ໃນຕອນເຊົ້າວັນທີ 19 ກັນຍາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ  ຮຸ່ນທີ III ເມືອງແປກ ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງຊຽງຂວາງ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ III ເມືອງແປກ ປະຈໍາປີ 2025, ສະບັບເລກທີ 453/ຄປພຂ, ຊຽງຂວາງ, ວັນທີ 18 ກັນຍາ 2025 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ຈັນທະສອນ ພູນສຸກ ຄະນະປະຈໍາພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ມີທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ທ່ານ ບົວລອຍ ຈັນທະວົງ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແປກ, ມີບັນດາແຂກຖືກເຊີນ, ມີພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ 121 ສະຫາຍ, ຍິງ 59 ສະຫາຍ.

ໃນພິທີຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານມະຕິ ຂອງຄະນະປະຈໍາພັກແຂວງຊຽງຂວາງ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ III ເມືອງແປກ ປະຈໍາປີ 2025, ສະບັບເລກທີ 453/ຄປພຂ, ຊຽງຂວາງ, ວັນທີ 18 ກັນຍາ 2025, ຫຼັງຈາກນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ເມືອງແປກ ສົກປີ 2025, ໃນນັ້ນ ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທີ່ຮຽນຈົບ ແລະມອບໃບຍ້ອງຍໍໃຫ້ນັກສຶກສາດີເດັ່ນ ແລະຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ສໍາລັບຂັ້ນຕົ້ນ ຮຸ່ນທີ III ເມືອງແປກ ປະຈໍາສົກຮຽນປີ 2025, ສະເລ່ຍຜົນການຮຽນ ຂອງນັກສຶກສາຕະຫຼອດຊຸດຮຽນໄລຍະຮຽນທັງໝົດແມ່ນຮຽນ 3 ເດືອນ, ໃຊ້ເວລາຮຽນ 420 ຊົ່ວໂມງ, ມີ 7 ກຸ່ມ ວິຊາຄື: ກຸ່ມວິຊາປັດຊະຍາ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດສາດ, ກຸ່ມວິຊາບໍລິຫານລັດ, ກຸ່ມວິຊາແນວຄິດໄກສອນ ພົມວິຫານ, ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ, ກຸ່ມວິຊາບັງຄັບ, ໄປທັດສະນະສຶກສາ ແລະຂຽນບົດປະເມີນຄວາມຮັບຮູ້. ສາມາດສະຫຼຸບໄດ້ ຄື: ນັກສຶກສາຮຽນເກັ່ງໄດ້ຄະແນນເກຣດ A (ດີເລີດ) ຕະຫຼອດຊຸດຮຽນມີ 14 ສະຫາຍ, ຍິງ 5 ສະຫາຍ, ນັກສຶກທີ່ໄດ້ຄະແນນເກຣດ B+ (ດີຫຼາຍ) ມີ 46 ສະຫາຍ, ຍິງ 32 ສະຫາຍ; ສ່ວນຄະແນນ ເກຣດ B ຫາເກຣດ F ແມ່ນບໍ່ມີ.

ໃນຕອນທ້າຍພິທີ ເພື່ອເຮັດໃຫ້ພິທີມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ແລະບັນລຸສໍາເລັດຕາມຄາດໝາຍ ທ່ານ ນາງ ຈັນທະສອນ ພູນສຸກ ຄະນະປະຈໍາພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາສໍາເລັດການສຶກສາໃນຄັ້ງນີ້ ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນ ໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງຂຶ້ນກວ່າເກົ່າ ແລະກ່າວປິດພິທີຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ເມືອງແປກ ຢ່າງເປັນທາງການ.

ພາບ/ຂ່າວໂດຍ: ນາງ ຄໍາເພັດ ບຸນນະຈັນ (ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)
ບັນນາທິການໂດຍ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ