ຂ່າວຫຼ້າສຸດ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VII ແລະ ເປີດຮຽນຊຸດໃໝ່ ຂັ້ນກາງ ຮຸ່ນທີ VIII ແລະ ຂັ້ນຕົ້ນ ຮຸ່ນທີ X ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ, ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປ້ອງກັນຫົວຂໍ້ບົດວິທະຍານິພົນ ປະລິນຍາເອກ ຮຸ່ນທີ I ສາຂາປັດຊະຍາ

ກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທັດສະນະສຶກສາ ອະນຸສອນສະຖານ  ປະທານ ສຸພານຸວົງ

ການນຳພັກ-ລັດ, ບັນດາສຳນັກງານ, ອົງການອ້ອມຂ້າງໃນນະຄອນຫຼວງວຽງຈັນ ທີ່ຜ່ານມາໄດ້ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດ ທີ່ໄດ້ໝູນວຽນມາເຖິງອີກວາລະໜຶ່ງຄົບຮອບ 114 ປີ (13.7.1909-13.7. 2023) ຜູ້ນໍາທີ່ດີເດັ່ນ ແລະເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ສະນັ້ນ, ກຳມະບານຮາກຖານ ຂອງສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈຶ່ງໄດ້ເປັນສ່ວນໜຶ່ງໃນການທັດສະນະສຶກສາອະນຸສອນສະຖານ ປະທານ ສຸພານຸວົງ ໃນຕອນເຊົ້າຂອງວັນທີ 9 ສິງຫາ 2023 ໂດຍການນຳພາຂອງສະຫາຍ ນ. ອໍາພອນ ບຸນລືໄຕ ປະທານກໍາມະບານ…

ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກກາງ-ພາກໃຕ້ ພາຍໃຕ້ຫົວຂໍ້: “ພັດທະນາການທ່ອງທ່ຽວ ແລະເສດຖະກິດ ຢູ່ບັນດາແຂວງພາກກາງ-ພາກໃຕ້ ຢູ່ ສປປ ລາວ”.

ການທ່ອງທ່ຽວທີ່ເປັນຂະແໜງອຸດສາຫະກຳໃໝ່, ເປັນເສດຖະກິດປາຍແຫຼມ ສາມາດບຸກທະລຸສ້າງແຫຼ່ງລາຍຮັບໃຫ້ແກ່ບັນດາແຂວງຕ່າງໆ ມີລາຍໄດ້ສູງຂຶ້ນ ປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ແກ່ ສປປ ລາວ ເວົ້າລວມ, ໃຫ້ແກ່ບັນດາແຂວງເວົ້າສະເພາະ. ການຄົ້ນຄວ້າຫົວຂໍ້: ການພັດທະນາການທ່ອງທ່ຽວ, ເສດຖະກິດຢູ່ບັນດາແຂວງພາກກາງ-ພາກໃຕ້ ເຫັນວ່າເປັນຫົວຂໍ້ທີ່ມີຄວາມໝາຍທາງດ້ານທິດສະດີ ແລະພຶດຕິກຳໃນປັດຈຸບັນ. ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກກາງ-ພາກໃຕ້ຈັດຂຶ້ນໃນວັນທີ 4 ສິງຫາ 2023 ທີ່ສະໂມສອນໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຄວາມຮູ້ຄວາມສາມາດ ການຂຽນໂຄງການລົງທຶນຂອງລັດ ໃຫ້ພະນັກງານ, ຄູ-ອາຈານ

ການລົງທຶນຂອງລັດແມ່ນການນຳໃຊ້ງົບປະມານແຫ່ງລັດ, ຊັບພະຍາກອນທຳມະຊາດ, ຊັບສິນ, ລິຂະສິດຂອງລັດ ແລະທຶນຊ່ວຍເຫຼືອທາງການເພື່ອການພັດທະນາທີ່ຜ່ານລະບົບງົບປະມານເຂົ້າໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຮັບໃຊ້ສາທາລະນະປະໂຫຍດ, ສະໜອງອຸປະກອນ ແລະສົ່ງເສີມວິຊາການເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ເພື່ອຄວາມເອກະພາບໃນການຂຽນໂຄງການລົງທຶນຂອງລັດໃຫ້ຖືກຕ້ອງ ແລະຄວາມເອກະພາບກັນ ຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດເຝິກອົບຮົມການຂຽນໂຄງການລົງທຶນຂອງລັດ ໃຫ້ພະນັກງານ, ຄູ-ອາຈານ ໃນວັນທີ 3 ສິງຫາ 2023 ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະຍັງເປັນການກໍ່ສ້າງພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ແລະໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ວຽກງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນການຂຽນໂຄງການຕ່າງໆ. ໃຫ້ກຽດເປັນປະທານການເຝິກອົບຮົມໂດຍ: ທ່ານ ປທ ນ.…

ຂ່າວອື່ນໆ