ໃນຕອນເຊົ້າຂອງວັນທີ 19 ກຸມພາ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດບັ້ນດໍາເນີນການ ລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານເມືອງທ່າພະບາດ, ແຂວງບໍລິຄໍາໄຊ ເຊິ່ງດໍາເນີນເປັນໄລຍະ 20 ວັນ ນັບແຕ່ວັນທີ 19 ກຸມພາ ຫາທີ 9 ມີນາ 2024, ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຕາງໜ້າ ພະນັກງານ, ຄູ-ອາຈານ, ນັກສຶກສາ, ເຈົ້້າເມືອງ ແລະຄະນະບ້ານ 12 ບ້ານພາຍໃນເມືອງທ່າພະບາດ, ແຂວງບໍລິຄໍາໄຊ ກໍໃຫ້ກຽດເຂົ້າຮ່ວມ ລວມທັງໝົດ 185 ທ່ານ.

          ຈຸດປະສົງໃນການນໍາເອົາພະນັກງານ, ຄູ-ອາຈານ ແລະນັກສຶກສາ ລົງເຝິກງານໃນຄັ້ງນີ້ ກໍ່ເພື່ອຊ່ວຍປັບປຸງ ແລະການພັດທະນາວຽກງານຕ່າງໆ ເປັນຕົ້ນແມ່ນ:ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງໜັກແໜ້ນ. ພ້ອມນັ້ນ, ກໍ່ເປັນການສ້າງໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຮຽນຮູ້ພຶດຕິກໍາຕົວຈິງ ຢູ່ຂັ້ນທ້ອງຖິ່ນຮາກຖານ ແລະໝູນໃຊ້ທິດສະດີການເມືອງ-ການປົກຄອງ ທີ່ໄດ້ຮໍ່າຮຽນມາເຂົ້າສູ່ພຶດຕິກໍາຕົວຈິງຢ່າງມີວິທະຍາສາດ; ພ້ອມທັງເປັນກໍາລັງແຮງຊ່ວຍສ້າງ ແລະພັດທະນາອົງການປົກຄອງຂັ້ນບ້ານ ກໍ່ຄືເມືອງໃຫ້ເຂັ້ມແຂງໜັກແໜ້ນ; ເຂັ້ມແຂງສ້າງຄວາມສາມັກຄີຮັກແພງ ແລະຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ອົງການປົກຄອງແຕ່ລະຂັ້ນ, ຄູ-ອາຈານ ແລະນັກສຶກສາຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ມີຄວາມຮັດແໜ້ນຂຶ້ນກວ່າເກົ່າ.

          ໃນວາລະດັງກ່າວ ທ່ານ ປທ ນາງ ສຸດໃຈ ວົງພະຈັນ ຮອງຫົວໜ້າພະແນກຄຸ້ມຄອງລະບົບກໍ່ສ້າງກໍໄດ້ຂຶ້ນກ່າວຈຸດ ປະສົງ, ສະເໜີແຂກເຂົ້າຮ່ວມ. ພ້ອມກັນນັ້ນ ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າຄະນະປັດຊະຍາ ໄດ້ຜ່ານແຜນການເຄື່ອນ ໄຫວລົງກໍ່ສ້າງຮາກຖານການເມືອງ. ນອກຈາກນັ້ນ, ກໍ່ຍັງໄດ້ລາຍງານສະພາບລວມຂອງເມືອງ ພ້ອມກ່າວຮັບ ແລະມອບນັກສຶກສາທີ່ລົງກໍ່ສ້າງຮາກຖານ ຢູ່ 12 ບ້ານເປົ້າໜາຍ ໂດຍທ່ານ ສົມສົດ ແສງອາພອນ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າ ເມືອງທ່າພະບາດ.

          ໃນຕອນທ້າຍປະທານໄດ້ເນັ້ນຕໍ່ຄະນະຮັບຜິດຊອບລວມ, ຄະນະຮັບຜິດຊອບຂັ້ນເມືອງ ແລະກຸ່ມບ້ານ, ຄະນະຄູ-ອາຈານ, ຄະນະນັກສຶກສາໃຫ້ຕັ້ງໃຈ ແລະເອົາໃຈໃສ່ໃນການລົງຮາກຖານຄັ້ງນີ້ຢ່າງຕັ້ງໜ້າ ແລະປະກອບສ່ວນທາງດ້ານກໍາລັງແຮງ ແລະຈິດໃຈຢ່າງເຕັມສ່ວນ ເພື່ອຊ່ວຍພັດທະນາບ້ານ, ເມືອງ ໃຫ້ມີການພັດທະນາຫຼາຍຂຶ້ນກວ່າເກົ່າ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ