ວັນຄານ ວັນທີ 30 ພະຈິກ 2021 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ການບໍລິຫານລັດແບບໃໝ່” ຂຶ້ນໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມປະເຊີນໜ້າກັບການລະບາດ ຂອງພະຍາດໂຄວິດ 19 ທີ່ແຜ່ຂະຫຍາຍໄປທົ່ວໂລກ ແລະ ພາຍໃນປະເທດມີຫຼາຍວຽກສຳຄັນ ທີ່ທົ່ວພັກ ແລະ ທົ່ວລັດພວມຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄລຍະເລີ່ມຕົ້ນ, ພ້ອມນີ້ ກໍ່ໄດ້ລິເລີ່ມຈັດຕັ້ງປະຕິບັດວາລະແຫ່ງຊາດສອງຢ່າງສຳຄັນຄື: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຕ່ລະພາກສ່ວນໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການຢ່າງເຕັມສ່ວນ.

ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນ ປະທານຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ, ຮອງເລຂາຄະນະພັກ, ປະທານກວດກາ, ຮອງຫົວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບມີບັນດາຄະນະພັກ, ຄະນະນຳ; ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະ ພ້ອມດ້ວຍບັນດານັກວິທະຍາສາດ ແລະ ພະນັກງານ-ຄູອາຈານ ຈຳນວນ 50 ກວ່າທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

         ການສຳມະນາຄັ້ງນີ້ກໍເປັນຫົວຂໍ້ໜຶ່ງທີ່ມີຄວາມສຳຄັນເປັນຢ່າງຍິ່ງ, ນອກຈາກຈະໄດ້ຮັບຮູ້ບົດ ຮຽນທາງດ້ານທາງທິດສະດີ ແລະ ພຶດຕິກຳ ໃນການບໍລິຫານລັດແບບໃໝ່ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ, ເປັນການປະກອບສ່ວນເສີມສ້າງ ແລະ ພັດທະນາຄວາມຮູ້ໃຫ້ແກ່ ຂອງພະນັກງານ, ຄູ-ອາຈານ ໃຫ້ເປັນລະບົບຄົບຊຸດ ແລະ ອຸດົມສົມບູນ ຍິ່ງຂຶ້ນ ເຊິ່ງເນື້ອໃນບົດປະກອບຄຳເຫັນຂອງນັກວິທະຍາສາດ ແລະ ແຂກເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນສຳຄັນຄື:

          ບັນດານັກວິທະຍາສາດ ໄດ້ພ້ອມກັນຄົ້ນຄວ້າທິດສະດີ ສ້າງຄວາມກະຈ່າງແຈ້ງກ່ຽວກັບການບໍລິຫານລັດແບບໃໝ່, ໂດຍມີພື້ນຖານບ່ອນອີງທາງດ້ານວິທະຍາສາດທີ່ໜັກແໜ້ນ, ໄດ້ມີການຊີ້ແຈງບັນດາເນື້ອໃນດ້ານທິດສະດີ ແລະ ພຶດຕິກຳ ຂ້ອນຂ້າງຈະແຈ້ງ, ຮັດກຸມ, ຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະປະດິດສ້າງ ແລະ ລັກສະນະຍຸກສະໄໝ. ພ້ອມດຽວກັນນີ້, ຍັງໄດ້ນຳສະເໜີບັນດາແນວຄວາມຄິດທີ່ດີ, ທັດສະນະທີ່ມີປະໂຫຍດ ເຊິ່ງຈະກາຍເປັນຊ່ອງທາງໃນແກ່ການຄົ້ນຄວ້າທິດສະດີ ໃຫ້ເລິກເຊິ່ງ, ໜັກແໜ້ນ ແລະມີແບບແຜນທີ່ທັນສະໄໝ.

          ບັນດານັກວິທະຍາສາດ ໄດ້ນໍາສະເໜີບັນດາບົດຄົ້ນຄວ້າຂອງຕົນເອງ ດັ່ງນີ້:
ໜຶ່ງ, “ການບໍລິຫານລັດດ້ວຍລະບົບເອເລັກໂຕຼນິກ ໃນເງື່ອນໄຂວິທະຍາສາດ ແລະ ເຕັກໂນໂລຊີຂະຫຍາຍຕົວ”. ໃນໄລຍະຜ່ານມາ ພັກ-ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນ ໃນການປັບປຸງກົນໄກ ການບໍລິຫານລັດ ຕາມທິດທີ່ວ່າ “ຫັນການຄຸ້ມຄອງ ແລະ ການບໍລິຫານລັດໄປສູ່ຄວາມທັນສະໄໝ, ມີຄວາມກະທັດລັດ, ໂປ່ງໃສ, ວ່ອງໄວ ແລະ ມີປະສິດທິພາບຮັບໃຊ້ປະຊາຊົນທີ່ແທ້ຈິງ”.

ສອງ, ກອງປະຊຸມໄດ້ຮັບຟັງຫົວຂໍ້ກ່ຽວກັບ “ການບໍລິຫານຕົວເມືອງແບບທັນສະໄໝ” ນີ້ເປັນຫົວຂໍ້ທີ່ພັກ ແລະ ລັດຖະບານເຮົາ, ໄດ້ມີການຄົ້ນຄວ້າ ແລະ ສຸມຈິດໃຈ ໃນການວາງແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍຂອງພັກ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ ເຊິ່ງໄດ້ສະແດງອອກຢ່າງຈະແຈ້ງ ແລະ ເດັ່ນທີ່ສຸດແມ່ນນັບແຕ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກປະຊາ ຊົນປະຕິວັດລາວເປັນຕົ້ນມາ.

ສາມ, ກອງປະຊຸມຈະໄດ້ຄົ້ນຄວ້າ ການມີສ່ວນຮ່ວມ ຂອງປະຊາຊົນ ໃນການຕິດຕາມ, ກວດກາການປະຕິບັດກົດໝາຍ ”. ຊຶ່ງເປັນຫົວຂໍ້ທີ່ສຳຄັນ ແລະ ສອດຄ່ອງກັບເງື່ອນໄຂທີ່ພວກເຮົາກຳລັງບູລະນະລະບອບປະຊາທິປະໄຕ ປະຊາຊົນ, ສ້າງລັດໃຫ້ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນແທ້ຈິງຂອງປະຊາຊົນ. ຜ່ານມາພັກໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ ໃນການຍົກລະດັບການປະຕິບັດສິດພັນທະ ແລະຄວາມເປັນເຈົ້າອັນແທ້ຈິງ ຂອງປະຊາຊົນ.

  ສີ່, “ການມີສ່ວນຮ່ວມ ຂອງປະຊາຊົນ ຕໍ່ລະບົບອຳນາດລັດ ແຫ່ງ ສປປ ລາວ” ກໍເປັນຫົວຂໍ້ທີ່ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳ; ການມີສ່ວນຮ່ວມ ຂອງປະຊາຊົນ ແມ່ນເປັນການເປີດໂອກາດໃຫ້ປະຊາຊົນ ມີສ່ວນຮ່ວມ ໃນການສະແດງຄວາມຄິດເຫັນ ແລະ ຮ່ວມຕັດສິນໃຈທາງດ້ານການເມືອງ-ການປົກຄອງ, ເຂົ້າຮ່ວມຕິດຕາມການເຄື່ອນໄຫວ ຂອງອົງການອຳນາດລັດໂດຍທາງກົງ ແລະ ທາງອ້ອມ;

ກອງປະຊຸມໄດ້ຮັບຟັງຜົນການຄົ້ນຄວ້າຫົວຂໍ້ “ໝູນໃຊ້ການບໍລິຫານລັດແບບໃໝ່ໃນເງື່ອນໄຂປັດຈຸບັນ”. ຊຶ່ງເປັນປະເດັນທີ່ຫຼາຍປະເທດໃຫ້ຄວາມສົນໃຈສູງ, ເປັນຕົ້ນແມ່ນບັນດາປະເທດ ທີ່ກຳລັງພັດທະນາ ຫຼື ບັນດາປະເທດທີ່ບໍລິຫານບໍ່ມີປະສິດທິຜົນ. ຍ້ອນວ່າການບໍລິຫານລັດແບບໃໝ່ ມັນໄດ້ກາຍເປັນທ່າອ່ຽງລວມ ແລະເປັນຄວາມຮຽກຮ້ອງຕ້ອງການຂອງບັນດາລັດໃນທົ່ວໂລກ. ສຳລັບ ສປປ ລາວ ໃນການບໍລິຫານລັດຜ່ານມາ ແມ່ນໄດ້ເຮັດໃຫ້ກົງຈັກການຈັດຕັ້ງໄດ້ຮັບການປັບປຸງໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ, ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຊາດ, ກົງຈັກມີຄວາມສົມສ່ວນ, ໂລ່ງລຽນ ແລະ ເຄື່ອນໄຫວມີປະສິດທິຜົນ; ການປະຕິບັດໜ້າທີ່ຂອງລັດຖະກອນ ໄດ້ມີການຫັນປ່ຽນທາງດ້ານແນວຄິດ, ຈິນຕະນາການ ແລ ະແນວທາງການປະຕິບັດ ເຮັດໃຫ້ວຽກງານຂອງບໍລິຫານລັດ ມີຄວາມເຂັ້ມແຂງ; ລະບອບແບບແຜນວິທີເຮັດວຽກໃນອົງການບໍລິຫານມີຄວາມວ່ອງໄວ ແລະ ຕອບສະໜອງກັບເງື່ອນໄຂຕົວຈິງໃນແຕ່ລະໄລຍະ. ກອງປະຊຸມສຳມະນາໃນຄັ້ງນີ້ ນອກຈາກເປັນການຄົ້ນຄວ້າ ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາທີ່ມີຊີວິດຊີວາແລ້ວຍັງຈະປະກອບສ່ວນ ເຂົ້າໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ກໍຄືການສ້າງບັນດາປະຖົມປັດໄຈທີ່ຄົບຖ້ວນ ເປັນພື້ນຖານໃຫ້ແກ່ການສ້າງພື້ນຖານ​ໂຄງ​ລ່າງ ທີ່ສົມບູນຍິ່ງຂຶ້ນ, ສາມາດຮັບປະກັນການບໍລິການທີ່ມີຄຸນນະພາບ.

ຂ່າວ: ພອນປະສົງ ທຳມະບຸນມີ
ຮູບພາບ: ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ