ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງ-ພະນັກງານ ແລະ ຍ້ອງຍໍຜົນງານ 5 ປີ (2015-2020)

ໃນວັນທີ 26 ມິຖຸນາ 2020 ກົມຈັດຕັ້ງ-ພະນັກງານ ສມປຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງ-ພະນັກງານ ເພື່ອເປັນການສະຫຼຸບຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດທີ່ຜ່ານມາ ແລະ ທິດທາງແຜນການ, ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຫ້ອງການ. ກົມ, ຄະນະຕ່າງໆ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມກັນຢ່າງພ້ອມພຽງ.ທ່ານ ປທ ນ.…

ຄະນະກວດກາ ສມປຊ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020

      ໃນຕອນເຊົ້າ ວັນທີ 26 /06/2020 ຢູ່ທີ່ ສະໂມສອນໃຫຍ່ ສມປຊ, ຄະນະກວດກາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີຂຶ້ນ. ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ ປະທານກວດກາພັກ, ມີຄະນະພັກ-ຄະນະນໍາ ສມປຊ ພ້ອມດ້ວຍ…

ຄະນະບໍລິຫານງານພັກ ສມປຊ ມອບບັດສະມາຊິກພັກ ສົມບູນ ຄັ້ງທີ XIII

ຕອນບ່າຍ ຂອງວັນທີ 25/06/2020 ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີມອບບັດໃຫ້ສະມາຊິກພັກສົມບູນ ເປັນຊຸດທີ XIII ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີບັນດາຄະນະພັກ, ເລຂາ ແລະຮອງເລຂາໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກຜູ້ທີ່ໄດ້ຮັບບັດ ເຂົ້າຮ່ວມ.ໃນພິທີ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກ ກົມຈັດຕັ້ງ-ພະນັກງານໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການມອບ-ຮັບບັດສະມາຊິກພັກສົມບູນ ຄັ້ງທີ XIII ຈຳນວນ 61…

ຊົມເຊີຍ ຄະນະສະຫະພັນແມ່ຍິງ ຮາກຖານສູນຂໍ້ມູນຂ່າວສານ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະສະຫະພັນແມ່ຍິງ ຮາກຖານຄະນະບໍລິຫານສາດ ຊຸດໃໝ່

ໃນຕອນເຊົ້າ ວັນທີ 24 ມິຖຸນາ 2020, ສະຫະພັນແມ່ຍິງຮາກຖານວິຊາການ 2 ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ ທີ່ຫ້ອງປະຊຸມ ຊັ້ນ 3 ຕຶກຫ້ອງການ ສມປຊ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ທ່ານ ປທ ນາງ ຄໍາຮູ້ ວິລະທອນ ປະທານສະຫະພັນແມ່ຍິງຮາກຖານວິຊາການ 2,…