ຂ່າວຫຼ້າສຸດ

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ພິທີປີດການຝຶກອົບຮົມວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ-ຄຸນນະພາບ ແລະຮູບແບບການອ້າງອີງວາລະສານວິຊາການ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຝຶກອົບຮົມ ຍົກລະດັບພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດ ໃນຫົວຂໍ້ການຝຶກອົບຮົມ: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ (Quantitative) ແລະ ຄຸນນະພາບ (Qualitative) ແລະຮູບແບບການອ້າງອີງວາລະສານວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.           ໃນພິທີໃຫ້ກຽດເປັນປະທານຂອງ ທ່ານ ປທ ນ ບຸນມີ…

ກອງປະຊຸມແລກປ່ຽນ ແລະປຶກສາຫາລື ເພື່ອເກັບກຳຂໍ້ມູນການຈັດຕັ້ງປະຕິບັດ ຂອງໂຄງການສະຖາບັນລາວ-ອົດສະຕາລີ ໄລຍະ IV

ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ຖະ​ບານ​ລາວ ກັບ ລັດ​ຖະ​ບານ​ອົດ​ສະ​ຕາ​ລີ ແມ່ນ​ມີສາຍ​ພົວ​ພັນ ແລະການຮ່ວມມືອັນດີງາມ​ມາ​ແຕ່​ຍາວ​ນານ, ເປັນ​ການ​ພົວ​ພັນ​ທີ່ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ, ບໍ່​ກ້າວ​ກາຍ​ກິດ​ຈະ​ການ​ພາຍ​ໃນ​ເຊິ່ງ​ກັນ ແລະກັນ ເຊິ່ງ​ສະ​ແດງ​​ອອກ​ໃນ​ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ອົດ​ສະ​ຕ​າ​ລີ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ການ​ສຶກ​ສາ ແລະການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວຽກ​ງານ​ສິດ​ທິ​ມະ​ນຸດ ຢ່າງ​ມະ​ຫາ​ສານ​ແກ່​ລັດ​ຖະ​ບານ​ ສ​ປ​ປ ລາວ ເວົ້າ​ລວມ, ​ເວົ້າ​ສະ​ເພາະ ກໍຄືສະ​ຖາ​ບັນ​ການ​ເມືອງ ແລະການ​ປົກ​ຄອງ​ແຫ່ງ​ຊາດ ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​າ​ລີ ໃນ​ການ​ສ້າງ ແລະພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ຄູ, ຝຶກ​ອົບ​ຮົມ​ດ້ານວິ​ຊາ​ການ, ປື້ມ​ຄູ່​ມື, ຊ່ຽວ​ຊານ, ການ​ຝຶກ​ອົບ​ຮົມ​ວຽກ​ງານ​ສິດ​ທິ​ມະ​ນຸດ, ວຽກ​ງານ​ບຸກ​ຄະ​ລາ​ກອນ ແລະການ​ແລກ​ປ່ຽນ​ບົດ​ຮຽນໃນ​ດ້ານ​ອື່ນໆ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການຝຶກອົບຮົມວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ ISSN, AI ປັນຍາປະດິດ, ການວິໄຈ ປະລິມານ-ຄຸນນະພາບ ແລະຮູບແບບການອ້າງອີງວາລະສານວິຊາການ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຍົກລະດັບ ພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ, ທັນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ແມ່ນການຍົກລະດັບໃຫ້ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ທຽບທັນກັບຍຸກອຸດສາຫະກໍາທີ່ທັນສະໄໝ ແລະ ເພື່ອໃຫ້ພວກເຮົາຮູ້ໄດ້ວິທີເຂົ້າເຖິງຂໍ້ມູນທີ່ທັນສະໄໝ ຢູ່ໃນໂລກປະຈຸບັນ ແລະ ໃຫ້ຮູ້ຈັກນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເຂົ້າໃນການສຶກສາຄົ້ນຄວ້າ, ຮໍ່າຮຽນ ແລະ ນໍາເອົາຄວາມຮູ້ໃໝ່ໆ ມານໍາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງພວກເຮົາ. ດັ່ງນັ້ນ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຈິ່ງໄດ້ຈັດຝຶກອົບຮົມຫົວຂໍ້: ການສ້າງວາລະສານອອນລາຍ ເພື່ອຂໍລະຫັດວາລະສານວິຊາການ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ເມືອງແປກ

ໃນຕອນເຊົ້າວັນທີ 19 ກັນຍາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ  ຮຸ່ນທີ III ເມືອງແປກ ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງຊຽງຂວາງ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ III ເມືອງແປກ ປະຈໍາປີ 2025, ສະບັບເລກທີ 453/ຄປພຂ, ຊຽງຂວາງ, ວັນທີ 18 ກັນຍາ 2025 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ…

ຂ່າວອື່ນໆ