ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່”

ວັນຄານ ວັນທີ 30 ພະຈິກ 2021 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່” ຂຶ້ນໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມປະເຊີນໜ້າກັບການລະບາດ ຂອງພະຍາດໂຄວິດ 19 ທີ່ແຜ່ຂະຫຍາຍໄປທົ່ວໂລກ ແລະ ພາຍໃນປະເທດມີຫຼາຍວຽກສຳຄັນ ທີ່ທົ່ວພັກ ແລະ ທົ່ວລັດພວມຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄລຍະເລີ່ມຕົ້ນ, ພ້ອມນີ້…

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສືບຕໍ່ປະກອບຄໍາເຫັນໃສ່ບົດສຳມະນາວິທະຍາສາດ ແນວຄິດ ຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ  ຮ່ວມກັບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດແນວຄິດ ຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມໂດຍການເປັນປະທານຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຜູ້ປະຈຳການຄົ້ນຄ້ວາ ແນວຄິດ ໄກສອນ ພົມວິຫານ ແລະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ແລະ…

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດ ຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ກ່ອນປີ 1955

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດຂຶ້ນ ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ…

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານຫ້ອງການ

ໃນວັນ​ທີ 18 ພະຈິກ 2021ທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີ​ມ​ອບ-ຮັບ ໃບ​ຢັ້ງຢືນຊາວໜຸ່ມ 4 ບຸກ ​ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານຫ້ອງການ ໂດຍການ​ເປັນປະທານຂອງ ສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ກໍາມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ​ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ​ຄະນະ​ບໍລິຫານ​ງານຊາວ​ໜຸ່ມ​ ສມປຊ, ​ຕາງໜ້າເຂົ້າຮ່ວມເປັນປະທານ ສະຫາຍ ປທ. ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ,…

ຂ່າວອື່ນໆ