ໃນວັນທີ 26 ມິຖຸນາ 2020 ກົມຈັດຕັ້ງ-ພະນັກງານ ສມປຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງ-ພະນັກງານ ເພື່ອເປັນການສະຫຼຸບຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດທີ່ຜ່ານມາ ແລະ ທິດທາງແຜນການ, ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຫ້ອງການ. ກົມ, ຄະນະຕ່າງໆ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມກັນຢ່າງພ້ອມພຽງ.
ທ່ານ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ​ສະ​ພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ​, ກໍ່ສ້າງພັກ-ພະນັກງານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະຈຳປີ 2019 ແລະ ທິດ​ທາງແຜນການ ປີ 2020 ເຊິ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດໃນວຽກງານດັ່ງກ່າວ ເປັນຕົ້ນແມ່ນ ໃນ​ປີ 2019 ກົມ​ການ​ເມືອງ​ສູນ​ກາງ​ພັກ​​ໄດ້​ຮັບຮອງ​ເອົາ​ການ​ປັບປຸງ​ພາລະ​ບົດບາດ​ຂອງ​ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ປັບປຸງ​ໂຄງ​ປະກອບ​ກົງຈັກ​ຈາກ 10 ກົມ ຫຼື ທຽບ​ເທົ່າມາ​ເປັນ 12 ກົມ ຫຼື ທຽບ​ເທົ່າແລະໄດ້ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບດໍາລັດເລກທີ 03/ນຍ, ລົງວັນທີ 09/02/2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງແລະການບັນຈຸລັດຖະກອນ, ປັບປຸງຂັ້ນພະແນກທຽບເທົ່າຄືນໃໝ່ເພື່ອໃຫ້ສອດຄ່ອງກັບສະພາບແລະຈຸດພິເສດຂອງ ສມປຊຈາກ 48 ພະແນກ ປັດຈຸບັນ ມີ 38 ພະແນກ. ນອກນັ້ນ, ກົມຈັດຕັ້ງ-ພະນັກງານ ສມປຊ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ ໄດ້ສຳເລັດ, ສາມາດເປັນບ່ອນອີງແກ່ການສັບຊ້ອນ, ຈັດວາງ ແລະ ກໍ່ສ້າງ-ບຳລຸງພະນັກງານເປັນຢ່າງດີ; ການກໍ່ສ້າງ-ບຳລຸງພະນັກງານ ໄດ້ເຮັດເປັນປົກກະຕິເປັນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ໄດ້ຈັດຕັ້ງຜັນຂະຫຍາຍນິຕິກໍາຕ່າງໆ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານເຂົ້າສູ່ໜ້າທີ່ການເມືອງຂອງຕົນ ເປັນຕົ້ນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາຍພັກ, ມອບບັດສະມາຊິກພັກເປັນປົກກະຕິຕໍ່ເນື່ອງ;ເອົາໃຈໃສ່ຊີ້ນຳ ແລະ ການປະຕິບັດໜ້າທີ່ຕາມການມອບໝາຍພ້ອມກັນນັ້ນກໍ່ໄດ້ປັບປຸງລະບອບລາຍງານສ່ອງແສງ ແລະ ຮັບປະກັນການຊີ້ນຳຢ່າງແທດເຖິງ ເຮັດໃຫ້ການຈັດຕັ້ງເຄື່ອນໄຫວທົ່ວອົງຄະນະພັກສະຖາບັນ ມີຄວາມເປັນເອກະພາບ ແລະ ໜັກແໜ້ນ.
ກອງປະຊຸມໄດ້ເປີດປະຊາທິປະໄຕໃຫ້ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄຳເຫັນແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມຄວາມຮັບຜິດຊອບໃນຂະແໜງການຂອງຕົນດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນທີ່ອຸດົມສົມບູນ ເຊິ່ງເປັນປະໂຫຍດຕໍ່ການວາງແນວທາງນະໂຍບາຍລວມຂອງພັກ ກໍ່ຄືວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນຕໍ່ໜ້າ.
ໃນວັນດຽວກັນ ໄດ້ມີພິທີຍ້ອງຍໍຜົນງານ 5 ປີ (2015–2020) ໃຫ້ແກ່ພະນັກງານ–ຄູ-ອາຈານ ສມປຊ ແລະ ທີ່ສຳຄັນເປັນກຽດເຂົ້າຮ່ວມຮັບຫຼຽນໄຊອິດສະຫຼະຊັ້ນ I ຂອງທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ທີ່ໄດ້ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຊີ້ນໍາ-ນໍາພາປະຕິບັດໜ້າທີ່ການເມືອງ ໃນໄລຍະທີ່ເປັນຫົວໜ້າ ສມປຊ ໃນຊ່ວງເວລາດັ່ງກ່າວ. ຊຶ່ງຕະຫຼອດໄຍລຍະ 5 ປີຜ່ານມາຈໍານວນພະນັກງານ-ລັດຖະກອນທີ່ໄດ້ຮັບການຍ້ອງຍໍປະເພດຕ່າງໆມີຄື:
– ຫຼຽນໄຊອິດສະຫຼະ
ຫຼຽນໄຊອິດສະຫຼະຊັ້ນ I ຈຳນວນ 1 ທ່ານ.
ຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 4 ທ່ານ.
ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 3 ທ່ານ, ຍິງ 3 ທ່ານ.
– ຫຼຽນໄຊແຮງງານ
ຫຼຽນໄຊແຮງງານຊັ້ນ I ຈຳນວນ 6 ທ່ານ, ຍິງ 1 ທ່ານ.
ຫຼຽນໄຊແຮງງານຊັ້ນ II ຈຳນວນ 17 ທ່ານ, ຍິງ 5 ທ່ານ.
ຫຼຽນໄຊແຮງງານຊັ້ນ III ຈຳນວນ 22 ທ່ານ, ຍິງ 5 ທ່ານ.
– ຫຼຽນກາແຮງງານຈຳນວນ 33 ທ່ານ ຍິງ ທ່ານ 14 ທ່ານ.
– ໃບຍ້ອງຍໍຂັ້ນລັດຖະບານ ຈຳນວນ 58 ທ່ານ, ຍິງ 27 ທ່ານ.
– ຍ້ອງຍໍຂັ້ນ ສມປຊ ຈຳນວນ 37 ທ່ານ, ຍິງ 14 ທ່ານ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ