໃຫ້ໄດ້ວ່າເລນິນຂຽນຂຶ້ນໃນເງື່ອນໄຂສະພາບແວດລ້ອມຄືແນວໃດ, ມີຫຍັງສົ່ງຜົນກະທົບໃສ່ເຊິ່ງຮຽກຮ້ອງ ໃຫ້ເລນິນຕ້ອງຂຽນນິພົນດັ່ງກ່າວຂຶ້ນມາ. ສະພາບແວດລ້ອມດ້ານພາວະວິໄສມີຫຍັງ, ສະພາບແວດລ້ອມອັດຕະວິໄສເປັນຄືແນວໃດ, ສະພາບແວດລ້ອມທາງດ້ານທິດສະດີ, ການຂະຫຍາຍຕົວວິທະຍາສາດສັງຄົມເປັນຄືແນວໃດ ທັງໝົດນັ້ນຈະບົ່ງບອກ ໄດ້ເຖິງເນື້ອໃນແຫ່ງການກຳເນີດ ຂອງບັນ ດານິພົນເລນິນ, ສາມາດຖອດໃຫ້ໄດ້ຄຸນຄ່າ, ມໍລະດົກຍືນຍົງ ທີ່ເລນິນປະໄວ້ໃຫ້ຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານ, ບົດຮຽນອັນເລີດລ້ຳອັນໃດ ທີ່ຄວນຕ້ອງໄດ້ສືບຕໍ່ນຳໄປເຊື່ອມຊຶມ, ເຜີຍແຜ່, ສ້າງຄວາມຮັບຮູ້ເຂົ້າໃຈ, ຜັນຂະຫຍາຍຄຸນຄ່າອຳມະຕະ ຂອງນິພົນ ເຂົ້າໃນການພຶດຕິກຳຢູ່ປະເທດເຮົາ ໃຫ້ສອດຄ່ອງກັບຈຸດພິເສດ, ສະພາບແວດລ້ອມ ແລະເອກະລັກ ຂອງລະບອບປະຊາທິປະໄຕກ້າວຂຶ້ນສັງຄົມນິຍົມ. ແນໃສ່ສ້າງລັດໃຫ້ກາຍເປັນລັດ ຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງຕາມຄວາມມຸ່ງຫັວງຂອງນັກມາກຊິດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ