ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ  ຮ່ວມກັບ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດແນວຄິດ ຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມໂດຍການເປັນປະທານຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຜູ້ປະຈຳການຄົ້ນຄ້ວາ ແນວຄິດ ໄກສອນ ພົມວິຫານ ແລະ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ແລະ ຕ່າງໜ້າເຂົ້າຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ.

ສະນັ້ນ, ກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ ມີຈຸດປະສົງຕົ້ນຕໍແມ່ນການຮັບຟັງການນໍາສະເໜີ 6 ຫົວຂໍ້ຍ່ອຍ, ຮັບຟັງການປະກອບຄໍາເຫັນຂອງບັນດາ ທ່ານນັກວິທະຍາສາດ ແລະ ແຂກທີ່ເຂົ້າຮ່ວມເພື່ອຕີລາຄາ, ມີຄຳເຫັນຕໍ່ບັນດາເນື້ອໃນບົດດັ່ງກ່າວ ເພື່ອແນໃສ່ເຮັດໃຫ້ເນື້ອໃນບົດອຸດົມສົມບູນ ທັງຮັບປະກັນທາງດ້ານພື້ນຖານທິດສະດີ ແລະ ພຶດຕິກໍາ, ຮັບປະກັນລັກສະນະວິທະຍາສາດແລ້ວ ກອງປະຊຸມສຳມະນາວິທະຍາດຄັ້ງນີ້ ຍັງມີຈຸດປະສົງ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ພິເສດແມ່ນເພື່ອເປັນການໄຂປິດສະໜາ ແນວຄິດ ໄກສອນ ພົມວິຫານ ຕໍ່ຄົນຮຸ່ນໜຸ່ມທີ່ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ຂອງຍຸກສະໄໝພວກເຮົາ” ໂດຍສະເພາະແມ່ນການສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ມີຄຸນນະພາບ.

ກອງປະຊຸມຈັດຂຶ້ນທີ່ວັງເຍົາວະຊົນ ໃນຕອນເຊົ້າຂອງວັນທີ 29 ພະຈິກ 2021.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ