ໃນທາມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ 9 ໃນທ້າຍສະໄໝ, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດ ຂອງປະ ທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ກໍ່ຄືການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ດ້ວຍບັນຍາກາດອັນຟົດຟື້ນ ແລະເບີກບານມ່ວນຊື່ນ. ໂດຍໄດ້ຮັບອະນຸມັດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ; ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸຸມສໍາມະນາວິທະຍາສາດລະດັບຊາດຂຶ້ນ ໃນຕອນເຊົ້າວັນທີ 2 ກຸມພາ 2024 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ  ພາຍໃຕ້ຫົວຂໍ້ “ທັດສະນະຊີ້ນໍາ ຂອງປະທານຄຳໄຕ ສີພັນດອນ ຫຼັງພັກຜ່ອນຮັບບໍານານ” ເພື່ອລະນຶກວັນເກີດຂອງເພິ່ນຄົບຮອບ 100 ປີ ໃຫ້ກຽດເປັນຄະນະປະທານຮ່ວມຊີ້ນໍາກອງປະ ຊຸມໂດຍ: ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຮັບຜິດຊອບກະກຽມການສະເຫຼີມສະຫຼອງ ວັນເກີດ ຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ ແລະສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ນອກຈາກນີ້ຍັງມີບັນດາຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ, ນັກສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິທະຍາ ສາດ ແລະໜ່ວຍງານທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 365 ທ່ານ.

         ໃນກອງປະຊຸມໄດ້ດໍາເນີນກ່າວເປີດກອງປະຊຸມໂດຍ: ສະຫາຍ ປອ. ຄໍາພັນ ເຜີຍຍະວົງ. ຈາກນັ້ນ ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ໄດ້ສະເໜີບົດນໍາຂອງກອງປະຊຸມໂດຍຍົກໃຫ້ເຫັນການດໍາລົງຊີວິດ ຂອງປະທານ ຄໍາໄຕ ສີພັນດອນ, ຈາກຊີວິດເດັກນ້ອຍຊົນນະບົດ ທີ່ໄດ້ມີໂອກາດໄປຮຽນໜັງສື ຢູ່ວຽງຈັນ ແລະໄດ້ເຂົ້າເຮັດການໄປສະນີ ຢູ່ແຂວງຜົ້ງສາລີ; ຈາກຈິດໃຈຮັກຊາດມາຕັ້ງແຕ່ຍັງໜຸ່ມ ແລະການກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ຄວາມເປັນເອກະລາດ ມາໃຫ້ປະເທດຊາດ ແລະອິດສະລະພາບມາໃຫ້ປະຊາຊົນ. ນອກຈາກເປັນນັກປະຕິວັດແລ້ວ ເພິ່ນຍັງໄດ້ປະ ກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຢ່າງຖືກຕ້ອງລວມທັງແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກທັງໄດ້ສືບຕໍ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິ ບັດແນວທາງດັ່ງກ່າວໄດ້ຮັບຜົນສຳເລັດອັນສຳຄັນຫຼາຍດ້ານ. ເຖິງແມ່ນວ່າ ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກ ຜ່ອນບໍານານ; ແຕ່ເວລາໃດ ເພີ່ນກໍ່ມີຄວາມເປັນຫ່ວງເປັນໄຍ ແລະເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະ ເທດຊາດ, ບ້ານເມືອງ; ເຊິ່ງໃນຊ່ວງພັກຜ່ອນຮັບອຸດໜູນບໍານານ ແຕ່ເພິ່ນກໍຍັງເຄື່ອນໄຫວ ຢ່າງຕັ້ງໜ້າໃນບັນດາວຽກງ່ານຕ່າງໆ ເພິ່ນໄດ້ໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດກັບຊີວິດຕົວຈິງຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ຈາກນັ້ນ, ຈິ່ງຄົ້ນຄວ້າຫາວິທີຊ່ວຍເຫຼືອເຂົາເຈົ້າ, ແນະນໍາ ແລະພາປະຊາຊົນເຮັດຕົວຈິງ; ເພິ່ນໃຊ້ເວລາພັກຜ່ອນລົງຕິດແທດກັບປະຊາຊົນ, ນຳພາປະຊາຊົນພັດທະນາຕົວຈິງ ເຮັດໃຫ້ປະຊາຊົນເຫັນໄດ້ການພັດທະນາ, ທັງຊຸກຍູ້ປຸກລະດົມໃຫ້ປະຊາຊົນເຮັດນໍາ ແລະເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ.

           ໂດຍປະຕິບັດຕາມວາລະຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການສໍາມະນາວິທະຍາສາດ ຫົວຂໍ້: “ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ພາຍຫຼັ້ງພັກຜ່ອນບຳນານ”  ມີ 6 ຫົວຂໍ້ຍ່ອຍ, ກວມລວມ ເອົາຫຼາຍບັນຫາ ເລີ່ມແຕ່ຫົວຂໍ້: ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ໃນຂົງເຂດວຽກພັກ-ພະນັກງານ; ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ໃນຂົງເຂດເສດຖະກິດ; ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ໃນຂົງເຂດການປົກຄອງ; ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ທັດສະນະຊີ້ນຳ ຂອງປະ ທານ ຄຳໄຕ ສີພັນດອນ ໃນຂົງເຂດວັດທະນະທຳ-ສັງຄົມ; ທັດສະນະຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ໃນຂົງເຂດກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ເຊິ່ງມີເນື້ອໃນເຫັນວ່າມີຄວາມອຸດົມສົມບູນ ແລະມີວິທີການຄົ້ນຄວ້າໃນແຕ່ລະຂົງເຂດ.

            ຫຼັງຈາກນັ້ນ ສະຫາຍ ອາດສະພັງທອງ ສີພັນດອນ ກໍ່ໄດ້ມີຄຳເຫັນຕາງໜ້າໃຫ້ແກ່ຄອບຄົວ (ໃນນາມຮູ້ສຶກຕໍ່ກັບ ປະທານ ຄໍາໄຕ ສີພັນດອນ)

            ໃນຕ້ອນທ້າຍກອງປະຊຸມສໍາມະນາ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ປະທານກອງປະຊຸມໄດ້ເນັ້ນ 3 ຈຸດຄື:

ໜຶ່ງ, ຕໍ່ກັບເນື້ອໃນບົດວິທະຍາສາດ, ໂດຍພື້ນຖານແມ່ນມີເນື້ອໃນອຸດົມສົມບູນ. ໃນນກອງປະຊຸມສຳມະນາພວກເຮົາກໍໄດ້ຮັບຫຼາຍຄຳເຫັນທີ່ດີ, ແທດເໝາະຕົວຈິງ. ສະນັ້ນ, ສະເໜີໃຫ້ນັກວິທະຍາສາດສືບຕໍ່ນຳເອົາເນື້ອໃນຈິດໃຈກອງປະ ຊຸມສຳມະນາໃນຄັ້ງນີ້ໄປປັບປຸງເພີ່ມເຕີມເພື່ອໃຫ້ເນື້ອໃນມີຄວາມເລິກເຊິ່ງ, ຖອດໄດ້ເນື້ອໃນອັນເປັນພື້ນຖານ, ແກ່ນສານຂອງທັດສະນະຊີ້ນໍາ ຂອງປະທານ ຄໍາໄຕ ສີພັນດອນ.

ສອງ, ຄະນະຮັບຜິດຊອບສະເຫຼີມສະຫຼອງວັນເກີດປະທານ ຄໍາໄຕ ສີພັນດອນ ຂັ້ນສະຖາບັນປະສານສົມທົບກັບກັບກອງເລຂາ, ຄະນະຮັບຜິດຊອບຂັ້ນສູນກາງ ກໍຄືຄະນະໂຄສະນາອົບຮົມສູນກາງພັກ ສຸມໃສ່ຮຽບຮຽງເນື້ອໃນຂອງບົດວິ ທະຍາສາດ ແລະຮຽບຮຽງນິພົນເລືອກເຟັ້ນໃຫ້ສຳເລັດ ແລະດຳເນີນການຈັດພີມເຜີຍແຜ່ໃນວົງກວ້າງໃຫ້ສັງຄົມໄດ້ສຶກສາຄົ້ນຄວ້າ ແລະຮຽນຮູ້ກ່ຽວກັບປະທານ ຄໍາໄຕ ສີພັນດອນ.

ສາມ, ສະເໜີສະຖາບັນສືບຕໍ່ຂຶ້ນແຜນລົງເລິກຄົ້ນຄວ້າຫົວຂໍ້ຄົ້ນຄວ້າອື່ນໆ ທີ່ປິ່ນອ້ອມທັດສະນະຊີ້ນໍາຂອງປະທານຄຳໄຕ ສີພັນດອນ ແລະທັດສະນະຊີ້ນໍາ ຂອງບັນດາການນໍາປະຕິວັດທ່ານອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານສະຫຼຸບທິດສະດີ ແລະພຶດຕິກຳຂອງພັກ ປະກອບສ່ວນເຂົ້າໃນການສ້າງຄວາມອຸດົມສົມບູນໃຫ້ແກ່ຄັງສາງທິດສະດີຂອງພັກ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ