ເພື່ອເປັນການຈັດຕັ້ງປະຕິບັດແຜນການຮຽນ-ການສອນ ໃນສົກປີ 2023-2024 ແລະເປັນການຖອດຖອນບົດຮຽນຈາກຊຸດທີ I, ຊຸດທີ II ໃນການນໍາໃຊ້ຫຼັກສູດທິດສະດີການເມືອງຂັ້ນສູງ ເປັນຊຸດທີ III ແລະຫຼັກສູດທິດສະດີການເມືອງຂັ້ນກາງເປັນຊຸດທໍາອິດ. ສະນັ້ນ, ໃນຕອນເຊົ້້າວັນທີ 16 ກຸມພາ 2024 ຫຼັງຈາກວາງກະຕ່າດອກໄມ້ ຮູບປັ້ນ ປະທານ ໄກສອນ ພົມວິຫານ ນໍາພາໂດຍ: ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົ້ມຄຸ້ມຄອງການຮຽນ-ການສອນ, ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີປິດສົກຮຽນປະຈໍາປີ 2024 ແລະເປີດສົກຮຽນປີ 2024 ຢ່າງເປັນທາງການ. ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ​ ມີຄະນະພັກ, ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ກໍໄດ້ຂຶ້ນຜ່ານບົດສະຫຼຸບພິທີປິດຊຸດຮຽນນັກສຶກສາທິດສະດີການເມືອງຂັ້ນສູງຮຸ່ນທີ III, ຂັ້ນກາງຮຸ່ນທີ I ແລະປະລິນຍາໂທຮຸ່ນທີ XVII ແລະແຜນການເປີດຊຸດຮຽນໃໝ່ ສໍາລັບທິດສະດີການເມືອງຂັ້ນສູງ ຮຸ່ນທີ V, ຂັ້ນກາງຮຸ່ນທີ II ເຊິ່ງລາຍລະອຽດມີດັ່ງນີ້:

        ມີຜູ້ສໍາເລັດການສຶກສາສົກຮຽນປະຈໍາປີ 2024 ມີທັງໝົດ 239 ສະຫາຍ, ຍິງ 75 ສະຫາຍ.

         ລະບົບຂັ້ນສູງຮຸ່ນທີ III ມີນັກຮຽນທັງໜົດ 60 ສະຫາຍ, ຍິງ 14 ສະຫາຍ. ຜ່ານການສຶກສາຮໍ່າຮຽນມີນັກສຶກສາໄດ້ຮັບຄະແນນສະສົມເກຼດ A ຫຼື ດີເລີດມີ 41 ສະຫາຍ, ກວມເອົາ 68,33% ຂອງຈຳນວນນັກສຶກສາໃນຫ້ອງຮຽນ; ໄດ້ຮັບຄະແນນສະສົມເກຼດB ຫຼື ດີຫຼາຍມີ 19 ສະຫາຍ ກວມເອົາ 31,67% ຂອງຈຳນວນນັກສຶກສາໃນຫ້ອງຮຽນ, ນັກຮຽນເກັ່ງມີວິໄນດີມີຄະແນນສະເລ່ຍ 3,90 ຂຶ້ນໄປຖືກຈັດເປັນປະເພດທີ I ມີ 40 ສະຫາຍ, ຍິງ 11 ສະຫາຍ ຫຼື ກວມເອົາ 66,66% ຂອງນັກສຶກສາໃນຫ້ອງຮຽນ. ນັກຮຽນເກັ່ງມີວິໄນດີຄະແນນສະເລ່ຍ 3,78-3,89 ຂຶ້ນໄປຖືກຈັດເປັນປະເພດທີ II ມີ 20 ສະຫາຍ, ຍິງ 03 ສະຫາຍ ຫຼື ກວມເອົາ 33,34% ຂອງນັກສຶກສາໃນຫ້ອງຮຽນ. ການຄັດເລືອກຄະນະພັກ, ຄະນະຫ້ອງນຳພາ-ຊີ້ນຳ ດີເດັ່ນຈຳນວນ 05 ສະຫາຍ, ຍິງ 02 ສະຫາຍ. ຄັດເລືອກຫ້ອງຮຽນດີເດັ່ນເປັນປະເພດ I.

      ໃນລະບົບຂັ້ນກາງ 06 ເດືອນຮຸ່ນທີ Iມີນັຮຽນທັງໝົດ 60 ສະຫາຍ, ຍິງ 25 ສະຫາຍ. ຜ່ານການສຶກສາຮໍ່າຮຽນມີນັກສຶກສາໄດ້ຮັບຄະແນນສະສົມເກຼດA ຫຼື ດີເລີດມີ 35 ສະຫາຍ, ຍິງ 16 ສະຫາຍ ກວມເອົາ 58.33% ຂອງຈຳນວນນັກສຶກສາໃນຫ້ອງຮຽນ; ໄດ້ຮັບຄະແນນສະສົມເກຼດ B+ຫຼື ດີຫຼາຍມີ 25 ສະຫາຍ, ຍິງ 09 ສະຫາຍ ກວມ 41,67% ຂອງຈໍານວນນັກສຶກສາໃນຫ້ອງຮຽນ.

         ລະບົບປະລິນຍາໂຫຮຸ່ນທີ 17 ມີນັກຮຽນທັງໝົດ 120 ສະຫາຍ, ຍິງ 38 ສະຫາຍ.

+ ຫ້ອງ ກໍ ຜົນການຮຽນໄດ້ຮັບຄະແນນສະສົມເກຼດA ຫຼື ດີເລີດມີ 47 ສະຫາຍ ກວມເອົາ 78,33% ຂອງຈຳນວນນັກສຶກສາໃນຫ້ອງຮຽນ; ໄດ້ຮັບຄະແນນສະສົມເກຼດ B+ ຫຼື ດີຫຼາຍມີ 13 ສະຫາຍ ກວມເອົາ 21.67% ຂອງຈຳນວນນັກສຶກສາໃນຫ້ອງຮຽນ. ນັກຮຽນເກັ່ງມີວິໄນດີຖືກຈັດເປັນປະເພດທີ I ມີ 38 ສະຫາຍ, ຍິງ 11 ສະຫາຍ ຫຼືກວມເອົາ 63,33% ຂອງນັກສຶກສາໃນຫ້ອງຮຽນ, ນັກຮຽນເກັ່ງມີວິໄນດີຖືກຈັດເປັນປະເພດທີ II ມີ 05 ທ່ານ, ຍິງ 01 ທ່ານຫຼືກວມເອົາ 8,33% ຂອງນັກສຶກສາໃນຫ້ອງຮຽນ; ນັກຮຽນເກັ່ງມີວິໄນດີຖືກຈັດເປັນປະເພດທີ III ມີ 04 ສະຫາຍ ຫຼື ກວມເອົາ 6,66% ຂອງນັກສຶກສາໃນຫ້ອງຮຽນ. ການຄັດເລືອກຄະນະພັກ, ຄະນະຫ້ອງນຳພາ-ຊີ້ນຳ ດີເດັ່ນມີຈຳນວນ 04 ສະຫາຍ, ຈັດເປັນປະເພດ II ສ່ວນຫ້ອງຮຽນດີເດັ່ນບໍ່ໄດ້ຈັດປະເພດ.

    + ຫ້ອງ ຂໍ ຜົນການຮຽນໄດ້ຮັບຄະແນນສະສົມເກຼດ A ຫຼື ດີເລີດມີ 51 ສະຫາຍ ກວມເອົາ 85,00% ຂອງຈຳນວນນັກສຶກສາໃນຫ້ອງຮຽນ; ໄດ້ຮັບຄະແນນສະສົມເກຼດ B+ຫຼື ດີຫຼາຍມີ 09 ສະຫາຍ ກວມເອົາ 15,00% ຂອງຈໍານວນນັກສຶກສາໃນຫ້ອງຮຽນ.ນັກຮຽນເກັ່ງມີວິໄນດີຖືກຈັດເປັນປະເພດທີ Iມີ 28 ສະຫາຍ, ຍິງ 09 ສະຫາຍ ຫຼືກວມເອົາ 46,66% ຂອງນັກສຶກສາໃນຫ້ອງຮຽນ, ນັກຮຽນເກັ່ງມີວິໄນດີຖືກຈັດເປັນປະເພດທີ II ມີ 04 ສະຫາຍ ຫຼືກວມເອົາ 6,66% ຂອງນັກສຶກສາໃນຫ້ອງຮຽນ, ນັກຮຽນເກັ່ງມີວິໄນດີຖືກຈັດເປັນປະເພດທີ III ມີ 05 ສະຫາຍ, ຍິງ 02 ສະຫາຍ ຫຼືກວມເອົາ 8,33%ຂອງນັກສຶກສາໃນຫ້ອງຮຽນ, ຄັດເລືອກຄະນະພັກ, ຄະນະຫ້ອງນຳພາ-ຊີ້ນຳ ດີເດັ່ນຈຳນວນ 05 ສະຫາຍ, ຍິງ 02 ສະຫາຍຖຶກຈັດເປັນປະເພດ II, ສ່ວນຫ້ອງຮຽນດີເດັ່ນບໍ່ໄດ້ຈັດປະເພດ.

         ເປັນກຽດມອບ-ຮັບໃບຢັ້ງຢືນ ທິດສະດີການເມືອງຂັ້ນສູງຮຸ່ນທີ III, ຂັ້ນກາງຮຸ່ນທີ I ແລະປະລິນຍາໂທຮຸ່ນທີ 17 ໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ຫຼັງຈາກນັ້ນ ທ່ານ ປທ ນ. ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະມອບ-ຮັບໃບຍ້ອງຍໍ ຫ້ອງຮຽນດີເດັ່ນ, ນັກຮຽນເກັ່ງມີວິໄນດີ ແລະຕາງໜ້າຄະນະພັກ, ຄະນະຫ້ອງຂຶ້ນກ່າວຄໍາຂອບໃຈ.

  • ໃນຕອນທ້າຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ມີຄໍາເຫັນໂອ້ລົມ ເຊຶ່ງທ່ານໄດ້ເນັ້ນໜັກຕໍໍ່ບັນດານັກສຶກສາລະບົບປະລິນຍາໂທ, ລະບົບລະບົບຮຽນທິດສະດີຂັ້ນກາງແລະຂັ້ນສູງດັ່ງນີ້:
  • ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນໃນພຶດຕິກຳຢ່າງແທ້ຈິງຈຶ່ງຈະກໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງພວກເຮົາຢ່າງບໍ່ຢຸດຢັ້ງ.

2). ທິດສະດີ, ແນວທາງທີ່ພວກສະຫາຍຮຽນມາຕ້ອງໄດ້ຮັບການທົດສອບ, ກວດສອບ ແລະຢືນຢັນຈາກພຶດຕິກຳຕົວຈິງ.

3). ຈາກພຶດຕິກຳຕົວຈິງນັ້ນບັນດາສະຫາຍຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດແລ້ວສະເໜີຄຳຄິດຄຳເຫັນ, ສະເໜີທິດທາງ, ວິທີການ ແລະມາດຕະການທີ່ເປັນໄປໄດ້ ແລະມີປະສິດທິພາບສູງເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ.

4).ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງໃນຂະບວນການວຽກງານຕົວຈິງໃຫ້ຫຼາຍຂຶ້ນ, ຄວາມຮຽກຮ້ອງຕ້ອງການຂອງການພັດທະນາແມ່ນຮູ້ນໍາເອົາບົດຮຽນໄປໝູນໃຊ້ໃນພຶດຕິກໍາໃຫ້ເກີດດອກອອກຜົນ, ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງຈາກອັນເກົ່າ ໄປສູ່ອັນໃໝ່ທີ່ດີກວ່າ.

5). ພວກສະຫາຍແມ່ນຜະລິດຕະພັນທີ່ມີຄຸນນະພາບຂອງສະຖາບັນ ບໍ່ວ່າຢູ່ແຫ່ງຫົນໃດ, ໃນໜ້າທີ່ວຽກງານໃດ, ແນວຄວາມຄິດ, ການປະພຶດ ແລະການກະທຳອັນໃດກໍ່ຕ້ອງຄຳນຶງ ແລະຢຶດໝັ້ນໃນທາດແທ້ຊົນຊັ້ນກໍາມະກອນຂອງພັກຢ່າງສະເເໜີຕົ້ນສະເໜີປາຍ.

– ຕໍ່ກັບນັກສຶກສາໃໝ່.

1). ເມື່ອໄດ້ມາຮໍ່າຮຽນແລ້ວ, ກໍຄວນເອົາໃຈໃສ່ຮໍ່າຮຽນເຝິກຝົນຫຼໍ່ຫຼອມຕົນເອງ.

2). ການສຶກສາຄົ້ນຄວ້າຮໍ່າຮຽນ ເວລາໃດກໍ່ຕິດພັນຢ່າງສະໜິດແໜ້ນກັບການເຝິກຝົນຫຼໍ່ຫຼອມ ແລະປັບປຸງປ່ຽນແປງຕົນເອງຈາກອັນເກົ່າໄປສູ່ອັນໃໝ່ທີ່ມີຄຸນນະພາບສູງຂຶ້ນ.

3). ການຮຽນຕ້ອງມີວິທີຮຽນທີ່ສົມຄູ່ກັບສະພາບຄວາມເປັນຈິງຂອງຕົນເອງ ໝາຍວ່າພວກສະຫາຍແມ່ນພະນັກງານໍາພາໃນລະດັບກາງ, ການຮຽນຕ້ອງຮູ້ສົມທົບ ລະຫວ່າງ ທິດສະດີ ແລະພຶດຕິກໍາ, ເອົາພຶດຕິກໍາມາເຍືອງໃສ່ທິດສະດີ,ຊອກຫາເຫດຜົນ, ຄົ້ນຄິດຫາວິທີການໃຫ້ຖືກຕ້ອງກັບພື້ນຖານລະບຽບ, ກົດໝາຍ, ຮຽນໄປນໍາ, ຄິດໄປນໍາ.

4). ບັນດາສະຫາຍຄະນະພັກ, ຄະນະຫ້ອງ ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນແບບຢ່າງເລີ່ມແຕ່ຄະນະພັກ, ຄະນະຫ້ອງຮອດສະມາຊິກ, ມີຫຍັງກໍ່ໃຫ້ປຶກສາຫາລືກັນ, ເສີມຂະຫຍາຍປະຊາທິປະໄຕ ພາຍໃນ ແລະຕົກລົງພ້ອມກັນຈັດຕັ້ງປະຕິບັດ, ສະມາຊິກກໍ່ຕ້ອງເປັນກຳລັງແຮງສຳຄັນໃນການຕັດສິນຂະບວນການລວມຂອງຫ້ອງຮຽນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ:ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ