ຕອນບ່າຍ ຂອງວັນທີ 25/06/2020 ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີມອບບັດໃຫ້ສະມາຊິກພັກສົມບູນ ເປັນຊຸດທີ XIII ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຮັກສາການ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີບັນດາຄະນະພັກ, ເລຂາ ແລະຮອງເລຂາໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກຜູ້ທີ່ໄດ້ຮັບບັດ ເຂົ້າຮ່ວມ.
ໃນພິທີ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກ ກົມຈັດຕັ້ງ-ພະນັກງານໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການມອບ-ຮັບບັດສະມາຊິກພັກສົມບູນ ຄັ້ງທີ XIII ຈຳນວນ 61 ສະຫາຍ, ຍິງ 18 ສະຫາຍ.
ໃຫ້ກຽດມອບບັດໃນຄັ້ງນີ້ໂດຍແມ່ນ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ ສມປຊ. ການມອບ-ຮັບຄັ້ງນີ້ ແມ່ນການຢັ້ງຢືນເຖິງຖານະນາມຂອງສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ທັງນໍາໃຊ້ເຂົ້າໃນວຽກງານຂອງພັກຕາມທີ່ກໍານົດໄວ້ໃນກົດລະບຽບຂອງພັກ; ເພື່ອຄຸ້ມຄອງສະມາຊິກພັກ​ດ້ານຈໍານວນ ແລະຄຸນນະພາບໃຫ້ເປັນເອກະພາບໃນທົ່ວພັກ, ເຮັດໃຫ້ຄະນະພັກຂັ້ນຕ່າງໆ ສາມາດຕິດຕາມກວດກາສະມາຊິກພັກໄດ້ງ່າຍ, ທັງເປັນການຄຸ້ມຄອງການຈັດຕັ້ງພັກ ແລະປ້ອງກັນພັກ,​ ສະກັດກັ້ນກຸ່ມຄົນບໍ່ດີສວຍໂອກາດປອມແປງ, ເລັດລອດເຂົ້າໃນການຈັດຕັ້ງພັກ; ເພື່ອຍົກສູງບົດບາດ ແລະຄວາມສາມາດນໍາພາຂອງພັກກໍາອໍານາດ, ປັບປຸງທັດສະນະ​ຫຼັກໝັ້ນ, ອຸດົມການ, ແນວຄິດ ແລະການກະທໍາຂອງສະມາຊິກພັກໃຫ້ມີຄວາມໜັກແໜ້ນ.
ໃນໂອກາດດຽວກັນນີ້ ສະຫາຍເລຂາຄະນະບໍລິຫານງານພັກ ສມປຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບບັດໃນຄັ້ງນີ້ ແລະ ສະຫາຍຍັງສະແດງຄວາມເຊື່ອໝັ້ນວ່າ ບັນດາສະຫາຍດັ່ງກ່າວ ຈະສຸມໝົດທຸກສະຕິປັນຍາແບກຫາບໜ້າທີ່ການເມືອງທີ່ພັກມອບໝາຍໃຫ້, ເພື່ອເຮັດໃຫ້ວຽກງານພັກຂອງ ສມປຊ ພວກເຮົາໃຫ້ນັບມື້ນັບກ້າວໜ້າເຂັ້ມແຂງ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ສະມາຊິກພັກ ຈົ່ງພ້ອມກັນເອົາໃຈໃສ່ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ດີຂຶ້ນ ແລະປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການເຄື່ອນ ໄຫວສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ ທີ່ຈະມາເຖິງໃນໝໍ່ໆນີ້ ໃຫ້ເປັນຂະບວນຝົດຟື້ນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ