ໃນຕອນແລງວັນທີ 22 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຄະນະຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ llຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ສມປຊ  ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 10 ທ່ານ.

     ຕອນເເລງວັນທີ 24 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫັດ ຫ້ອງ 302ຄະນະສະຫະພັນແມ່ຍິງຮາກຖານວິ ຊາການ 1ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ l ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ນາງ ລໍາພູນ ດວນສຸວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ 23 ທ່ານ.

          ພ້ອມກັນນັ້ນ, ໃນຕອນເຊົ້້າວັນທີ 27 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3ຕຶກຫັດຫ້ອງ 302 ຄະກໍາມະບານຮາກຖານຄະນະບໍລິຫານສາດກໍ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ llຂື້ນ, ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ປະທານສະຫະພັນກຳມະບານ ສມປຊ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 20 ທ່ານ, ຍິງ 8 ທ່ານ. ໃນກອງປະຊຸມຄັ້ງນີ້ລວມມີ ທ່ານ ນາງ ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະແຂກທີ່ຖຶກເຊີນຈາກຮາກຖານອ້ອມຂ້າງເປັນຕົ້ນແມ່ນ: ຄະນະຊາວໜຸ່ມ ສມປຊ, ຄະນະກໍາມະບານ ສມປຊ; ສະຫະພັນແມ່ຍິງແຕ່ລະຮາກຖານ; ຄະນະໜ່ວຍພັກ ແລະພະແນກອົງການຈັດຕັ້ງມະຫາຊົນກໍ່ເຂົ້າຮ່ວມ.

         ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງຂອງແຕ່ລະຮາກຖານ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ I ຂອງວຽກງານກໍາມະບານ, ຊາວໜຸ່ມ ແລະແມ່ຍິງເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດຮຽນຕະຫຼອດການເຄື່ອນໄຫວຽກກງານຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມໄດ້ເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່ພ້ອມກັນນັ້ນ, ສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະກຳມະບານ, ຄະນະຊາວໜຸ່ມ ແລະຄະນະສະຫະພັນແມ່ຍິງຊຸດທີ ll ຂອງແຕ່ລະຮາກຖານດັ່ງນີ້:
         l. ຄະນະຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງທ່ານ 2 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ນາງ ວາດສະໜາ ກິນອາພອນ ເປັນເລຂາ;
  2. ທ່ານ ສຸກ ໄຊຍະວົງ ເປັນຮອງເລຂາ ແລະວຽກກວດກາ;
  3. ທ່ານ ປທ ແກ້ວອຸດອນ ພັນດານຸວົງ ເປັນຄະນະ.
    ll. ຄະນະສະຫະພັນແມ່ຍິງຮາກຖານວິຊາການ 1 ຊຸດໃໝ່ ສະໄໝທີ l ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງທ່ານ 5 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:
    1. ທ່ານ ປອ ນາງ ຈິດພະໄທ ສໍວະລິດ ເປັນປະທານ;
    2. ທ່ານ ປທ ນາງ ແສງດາວ ອິນທະວົງ ເປັນຮອງປະທານ ແລະວຽກກວດກາ;
    3. ທ່ານ ນາງ ເພັດສະດີ ຄັນທະວົງ ເປັນຄະນະ.

         III. ຄະນະກໍາມະບານຮາກຖານ ຄະນະບໍລິຫານສາດ ຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງ 1 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ປອ ນາງ ພອນມະນີ ບຸນຄໍ້າ ເປັນປະທານ;
  2. ທ່ານ ປທ ຄໍາຝັ້ນ ແສງແກ້ວ ເປັນຮອງປະທານ ແລະວຽກກວດກາ;
  3. ທ່ານ ປທ ຕູບີ້ ຈັນທະພານິດ ເປັນຄະນະ.

ໃນຕອນທ້າຍກອງປະຊຸມທ່ານປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານປະທານໄດ້ຮຽກຮ້ອງມາຍັງຄະນະກໍາມະບານ, ຄະນະຊາວໜຸ່ມ ແລະຄະນະສະຫະພັນແມ່ຍິງຊຸດໃໝ່ ແລະສະມາຊິກແຕ່ລະຮາກຖານມີຄື:

1). ຄະນະຊາວໝຸ່ມໃໜ່: ສືບຕໍ່ເອົາໃຈໃສ່ທາງດ້ານການເມືອງແນວຄິດ, ເຕົ້າໂຮມສາມັກຄີ ແລະແບ່ງຄວາມຮັບຜິດຊອບການນໍາພາ-ຊີ້ນໍາແຕ່ລະຂົງເຂດ. ຄະນະຊາວໜຸ່ມຊຸດໃໝ່ຕ້ອງກໍາໄດ້ສະມາຊິກຂອງຕົນເອງ ເພື່ອແນໃສ່ສຶກສາອົບຮົມໃຫ້ຖືກເປົ້າໜາຍ ແລະພະຍາຍາມເຂົ້າເຖິງສະມາຊິກ, ຮູ້ປະສານສົມທົບກັບອົງການອື່ນ ເປັນຕົ້ນແມ່ນ: ອົງການກໍາມະບານ ແລະອົງການແມ່ຍິງ ແລະຮູ້ນໍາພາສະໜັບສະໜູນສະມາຊິກໃຫ້ມີຄວາມກະຕືລືລົ້ນເຂົ້າຮ່ວມທຸກຂະບວນການທີ່ທາງ ສມປຊ ຈັດຂຶ້ນ.

2). ຄະນະກໍາມະບານ: ສືບຕໍ່ປະຕິບັດໜ້າທີການເມືອງໃຫ້ດີກວ່າເກົ່າ, ແກ້ໄຂຂໍ້ບົກຜ່ອງ, ເພີ່ມທະວີຄວາມສາມັກຄີພາຍໃນຄະນະ. ມີການແບ່ງວຽກງານຢ່າງລະອຽດ ແລະປັບປຸງວິທີເຮັດວຽກໃຫ້ຖືກຕ້ອງຕາມສະພາບຕົວຈິງ. ສືບຕໍ່ເຊື່ອມຊຶມວຽກງານກໍາມະບານ ແລະປະສານສົບທົບກັບບັນດາອົງການອ້ອມຂ້າງ.

3). ຄະນະສະຫະພັນແມ່ຍິງຊຸດໃໝ່: ເພີ່ມທະວີການນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິ ແລະມີຫຼາຍຮູບແບບ. ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງປະສານຢ່າງໂລ່ງລ່ຽນ, ປຶກສາຫາລື, ເຮັດເປັນໝູ່ຄະນະ, ບົນຫຼັກການລວມສູນ ປະຊາທິປະໄຕ. ເປັນເຈົ້າການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບການປະຕິບັດໜ້າວິຊາສະເພາະ ໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ. ເອົໃຈໃສ່ການຄຸ້ມຄອງ, ຕິດຕາມກວດກາເອື້ອຍແມ່ຍິງໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ ຕິດແທດ ເພື່ອກຳໃຫ້ໄດ້ສະພາບແນວຄິດຈິດໃຈ, ຈຸດພິເສດ ແລະການເຄື່ອນໄຫວຂອງສະມາຊິກຕົນເອງ.

  • ຕໍ່ກັບສະມາຊິກກໍາມະບານ, ຊາວໜຸ່ມ ແລະແມ່ຍິງ: ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າ, ຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ. ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບຂອງສະຖາບັນວາງອອກຢ່າງເຂັ້ມງວດ. ຕັ້ງໜ້າປະກອບສ່ວນເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນຈັດຂຶ້ນ ເປັນຕົ້ນແມ່ນ: ຂະບວການຂອງ 3 ອົງການຈັດຕັ້ງມະຫາຊົນ.

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

      ບັນນາທິການ: ປທ ບຸນປັນ ສຸມຸນທອງ