ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ ປີ 2026) ຄື: ຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ ຜ່ານລະບົບກອງປະຊຸມທາງໄກ (Online) ໄປຍັງບັນດາໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ/ນະຄອນຫຼວງ ທົ່ວປະເທດ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານ ແລະ ກ່າວຄຳເຫັນໂອ້ລົມຊີ້ນຳໂດຍ ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າເຂົ້າຮ່ວມກອງປະຊຸມທາງໄກ ມີໂຮງຮຽນການເມືອງ-ການປົກຄອງທົ່ວປະເທດ; ມີບັນດາຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນໂອກາດກ່າວເປີດ ແລະ ຊີ້ນຳດ້ານແນວຄິດ-ການເມືອງ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ເນັ້ນໜັກ ວ່າ: ການປັບປຸງຫຼັກສູດທິດສະດີການເມືອງໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດຢ່າງເລິກເຊິ່ງຕາມທິດຊີ້ນຳຂອງຄະ ນະເລຂາທິການສູນກາງພັກ, ສະພາທິດສະດີສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງພັກ ເຊິ່ງເປັນຂີດໝາຍປະຫວັດສາດທີ່ສຳຄັນໃນການຍົກລະດັບຄຸນນະພາບວຽກງານກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງໃນຍຸກສະໄໝໃໝ່. ການປັບປຸງຫຼັກສູດດັ່ງກ່າວບໍ່ພຽງແຕ່ເປັນການປັບປ່ຽນໂຄງສ້າງເວລາ ແລະ ຈຳນວນບົດ ຮຽນທາງດ້ານເຕັກນິກເທົ່ານັ້ນ, ແຕ່ແມ່ນ “ການປະຕິວັດຄຸນນະພາບການສຶກສາທາງດ້ານແນວຄິດ-ການເມືອງ” ເພື່ອຮັບປະກັນໃຫ້ຫຼັກສູດມີຄວາມກະທັດຮັດ, ຫຼຸດຜ່ອນຄວາມຊໍ້າຊ້ອນ, ເລິກເຊິ່ງທາງດ້ານທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ, ທັງສອດຄ່ອງກັບສະພາບການປ່ຽນແປງຂອງພາກພຶດຕິກຳຕົວຈິງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນວາລະກອງປະຊຸມ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ, ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ໄດ້ຜ່ານບົດວິພາກຫຼັກສູດ, ຂໍ້ກຳນົດການຈັດຕັ້ງປະຕິບັດ ແລະ ລະບຽບການປະເມີນຜົນ-ການປ້ອງກັນບົດຈົບຂັ້ນ ຂອງທັງ 3 ຂັ້ນຢ່າງລະອຽດ ເຊິ່ງມີຈຸດພົ້ນເດັ່ນຂອງການປັບປຸງຄື:

  • ຫຼັກສູດທິດສະດີການເມືອງ ຂັ້ນຕົ້ນ: ປັບເວລາຮຽນຈາກ 3 ເດືອນ ມາເປັນ 2 ເດືອນ (315 ຊົ່ວ ໂມງ, 42 ບົດຮຽນ) ເນັ້ນການປູພື້ນຖານຄວາມຮູ້ທິດສະດີ, ແນວທາງນະໂຍບາຍຂອງພັກ-ລັດ ແລະ ການຄຸ້ມຄອງຂັ້ນພື້ນຖານ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຂັ້ນຮາກຖານ.
  • ຫຼັກສູດທິດສະດີການເມືອງ ຂັ້ນກາງ: ປັບເວລາຮຽນຈາກ 6 ເດືອນ ມາເປັນ 4 ເດືອນ (630 ຊົ່ວ ໂມງ, 65 ບົດຮຽນ) ເນັ້ນການໝູນໃຊ້ທິດສະດີເຂົ້າໃນການແກ້ໄຂບັນຫາຕົວຈິງ, ໂດຍເພີ່ມຊົ່ວໂມງຮຽນໃນກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ ແລະ ການຄຸ້ມຄອງບໍລິຫານລັດ.
  • ຫຼັກສູດທິດສະດີການເມືອງ ຂັ້ນສູງ: ປັບເວລາຮຽນຈາກ 9 ເດືອນ ມາເປັນ 6 ເດືອນ, ຍົກສູງມາດຕະຖານການວິເຄາະ-ວິໄຈ, ການຄົ້ນຄວ້າກົນໄກມະຫາພາກ ແລະ ລະບຽບການປ້ອງກັນບົດຈົບຂັ້ນ ໃຫ້ມີຄວາມເຂັ້ມງວດ, ມີປະສິດທິພາບສູງ ແລະ ເປັນເອກະພາບກັນທົ່ວປະເທດ.

         ພ້ອມກັນນັ້ນ, ການປັບປຸງຫຼັກສູດຄັ້ງນີ້ ຍັງໄດ້ຫັນປ່ຽນວິທີການສິດສອນຈາກການບັນລະຍາຍພຽງຝ່າຍດຽວ ມາເປັນການເອົາຜູ້ຮຽນເປັນໃຈກາງ, ຕັ້ງບັນຫາເຈາະຈີ້ມ ແລະ ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງຂອງແຕ່ລະກົມກອງ ແລະ ທ້ອງຖິ່ນ. ກອງປະຊຸມເຊື່ອມຊຶມຫຼັກສູດທິດສະດີການເມືອງ 3 ຂັ້ນໃນຄັ້ງນີ້ ໄດ້ສ້າງຄວາມເປັນເອກະພາບສູງທາງດ້ານທັດສະນະ, ເນື້ອໃນ ແລະ ມາດຕະຖານການຮຽນ-ການສອນ ໃນລະບົບໂຮງ ຮຽນການເມືອງ-ການປົກຄອງທົ່ວປະເທດ, ເຊິ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນ ຂອງ ສມປຊ ໃນການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມສາມາດປະຕິບັດງານຕົວຈິງໃຫ້ແກ່ພະນັກງານ-ສະມາຊິກພັກ ເພື່ອເປັນກຳລັງແຮງທີ່ໜັກແໜ້ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມອຸດົມການສັງຄົມນິຍົມຢ່າງແທ້ຈິງ.

ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ແສງອາລຸນ ຂັນເງິນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ