ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດຂຶ້ນ ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເເລະ ມີບັນດາທ່ານນັກວິທະຍາສາດຜູ້ປະກອບຄໍາເຫັນ, ນັກວິທະຍາສາດຜູ້ຮັບຜິດຊອບຂຽນເເຕ່ລະຫົວຂໍ້.

ກອງປະຊຸມດັ່ງກ່າວ, ແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ, ເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າເເນວຄິດ ໄກສອນ ພົມວິຫານ ແລະ ເພື່ອປະກອບຄໍາຄິດຄໍາເຫັນ ໃສ່ບັນດາເນື້ອໃນບົດຄົ້ນຄວ້າ ໃນຈໍານວນ 5 ຫົວຂໍ້ຍ່ອຍ, ທັງເປັນການກວດກາຄືນການດໍາເນີນການຄົ້ນຄວ້າເເຕ່ລະຫົວຂໍ້ ພ້ອມທັງຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດານັກວິທະຍາສາດທີ່ຖືກເຊີນ ເພື່ອໃຫ້ເນຶ້ອໃນຂອງບົດຄົ້ນຄວ້າມີຄວາມໝາຍເລິກເຊິ່ງ ແລະ ທັງຮັບປະກັນໄດ້ທາງດ້ານເນື້ອໃນ.

ກ່ອນຈະດຳເນີນວາລະກອງປະຊຸມ, ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກອງປະຊຸມໄດ້ ເນັ້້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມໃນຄັ້ງນີ້ຕ້ອງພ້ອມກັນພະຍາຍາມປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຈິດໃຈຂອງບົດ ໃຫ້ມີຄວາມລະອຽດຈະເເຈ້ງ, ຊັດເຈນ, ຊີ້ໃຫ້ເຫັນເຖິງຄວາມເປັນຈິງກ່ຽວກັບຊີວິດ ເເລະ ພາລະກິດການປະຕິວັດຂອງປະທານ ໄກສອນ ພົມວິຫານ; ໂຄງປະກອບເນື້ອໃນບົດມີຄວາມເໝາະສົມເເລ້ວບໍ່ ຫຼື ຄວນປັບປຸງຈຸດໃດ; ເເຫຼ່ງທີ່ມາຂອງບັນດາເອກະສານອ້າງອີງຖືກຕ້ອງສອດຄອງກັບຄວາມເປັນຈິງເເລ້ວບໍ່ ເພື່ອຈະນໍາໄປປັບປຸງເນື້ອໃນບົດຂອງເເຕ່ລະຫົວຂໍ້ຍ່ອຍໃຫ້ມີຄວາມສົມບູນກວ່າເກົ່າຮັບປະກັນທາງດ້ານວິທະຍາສາດ.

         ຕໍ່ກັບຄວາມໜັກແໜ້ນທີ່ ທ່ານປະທານໄດ້ເນັ້ນໃຫ້ນັກວິທະຍາສາດ ຕ້ອງໄດ້ລະດົມການປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນ, ກອງປະຊຸມໄດ້ດຳເນີນໄປ, ບັນດານັກວິທະຍາສາດ ໄດ້ພັດປ່ຽນກັນຂຶ້ນສະເໜີບົດວິທະຍາສາດ ໃນຈໍານວນ 5 ຫົວຂໍ້ຍ່ອຍຂອງຕົນທີ່ຮັບຜິດຊອບໃນແຕ່ລະຫົວຂໍ້ຍ່ອຍໂດຍສັງເຂບ. ພ້ອມນັ້ນ, ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມສຳມະນາ ກໍ່ໄດ້ພ້ອມກັບປະກອບຄໍາຄິດຄໍາເຫັນຕ່າງໆ ຢ່າງກົງໄປກົງມາຕໍ່ເນື້ອໃນຂອງເເຕ່ລະບົດຄົ້ນຄວ້າ ເຊິ່ງມີທັງຜູ້ປະກອບຄໍາເຫັນເທິງເວທີ ເເລະຜູ້ປະກອບຄໍາເຫັນໃນເອກະສານ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກອງປະຊຸມໄດ້ສະຫຼຸບສັງລວມທັງໝົດຂອງ 5 ຫົວຂໍ້ຍ່ອຍ ທີ່ບັນດານັກຄົ້ນຄວ້າໄດ້ມີຄວາມເອົາໃຈໃສ່ ໃນການຄົ້ນຄວ້າຂຽນບົດສໍາເລັດໃນຂັ້ນພື້ນຖານ ເເລະ ບັນດານັກວິທະຍາສາດທີ່ຖືກຮັບເຊີນ ທີ່ເອົາໃຈໃສ່ໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນບົດມີຄວາມອຸດົມສົມບູນກວ່າເກົ່າ ແລະ ທ່ານໄດ້ກ່າວວ່າສໍາລັບເເຕ່ລະຫົວຂໍ້ ເເມ່ນສະເໜີໃຫ້ນັກວິທະຍາສາດ ພະຍາຍາມຂຽນຕື່ມໃສ່ທາງດ້ານເນື້ອໃນໃຫ້ສ່ອງເເສງເຖິງຊີວິດ ເເລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນເອົາຄຸນສົມບັດ, ສິນທໍາປະຕິວັດຂອງເພິ່ນ. ກອງປະຊຸມດັ່ງກ່າວ,ຈັດຂຶ້ນໃນວັນທີ 18 ພະຈິກ 2021 ເວລາ 8:00 ໂມງ ໄດ້ດໍາເນີນໄປເປັນເວລາ 1 ຕອນ ເເລະ ສິ້ນສຸດລົງໃນເວລາ 11:45 ໂມງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ