ດ້ວຍບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງກວ້າງຂວາງ, ເລິກເຊິ່ງ ແລະພວມສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ດ້ວຍຄວາມເຄັ່ງຮ້ອນ, ສຸມທຸກກໍາລັງແຮງ ຂອງປະເທດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ພ້ອມນີ້ກໍ່ພວມຢູ່ໃນໄລຍະສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງພັກ ແລະຂອງຊາດເປັນຕົ້ນແມ່ນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69ປີ.ສະນັ້ນ, ຕອນເຊົ້າໃນວັນທີ 22 ກຸມພາ 2024 ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຂອງຕົນຂຶ້ນ ເພື່ອພ້ອມກັນທົບທວນຄືນສະພາບການຈັດຕັ້ງເຄື່ອນໄຫວວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2023 ແລະປຶກສາຫາລື ກຳນົດວຽກງານຈຸດສຸມໃນປີ 2024 ຢູ່ທີ່ຊັ້ນ 1 ຫ້ອງ 110 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີກຳມະການສູນກາງພັກ, ພ້ອມດ້ວຍບັນດາຮອງປະທານສະພາທິດສະດີສູນກາງພັກ, ຄະນະປະຈຳສະພາທິດສະດີ ແລະບັນດາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະບັນດານັກວິທະຍາສາດກໍ່ໃຫ້ກຽດເຂົ້າຮ່ວມ, ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 15 ທ່ານ.

          ໃນວາລະດັ່ງກ່າວ ທ່ານ ປອ ນ ລໍາພູນ ດວນສຸວັນ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກໍ່ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມ ແລະໃຫ້ກຽດກ່າວເປີດກອງປະຊຸມ, ມີຄໍາເຫັນເຈາະຈີ້ມ ແລະຊີ້ນໍາກອງປະຊຸມໂດຍ:ທ່ານ ປອ ຄໍາພັນ ເຜີຍຍະວົງ. ຈາກນັ້ນ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2023 ແລະທິດທາງແຜນການ ປະຈໍາປີ 2024, ຜ່ານຫົວຂໍ້ຍ່ອຍຂອງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2024, ຕໍ່ຈາກນັ້ນ, ແຂກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາຄິດ, ຄໍາເຫັນໃສ່ເນື້ອໃນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈຳປີ 2023 ແລະທິດທາງແຜນການ ປະຈໍາປີ 2024.

ໃນວາລະສຸດທ້າຍຂອງກອງປະຊຸມ ປະທານໄດ້ປະກອບຄໍາຄິດ, ຄໍາເຫັນ ແລະໄດ້ເນັ້ນຄືນວ່າ:

ໜຶ່ງ, ມອບໃຫ້ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃນຖານະເປັນກອງເລຂາ ຂອງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປັບປຸງຄືນເນື້ອໃນເອກະສານຕາມເນື້ອໃນ ການປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ພ້ອມທັງສ້າງເປັນແຜນການລະອຽດໃນການຈັດຕັ້ງເຄື່ອນໄຫວຕົວຈິງ;

ສອງ, ສະເໜີໃຫ້ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂອງບັນດາກະຊວງ, ອົງການ ທີ່ໄດ້ຮັບຫົວຂໍ້ ຄົ້ນຄວ້າປະຈຳປີ 2023 ແລະປີ2024 ໃຫ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ;

ສາມ, ສຳລັບເນື້ອໃນບົດວິທະຍາສາດທີ່ສຳມະນາສຳເລັດໄປນັ້ນ, ສະເໜີໃຫ້ນັກວິທະຍາສາດຮີບຮ້ອນປັບປຸງຄືນ ແລະບັນນາທິການຮອບສຸດທ້າຍໃຫ້ມີຄຸນນະພາບສູງ ເພື່ອນຳເຂົ້າປຶກສາຫາລືໃນຄະນະປະຈຳສະພາທິດສະດີເພື່ອຮັບຮອງຢ່າງເປັນທາງການ;

ສີ່, ກ່ຽວກັບການສ້າງນິພົນຄົບຊຸດ ໄກສອນ ພົມວິຫານ 3 ເຫຼັ້ມ (ປີ 1989, ປີ 1990 ແລະປີ 1991-1992) ທີ່ບັນນາທິການຮອບທີ 1 ສໍາເລັດແລ້ວນັ້ນ ໃຫ້ສືບຕໍ່ປັບປຸງ ແລະບັນນາທິການໃຫ້ສໍາເລັດສະບັບຕົ້ນໂດຍພື້ນຖານ; ສ່ວນອີກ 3 ເຫຼັ້ມ (ປີ 1983, ປີ 1984, ປີ 1988) ທີ່ຕີພິມສໍາເລັດ ແມ່ນໃຫ້ສືບຕໍ່ບັນນາທິການຮອບທີ 1 ໃຫ້ສໍາເລັດ;

ຫ້າ, ຕໍ່ກັບການຈັດສຳມະນາບົດວິທະຍາສາດ ໃນວົງແຄບ ແລະຮອບເປີດກວ້າງຫົວຂໍ້ປະຈຳປີ 2023 ແລະ ປີ2024 ແມ່ນມອບໃຫ້ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈັດສັນເວລາ ແລະດໍາເນີນໄປຕາມແຜນການທີ່ວາງໄວ້;       

ຫົກ, ມອບໃຫ້ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຮ່າງບົດສະຫຼຸບຜົນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄລຍະທີ 1 ແຕ່ປີ 2022-2024 ເພື່ອລາຍງານໃຫ້ແກ່ຄະນະບໍລິຫານງານສູນກາງພັກ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ