ວັນທີ 17 ກໍລະກົດ 2020 ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າ ສມປຊ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາໜ່ວຍພັກ ສຂມປ-ສນຫ, ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກອື່ນ ແລະສະມາຊິກພັກພາຍໃນໜ່ວຍຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກ ກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກ ສມປຊ ວ່າດ້ວຍການອະນຸມັດຮັບຮອງເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ມີ 2 ສະຫາຍຄື: ສະຫາຍ ຕາອັອດ ແສນທະວີສຸກ ແລະ ສະຫາຍ ລຳພູນ ຖຸນໄຊຍາ ຊຶ່ງທັງສອງສະຫາຍຕະຫຼອດໄລຍະທີ່ຜ່ານມາແມ່ນໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ ແລະມີເງື່ອນໄຂຄົບຖ້ວນຕາມມາດຖານທີ່ໄດ້ກໍານົດໄວ້, ພ້ອມທັງມີຜົນງານໂດດເດັ່ນຫຼາຍດ້ານໃນການເຄື່ອນໄຫວໃນໄລຍະຜ່ານມາເປັນຕົນວຽກງານຂ່າວສານ-ວາລະສານ ທີ່ເປັນກະບອກສຽງລາຍງານຂ່າວສານການເຄື່ອນໄຫວ ສມປຊ ແລະ ການບໍລິຫານວຽກງານວາລະສານ ທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈຈາກອົງການຈັດຕັ້ງ, ທັງ 2 ສະຫາຍໄດ້ມີຄວາມໜັກແໜ້ນ ອຸ່ນອຽນ-ທຸ່ນທ່ຽງ, ຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນໍາໆພາຂອງພັກຢ່າງແທ້ຈິງ. ສະນັ້ນ ມະຫາຊົນກ້າວໜ້າ 2 ສະຫາຍ ຈຶ່ງໄດ້ເຂົ້າເປັນເປັນສະມາຊິກພັກສໍາຮອງ ຊຶ່ງໃຫ້ກຽດກ່າວມອບມະຕິໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ.

ໃນໂອກາດນີ້ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ໄດ້ໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ສະມາຊິກພັກໃໝ່ທັງ 2 ສະຫາຍ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງໃນໄລຍະຜ່ານມາ ຈົນໄດ້ເຂົ້າເປັນສະມາຊິກພັກສໍາຮອງ, ພ້ອມນັ້ນສະຫາຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກກໍາແໜ້ນຄວາມໝາຍ, ຄວາມສໍາຄັນ, ພາລະບົດບາດ ແລະແນວຄິດທິດສະດີຂອງພັກ,ເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກຢ່າງເຂັ້ມງວດ, ກໍາແໜ້ນກົດລະບຽບຂອງພັກ ໂດຍສະເພາະແມ່ນ 5 ໜ້າທີ່, 6 ສິດ ແລະ 9 ຂໍ້ຫ້າມຂອງສະມາຊິກພັກ, ສືບຕໍ່ພັດທະນາຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານໃຫ້ກາຍເປັນສະມາຊິກພັກທີ່ມີຄຸນສົມບັດ ແລະເປັນແບບຢ່າງໃຫ້ແກ່ມະຫາຊົນ, ຕັ້ງໜ້າພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ; ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານການກໍ່ສ້າງໜ່ວຍພັກຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການປະກອບສ່ວນພັດທະນາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີຄວາມກ້າວໜ້າຕໍ່ໆໄປ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ