ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບກີລາ-ສິລະປະ-ວັນນະຄະດີ ກ່ຽວກັບການ ເຄື່ອນໄຫວວຽກງານການແຂ່ງຂັນກີລາຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XIII ປະຈໍາສົກປີ 2023-2024 ເພື່ອເປັນການສະຫຼອງວັນຊາດທີ 2 ທັນວາຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920- 13 ທັນວາ 2023) ແລະວັນສ້າງຕັ້ງກອງທັນປະຊາຊົນລາວຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024), ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 29 ປີ ແລະກະກຽມຂັບນັບຮັບຕ້ອນກອງປະຊຸມໃຫຍ່ຮາກຖານຂອງບັນດາອົງການຈັດຕັ້ງມະຊົນທົ່ວ ສມປຊ.

          ໃນແລງວັນທີ 25 ມັງກອນ 2024  ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດການເເຂ່ງຂັນກີລາຊີງຂັນຫົວໜ້າ ສມປຊ ຄັ້ງທີ XIII ປະຈຳສົກປີ 2023-2024 ຂຶ້ນຢ່າງເປັນຂະບວນຟົດຟື້ນໃນພິທີໃຫ້ກຽດເຂົ້າຮ່ວມຮັບຊົມ ແລະທັງເປັນປະທານໂດຍ:  ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ສມປຊ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ມີຄະນະອຳນວຍການ, ມີຄະນະກົມ, ຄະນະຕ່າງໆ, ສູນຕ່າງໆ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນຈະເຂົ້າສູ່ພິທີປິດຜູ້ເຂົ້າຮ່ວມໃນພິທີໄດ້ຮັບຊົມ ການແຂ່ງຂັນກິລາເຕະບານຮອບຊິງຊະນະເລີດຍິງ-ຊາຍ ລະຫວ່າງ ຄູ-ອາຈານ ແລະນັກສຶກສາ, ນອກນັ້ນຍັງໄດ້ຮັບຊົມການປະກອບສ່ວນເຕັ້ນແອໂລບິກ ແລະລີລາລີລາດຈາກສະຫະພັນແມ່ຍິງ ສມປຊ.

          ຫຼັງຈາກສຳເລັດການແຂ່ງຂັນແລ້ວ ທ່ານ ປທ ແສງຈັນ ຈັນທະສຸກ ຫົວໜ້າຄະນະຮັບຜິດຊອບກີລາ-ສິລະປະວັນນະຄະດີ ໄດ້ເປັນກຽດຂຶ້ນຜ່ານເນື້ອໃນບົດສະຫຼຸບຕະຫຼອດໄລຍະຂອງການແຂ່ງຂັນ ຊຶ່ງໄດ້ຜ່ານການເປີດຂະ ບວນການແຂ່ງຂັນເຫັນວ່າ: ຜ່ານການເປີດຂະບວນການແຂ່ງຂັນເຫັນວ່າ: ຫຼາຍພາກສ່ວນ ໄດ້ໃຫ້ຄວາມສົນໃຈ, ໃຫ້ຄວາມສຳຄັນຕໍ່ກັບຂະບວນການຄັ້ງນີ້ ທັງໄດ້ປະກອບສ່ວນໃນການສະໜັບສະໜູນທັງດ້ານວັດຖູປັດໄຈ ແລະເຫື່ອແຮງ ເຮັດໃຫ້ຂະບວນການໃນຄັ້ງນີ້ສາມາດດຳເນີນໄປຕາມທິດທາງ, ແຜນການ ແລະມີຜົນສຳເລັດໄປດ້ວຍດີ. ສາມາດເຫັນໄດ້ເຖິງບຸກຄົນ, ພາກສ່ວນຂອງອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະພາຍນອກທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວນີ້ ພ້ອມທັງສາມາດດຶງດູດເອົາພະນັກງານ, ຄູ-ອາຈານ, ນັກສຶກສາຈຳນວນຫຼວງຫຼາຍເຂົ້າຮ່ວມຂະ ບວນການໄດ້ຕາມຈຸດປະສົງເປົ້າໝາຍ ແລະສາມາດເຫັນໄດ້ທ່າແຮງບົ່ມຊ້ອນ, ພອນສະຫວັນ ແລະພອນສະແຫວງ ຂອງບຸກຄົນທີ່ສະແດງອອກຢ່າງຫ້າວຫັນພ້ອມທັງມີແນວຄິດສ້າງສັນ ເຊິ່ງສະແດງອອກໃນການແຂ່ງຂັນດ້ວຍໄຫວພິບ, ມີຄວາມຄ່ອງແຄ້ວຖືກຕ້ອງຕາມລະບຽບຂອງການແຂ່ງຂັນ. ແຕ່ລະພາກສ່ວນໄດ້ມີໂອກາດພົບປະສ້າງສັນ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ, ສ້າງໄດ້ຄວາມສາມັກຄີໃນການຫຼີ້ນກິລາເພື່ອສຸຂະພາບ ແລະມິດຕະພາບ ລະຫວ່າງ ພະນັກ ງານ, ຄູ-ອາຈານ ກັບນັກສຶກສາ ແລະລະຫວ່າງ ນັກສຶກສາດ້ວຍກັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ມີຄວາມເບີກບານມ່ວນຊື່ນພ້ອມທັງເສີມສ້າງໃຫ້ມີສຸຂະພາບທີ່ເຂັ້ມແຂງ. ອົງການຈັດຕັ້ງມະຫາຊົນ, ຄະນະຮັບຜິດຊອບກິລາ-ສິລະປະວັນ ນະຄະດີ ແລະຄະນະຮັບຜິດຊອບແຕ່ລະອະນຸກຳມະການ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຕິດແທດ ແລະສາມາດຖອດຖອນບົດຮຽນຈາກພຶດຕິກຳໃນຂະບວນການນີ້.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ການແຂ່ງຂັນກີລາ ໃນໄລຍະ 01 ເດືອນກວ່າຜ່ານມາເຊິ່ງນັບແຕ່ວັນທີ 13 ທັນວາ 2023 ຮອດວັນທີ 25 ມັງກອນ 2024 ຂະບວນການແຂ່ງຂັນກິລາແມ່ນສຳເລັດຕາມແຜນການທີ່ວາງໄວ້ ການແຂ່ງຂັນກິລາໃນຊຸດນີ້ປະກອບມີ 4 ປະເພດກິລາ ແລະ ມີ 7 ລາຍການຄື:

  1. ກິລາບານເຕະຊາຍ.

ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມຜົນການແຂ່ງຂັນມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມປະລິນຍາໂທ 19 ຫ້ອງ ຂໍ.

+ ຮອງຊະນະເລີດ (ປະເພດ 2) ທີມຄູ-ອາຈານ ສມປຊ.

+ ຮອງຊະນະເລີດ (ປະເພດ 3)ທີມທິດສະດີຂັ້ນກາງ 6 ເດືອນ ຮຸ່ນທີ 1.

  1. ກິລາບານເຕະຍິງ.

ມີທີມເຂົ້າຮ່ວມແຂ່ງງຂັນທັງໝົດ 5 ທີມ ຜົນການແຂ່ງຂັນມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມຄູ-ອາຈານ ສມປຊ.

+ ຮອງຊະນະເລີດ (ປະເພດ 2) ທີມປະລິນຍາໂທ ຮຸ່ນທີ 19 ຂ.

+ ຮອງຊະນະເລີດ (ປະເພດ 3) ທີມປະລິນຍາໂທ ຮຸ່ນທີ 19 ກ.

  1. ກິລາບານສົ່ງຊາຍ.

        ມີທີມເຂົ້າຮ່ວມແຂ່ງງຂັນທັງໝົດ 6 ທີມຜົນການແຂ່ງຂັນມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມນັກສຶກສາທິດສະດີຂັ້ນສູງ 9/4.

+ ຮອງຊະນະເລີດ (ປະເພດ 2) ທີມນັກສຶກສາທິດສະດີຂັ້ນສູງ 9/3.

+ ຮອງຊະນະເລີດ (ປະເພດ 3) ທີມປະລິນຍາໂທ ຮຸ່ນທີ19 ກ.

  1. ກິລາບານສົ່ງຍິງ.

        ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຜົນການແຂ່ງຂັນມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມພະນັກງານ, ຄູ-ອາຈານ.

+ ຮອງຊະນະເລີດ (ປະເພດ 2) ທີມປະລິນຍາໂທ ຮຸ່ນທີ 19 ກ.

+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີຂັ້ນສູງ 9/4.

  1. ກິເປຕັງຊາຍ.

ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ, ຜົນການແຂ່ງມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມປະລິນຍາໂທ ຮຸ່ນທີ 19 ກ.

+ ຮອງຊະນະເລີດ (ປະເພດ 2) ທີມປະລິນຍາໂທ ຮຸ່ນທີ 19 ຂ.

+ ຮອງຊະນະເລີດ (ປະເພດ 3) ທີມ ຄູ-ອຈານ ສມປຊ.

  1. ກິລາເປຕັງຍິງ.

        ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ, ຜົນການແຂ່ງຂັນມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມປະລິນຍາໂທ ຮຸ່ນທີ 18 ກ.

+ ຮອງຊະນະເລີດ (ປະເພດ 2) ທີມປະລິນຍາໂທ ຮຸ່ນທີ 19 ຂ.

+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີຂັ້ນສູງ 9/3.

  1. ກິລາດຶງເຊືອກປະສົມ ຊາຍ-ຍິງ.

ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ, ຜົນການແຂ່ງຂັນມີດັ່ງນີ້:

+ ຊະນະເລີດ (ປະເພດ 1) ທີມພະນັກງານ, ຄູ-ອາຈານ.

+ ຮອງຊະນະເລີດ (ປະເພດ 2) ທີມປະລິນຍາໂທ ຮຸ່ນທີ 19 ກ.

+ ຮອງຊະນະເລີດ (ປະເພດ 3) ທີມນັກສຶກສາທິດສະດີຂັ້ນກາງ 6/1.

          ຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ມີຄໍາເຫັນໂອ້ລົມຕໍ່ວຽກງານກີລາ, ສິລະປະ-ວັນນະຄະດີໃນຕໍ່ ໜ້າກ່ຽວກັບວຽກງານກີລາ, ສິລະປະ-ວັນນະຄະດີມີດັ່ງນີ້: ໃນການແຂງຂັນຄັ້ງນີ້ແມ່ນຢາກເນັ້ນໜັກເຖິງຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວກັນ; ຈາກການຍ້ອງຍໍ ຂໍໃຫ້ສ່ອງແສງເຖິງຄວາມເປັນຈິງ ແລະຄວາມເປັນເອກະພາບ. ເນັ້ນເຖິງນັກສຶກສາທີ່ບໍາລຸງ ຢູ ສມປຊ ໃຫ້ຖືເອົາຂະບວນການດັ່ງກ່າວເປັນຂະບວນທີ່ດຶງດູດເຕົ້າໂຮມກໍາລັງແຮງ ເຖິງວ່າຈະບໍ່ມີຂະບວນການກີລາ ແຕ່ກໍ່ຍັງມີຂະບວນການອອກແຮງງານ ເພື່ອຜ່ອນຄາຍ ຂໍໃຫ້ສືບຕໍ່ການຮຽນ-ການສອນໃຫ້ຖືຂະບວນການດັ່ງກ່າວເປັນຂະບວນການທີ່ສໍາຄັນ ແລະຂໍໃຫ້ບັນດາຂະບວນການກີລາ, ສີລະປະ-ວັນນະ ຄະດີເປັນຂະບວນການໜຶ່ງໃນການຈັດຕັ້ງປະຕິບັດໃນການອວຍພອນສ້າງສັນເຊິ່ງກັນແລະກັນ ແລະຜຸກແໜ້ນຄວາມສາມັກຄີໃຫ້ໜັກແໜ້ນຍິ່ງໆຂຶ້ນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ