ໃນວັນທີ 28 ກໍລະກົດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຂະບວນການແຂ່ງຂັນ ກິລາຊີງຂັນຫົວໜ້າ ສມປຊ ຄັ້ງທີ IX ຢ່າງເປັນຂະບວນການຟົດຟື້ນ ແລະທັງບັງເປັນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະ, ຕາງໜ້າຫ້ອງການ, ກົມ, ຄະນະ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ນັກສຶກສາ ປະລິນຍາຕີ, ອະນະປະລິນຍາ ແລະ ປະລິນຍາໂທ ເຂົ້າຮ່ວມກັນຢ່າງພ້ອມພຽງ.

      ກ່ອນຈະເຂົ້າສູ່ພິທີປິດຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊົມການແຂ່ງຂັນນັດຊີງຊະນະເລີດ ບານເຕະ ລະຫວ່າງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ຂ ແລະ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ຊຶ່ງຜົນການແຂ່ງຂັນແມ່ນ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIII ຫ້ອງ ຂ ຊະນະດ້ວຍການດວນຈຸດໂທດ.

      ທ່ານ ປອ ສາຍຄຳ ມູນມະນີວົງ ຫົວໜ້າຄະນະຮັບຜິດຊອບກີລາ-ສິລະປະວັນນະຄະດີ ໄດ້ເປັນກຽດຂຶ້ນຜ່ານເນື້ອໃນບົດສະຫຼຸບຕະຫຼອດໄລຍະຂອງການແຂ່ງຂັນ ຊຶ່ງໄດ້ຜ່ານການເປີດຂະບວນການແຂ່ງຂັນເຫັນວ່າ: ຫຼາຍພາກສ່ວນ ໄດ້ໃຫ້ຄວາມສົນໃຈ, ໃຫ້ຄວາມສຳຄັນຕໍ່ກັບຂະບວນການຄັ້ງນີ້ເອົາໃຈໃສ່ປະກອບສ່ວນ, ສະໜັບສະໜູນ ເຮັດໃຫ້ຂະບວນການ ສາມາດດຳເນີນໄປຕາມທິດທາງ, ແຜນການ ແລະ ມີຜົນສຳເລັດໄປດ້ວຍດີ, ສາມາດເຫັນໄດ້ເຖິງບຸກຄົນ, ພາກສ່ວນ ຂອງອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ພາຍນອກ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວນີ້, ສາມາດດຶງດູດເອົາພະນັກງານ, ຄູ-ອາຈານ, ນັກສຶກສາ ຈຳນວນຫຼວງຫຼາຍເຂົ້າຮ່ວມຂະບວນການຕາມຈຸດປະສົງ ແລະ ສາມາດເຫັນໄດ້ທ່າແຮງບົ່ມຊ້ອນ, ພອນສະຫວັນ ແລະ ພອນສະແຫວງຂອງບຸກຄົນ ສະແດງອອກຢ່າງຫ້າວຫັນ ພ້ອມທັງມີແນວຄິດສ້າງສັນ ເຊິ່ງສະແດງອອກໃນການແຂ່ງຂັນ ດ້ວຍໄຫວພິບມີຄວາມຄ່ອງແຄ້ວຖືກຕ້ອງຕາມລະບຽບຂອງການແຂ່ງຂັນ.

      ສຳລັບຜົນການແຂ່ງຂັນກິລາທັງໝົດ 7 ປະເພດກິລາທີ່ໄດ້ຊະນະເລີດ ແລະ ຮອງຊະນະເລີດຄື:

      – ບານເຕະຊາຍ

  1. ທີມນັັກສຶກສາ ປະລິນຍາຕີ 23 ຂ ຊະນະເລີດ        (ປະເພດ 1)
  2. ທີມນັັກສຶກສາ ປະລິນຍາຕີ 25 ຂ ຮອງຊະນະເລີດ  (ປະເພດ 2)
  3. ທີມພະນັກງານ, ຄູ-ອາຈານ 1 ຮອງຊະນະເລີດ       (ປະເພດ 3)

– ບານເຕະຍິງ

  1. ທີມນັັກສຶກສາ ປະລິນຍາຕີ 25 ກ ຊະນະເລີດ        (ປະເພດ 1)
  2. ທີມນັັກສຶກສາ ປະລິນຍາຕີ 24 ກ ຮອງຊະນະເລີດ     (ປະເພດ 2)
  3. ທີມນັັກສຶກສາ ປະລິນຍາຕີ 23 ກ ຮອງຊະນະເລີດ     (ປະເພດ 3)

– ບານສົ່ງຊາຍ

  1. ທີມນັັກສຶກສາ ປະລິນຍາຕີ 25 ຂ ຊະນະເລີດ         (ປະເພດ 1)
  2. ທີມນັັກສຶກສາ ປະລິນຍາຕີ 23 ຂ ຮອງຊະນະເລີດ     (ປະເພດ 2)
  3. ທີມນັັກສຶກສາ ປະລິນຍາຕີ 24 ກ ຮອງຊະນະເລີດ     (ປະເພດ 3)

– ບານສົ່ງຍິງ

  1. ທີມພະນັກງານ, ຄູ-ອາຈານ 1 ຊະນະເລີດ           (ປະເພດ 1)
  2. ທີມນັັກສຶກສາ ປະລິນຍາຕີ 24 ກ ຮອງຊະນະເລີດ     (ປະເພດ 2)
  3. ທີມນັັກສຶກສາ ປະລິນຍາຕີ 23 ຂ ຮອງຊະນະເລີດ     (ປະເພດ 3)

– ເປຕັງຊາຍ

  1. ທີມນັັກສຶກສາ ອະນຸປະລິນຍາ 18 (2) ຊະນະເລີດ     (ປະເພດ 1)
  2. ທີມນັັກສຶກສາ ປະລິນຍາຕີ 25 ກ (1) ຮອງຊະນະເລີດ (ປະເພດ 2)
  3. ທີມນັັກສຶກສາ ປະລິນຍາຕີ 24 ຂ (1) ຮອງຊະນະເລີດ (ປະເພດ 3)

– ເປຕັງຍິງ

  1. ທີມນັັກສຶກສາ ປະລິນຍາຕີ 24 ຂ (1) ຊະນະເລີດ     (ປະເພດ 1)
  2. ທີມພະນັກງານ, ຄູ-ອາຈານ (2)         ຮອງຊະນະເລີດ (ປະເພດ 2)
  3. ທີມນັັກສຶກສາ ປະລິນຍາຕີ 24 ຂ (2)  ຮອງຊະນະເລີດ (ປະເພດ 3)

– ກະຕໍ້

  1. ທີມພະນັກງານ, ຄູ-ອາຈານ (2)       ຊະນະເລີດ    (ປະເພດ 1)
  2. ທີມນັັກສຶກສາ ປະລິນຍາຕີ 23 ກ     ຮອງຊະນະເລີດ (ປະເພດ 2)
  3. ທີມນັັກສຶກສາ ປະລິນຍາຕີ 24 ຂ     ຮອງຊະນະເລີດ (ປະເພດ 3)

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ