ໃນຕອນເຊົ້າວັນທີ 30 ພຶດສະພາ 2024 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະສາກົນ, ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນ-ທຸກລະບົບກໍ່ເຂົ້າຮ່ວມ. ເຊິ່ງມີຜູ້ເຂົ້າຮ່ວມທັງໜົດ 387 ທ່ານ, ຍິງ 132 ທ່ານ, ພິທີດັ່ງກ່າວແມ່ນໄດ້ດໍາເນີນເປັນເວລາເຄິ່ງວັນ.

ໃນພິທີທ່ານ ປອ ນາງ ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກໍ່ໄດ້ຂຶ້ນກ່າວຈຸດປະສົງ ແລະສະເໜີແຂກເຂົ້າຮ່ວມ, ໃນວາລະດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍ່ໃຫ້ກຽດບັນລະຍາຍ ເຊິ່ງເອກະສານທີ່ໄດ້ເຊື່ອມຊຶມປະກອບມີ 4ເອກະສານ ຫຼັກໆທີ່ສໍາຄັນຄື:

  1. ເຊື່ອມຊືມປາຖະກະຖາບັ້ນຮົບດຽນບຽນຟູ (07 ພຶດສະພາ 1954-07 ພຶດສະພາ 2024) ຄົບຮອບ 70 ປີ;
  2. ວັນຜ່າວົງປິດລ້ອມຂອງກອງພັນທີ 2ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ (18 ພຶດສະພາ 1959-18 ພຶດສະພາ 2024) ຄົບຮອບ 65 ປີ;
  3. ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 20 24) ຄົບຮອບ 64 ປີ;
  4. ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໜ່.

        ໃນຕອນທ້າຍພິທີ ທ່ານ ປະທານໄດ້ມີຄໍາໂອລົມ ຕໍ່ພິທີເຊິ່ງເພິ່ນໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ແລະນັກ ສຶກສາຕ້ອງກໍາໃຫ້ໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ, ການປະຕິບັດວຽກງານວິຊາສະເພາະ ແລະເປັນແບບແຜນວິທີ-ທີ່ຈັດຕັ້ງປະຕິບັດໃນກົມກອງຂອງຕົນໃຫ້ມີປະສິດ ທິພາບສູງໃນຕໍ່ໜ້າ, ກວ້າງຂວາງ ແລະບັນລຸຕາມຈຸດປະສົງຄາດໝາຍ.

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ