Month: January 2026

ຄະນະບໍລິຫານງານຊາວໜຸ່ມ ສມປຊ ເຂົ້າອວຍພອນ ທ່ານ ທອງລີ ສີສຸລິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກຊາວໜຸ່ມ ປປລ.

ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວກອງທັບ ກໍຄືຊາວໜຸ່ມລາວທົ່ວປະເທດ ພວມເບີກບານມ່ວນຊື່ນຕໍ່ກັບຜົນສຳເລັດອັນສະຫງ່າລາສີຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ; ໃນຕອນເຊົ້າຂອງວັນທີ 14 ມັງກອນ 2026 ຢູ່ທີ່ສູນກາງພັກຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປອ ນ. ດາວອນ ບຸດທະນຸວົງ, ເລຂາຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ເຂົ້າພົບປະ ແລະ ນຳເອົາກະຕ່າດອກໄມ້ແຫ່ງຄວາມຍິນດີ ເຂົ້າອວຍພອນ ທ່ານ ທອງລີ ສີສຸລິດ…

ຄະນະບໍລະຫານງານຊາວໜຸ່ມ ສມປຊ ອວຍພອນ  ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນກຳມະການສຳຮອງສູນກາງພັກ ສະໄໝທີ XII

ໃນຕອນແລງຂອງວັນທີ 12 ມັງກອນ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດພິທີເຂົ້າອວຍພອນ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເນື່ອງໃນໂອກາດ ທີ່ທ່ານໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ ໃຫ້ດຳລົງຕຳແໜ່ງເປັນ ກຳມະການສຳຮອງສູນກາງພັກ.          ໃຫ້ກຽດນຳພາຄະນະເຂົ້າອວຍພອນໃນຄັ້ງນີ້ໂດຍ ທ່ານ…

ພິທີມອບ-ຮັບປຶ້ມບັນທຶກປະຫວັດສາດລາວ-ຈີນ  ສັນຍະລັກແຫ່ງສາຍພົວພັນມິດຕະພາບຍຸດທະສາດ ແລະການບໍາລຸງສ້າງທິດສະດີການເມືອງໃຫ້ຄົນຮຸ່ນໃໝ່

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະ ຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢ່າງມີຄວາມໝາຍຄວາມສໍາຄັນນັ້ນ; ໃນວັນທີ 9 ມັງກອນ 20 26, ທີ່ຫໍສະໝຸດກອງທັບ, ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບປຶ້ມບັນທຶກປະຫວັດສາດ ແລະປຶ້ມການເມືອງ ແນວຄິດອັນລຳ້ຄ່າ ເພື່ອແນໃສ່ການສ້າງພື້ນຖານຄວາມຮູ້ດ້ານປະຫວັດສາດ ແລະການເມືອງໃຫ້ແກ່ສັງຄົມ.         …