ໃນຕອນເຊົ້າ ວັນທີ 24 ມິຖຸນາ 2020, ສະຫະພັນແມ່ຍິງຮາກຖານວິຊາການ 2 ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ ທີ່ຫ້ອງປະຊຸມ ຊັ້ນ 3 ຕຶກຫ້ອງການ ສມປຊ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ທ່ານ ປທ ນາງ ຄໍາຮູ້ ວິລະທອນ ປະທານສະຫະພັນແມ່ຍິງຮາກຖານວິຊາການ 2, ມີຜູ້ຕາງໜ້າຄະນະໜ່ວຍພັກ, ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ, ຜູ້ຕາງໜ້າຈາກບັນດາຮາກຖານສະຫະພັນແມ່ຍິງກົມກອງອ້ອມຂ້າງ ສມປຊ ແລະສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປທ ນ. ຄຳຮູ້ ວິລະທອນ ປະທານສະຫະພັນແມ່ຍິງຮາກຖານວິຊາການ 2 ໄດ້ຂຶ້ນຜ່ານບົດລາຍງານການເມືອງເພື່ອຕີລາຄາການຈັດຕັ້ງປະຕິບັດແຜນການໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງ, ຂະຫຍາຍການຈັດຕັ້ງສະຫະພັນແມ່ຍິງ ແລະບໍາລຸງກໍ່ສ້າງພະນັກງານເພດຍິງ, ວຽກງານນະໂຍບາຍ, ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍ, ວຽກງານຂະບວນການແຂ່ງຂັນ 3 ດີ, ປຸກລະດົມຂະບວນການແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະສ້າງສາພັດທະນາສະຖາບັນ, ວຽກງານປ້ອງກັນເວນຍາມ, ວຽກງານເສດຖະກິດຫາລາຍໄດ້ເພີ່ມໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ, ວຽກງານວັດທະນະທໍາ, ການເຄື່ອນໄຫວ ແລະການອອກແຮງ ງານ, ວຽກງານສ້າງຄັງ ແລະວຽກງານກວດກາ. ຕະຫຼອດໄລຍະ 5 ປີຜ່ານມາ, ຮາກຖານແມ່ຍິງ ວິຊາການ 2 ໄດ້ຕັ້ງໜ້າເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງຕົນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອມຊຶມ ແລະປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ-ລັດ, ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະກັນ, ມີຄວາມດຸໝັ່ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ເຮັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍ. ການຈັດຕັ້ງແມ່ຍິງແຕ່ລະຂັ້ນ ໄດ້ຮັບການປັບປຸງຢ່າງໜັກແໜ້ນ ແລະເຂັ້ມແຂງ, ແບບແຜນວິທີການນໍາພາ, ແບບແຜນວິທີເຮັດວຽກຂອງຄະນະສະຫະພັນແມ່ຍິງ ວິຊາການ 2 ແຕ່ລະຂັ້ນຕອນໄດ້ຮັບການາປັບປຸງດີຂຶ້ນ. ສະມາຊິກແມ່ຍິງມີຄວາມບຸກໜ້າບືຶນຕົວພັດທະນາຕົນເອງ ຈັດກິດຈະກຳ, ຝຶກອົບຮົມສ້າງເສດຖະກິດຄອບຄົວດ້ວຍຫຼາຍຮູບຫຼາຍສີເຊັ່ນ: ສອນເພີ່ມນອກໂມງການ, ຂີດຂຽນບົດຕ່າງໆ, ແປພາສາ, ຂຽນປຶ້ມຕໍາລາ, ການ​ລ້ຽງສັດ,​ ປູກ​ຜັກ​ສວນ​ຄົວ, ປູກດອກໄມ້, ພັບດອກໄມ້ປະດັບ, ຕໍ່າຫູກທໍ່ໄໝ, ຫຍິບປັກຖັກແຊ່ວ, ຄ້າຂາຍ ແລະມີຜົນງານດີເດັ່ນໄດ້ຮັບການໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງ ແລະຂັ້ນເທິງ, ໄດ້ຮັບການເລື່ອນຊັ້ນ, ເລື່ອນຂັ້ນໄດ້ຮັບຕໍາແໜ່ງ-ນໍາພາຄຸ້ມຄອງ ມີຈໍານວນຫຼາຍຂຶ້ນ. ນອກຈາກຕີລາຄາດ້ານຜົນສໍາເລັດແລ້ວ, ບົດລາຍງານຍັງໄດ້ສ່ອງແສງໃຫ້ເຫັນດ້ານຄົງຄ້າງທີ່ຈະຕ້ອງໄດ້ສືບແກ້ໄຂ ແລະປັບປຸງໃຫ້ດີຂຶ້ນໃນຄັ້ງຕໍ່ໄປ.
ຂະນະດຽວກັນ ໃນທີ່ປະຊຸມຄະນະຊຸດເກົ່າໄດ້ຜ່ານບົດສຳຫຼວດການຊີ້ນຳ-ນຳພາໃນໄລຍະຜ່ານມາ ພ້ອມທັງມອບໜ້າທີ່ໃຫ້ຄະນະປະທານກອງປະຊຸມດໍາເນີນການຕໍ່ໄປ. ຫຼັງຈາກນັ້ນ ຈຶ້ງໄດເປີດກອງປະຊຸຸມໃຫຍ່ ຄັ້ງທີ I ຂຶ້ນຢ່າງເປັນທາງ ຂອງສະຫະພັນແມ່ຍິງຮາກຖານຄະນະບໍລິຫານສາດ ແລະສະຫະພັນແມ່ຍິງຮາກຖານສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ຈາກນັ້ນກອງປະຊຸມໃຫຍ່ຄັ້ງທີ I ຂອງທັງ 2 ຮາກຖານໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານຂອງຕົນ ແລະຜ່ານການປຶກສາຫາລືໃນກອງປະຊຸມປະຖົມມະລືກ ໄດ້ເຫັນດີເປັນເອກະພາບຄື:

ສະມາຊິກປ່ອນບັດເລືອກຕັ້ງ

c

– ສະຫະພັແມ່ຍິງຮາກຖານສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຫັນດີເອກະພາບເລືອກເອົາ
1). ທ່ານ ປທ ນ. ດາລາວອນ ພອນສະຫວັນ     ເປັນປະທານ.
2). ທ່ານ ນ. ພາວັນ ວິລະວົງ                  ເປັນຮອງປະທານ ແລະ ເປັນປະທານກວດກາ.
3). ທ່ານ ນ.ດອກໄມ້ ຈັນດາລາ                ເປັນຄະນະ.
– ສະຫະພັນແມ່ຍິງຮາກຖານຄະນະບໍລິຫານສາດ ເຫັນດີເອກະພາບເລືອກເອົາ
1). ທ່ານ ນ. ພຸດທະວັນ ສີລາວົງ               ເປັນປະທານ.
2). ທ່ານ ນ. ຕຸ້ຍ ບົວມະນີຈັນ                ເປັນຮອງປະທານ ແລະ ເປັນປະທານກວດກາ.
3). ທ່ານ ນ. ພຸດສະດາພອນ ພິມມະວົງສາ      ເປັນຄະນະ.

ຄະນະຊຸດໃໝ່ ທັງ 2 ຮາກຖານ

      ກອງ​ປະຊຸມ​ຍັງໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ປະ­ທານສະ­ຫະ­ພັນ​ແມ່­ຍິງ​ ສມປຊ ເພື່ອ​ເປັນ​ທິດ​ຊີ້​ນໍາ ແລະ ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ນໍາ​ພາ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​​ມະຕິກອງ​ປະ­ຊຸມ​ໃຫຍ່​ ຄັ້ງທີ I ຂອງຕົນໃນຄັ້ງນີ້ໃຫ້​ປະ­ສົບ​ຜົນສໍາ​ເລັດ​ຕາມ​ຄາດ­ໝາຍ​ທີ່​ວາງໄວ້  ເຊິ່ງທ່ານໄດ້ເນັ້ນໜັກໃນບາງດ້ານດັ່ງນີ້:
1). ເພີ່ມທະວີການຊີ້ນຳ-ນຳພາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງສັນແຖວ ສະມາຊິກແມ່ຍິງໃນຄວາມຮັບຜິດຂອງຕົນ ໃຫ້ມີຄວາມອຸ່ນອ່ຽງທຸນທ່ຽງ, ມີແນວຄິດຫຼັກໝັ້ນ, ສຸມໃສ່ປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບສູງ, ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ: ມີນ້ຳໃຈເສຍສະຫຼະ ແລະ ມີແບບແຜນດຳລົງຊີວີດປອດໃສຂາວສະອາດ.
2). ເອົາໃຈໃສ່ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ; ເຮັດວຽກຢ່າງມີແຜນການ, ມີການສະຫຼຸບຕີລາຄາ, ຖອດຖອນບົດຮຽນເປັນແຕ່ລະໄລຍະ ແລະລາຍງານສ່ອງແສງໃຫ້ຂັ້ນເທິງຢ່າງເປັນປົກກະຕິ
3). ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາເອື້ອຍແມ່ຍິງໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດຕິດແທດ ເພື່ອກຳໃຫ້ໄດ້ສະພາບແນວຄິດຈິດໃຈ, ຈຸດພິເສດ ແລະ ການເຄື່ອນໄຫວໂດຍລວມຂອງເຂົາເຈົ້າ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ຕິດຕາມເກັບຜົນງານຂອງເອື້ອຍແມ່ຍິງຜູ້ທີ່ພົ້ນເດັ່ນ, ຍົກເປັນຕົວແບບ, ຍ້ອງຍໍຊົມເຊີຍ, ສຳລັບຜູ້ທີ່ຍັງອ່ອນກໍຕ້ອງກໍຕັດສິນໃຈຕຳໜິກໍ່ສ້າງ ຊ່ວຍຊຸກຍູ້ເຂົາເຈົ້າເພື່ອໃຫ້ເຂົາເຈົ້າມີການປ່ຽນແປງ, ການຂະຫຍາຍພັກປັດຈຸບັນແມ່ນອົງການຈັດຕັ້ງມະຫາຊົນ ເວົ້າລວມ, ເວົ້າສະເພາະ ກໍຄືອົງການຂັ້ນຮາກຖານ ມີພາລະບົດບາດໃນການຕິດຕາມ, ນຳສະເໜີ. ສະນັ້ນ, ຄະນະສະຫະພັນແມ່ຍິງຮາກຖານຕ້ອງເປັນເຈົ້າການ.
4). ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ, ມີການວາງແຜນ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ ແລະລະບຽບກການຢ່າງເຂັ້ມງວດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ