ເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ຄອບຄົວ, ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2026 ນີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ສະຫະພັນແມ່ຍິງ ສມປຊ ໄດ້ຈັດພິທີຝຶກອົບຮົມການປູກເຫັດເຟືອງຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້: “ການປູກເຫັດເຟືອງ ເພື່ອສ້າງລາຍຮັບເພີ່ມໃຫ້ເອື້ອຍນ້ອງແມ່ຍິງ ສມປຊ”.


ພິທີດັ່ງກ່າວ ໄດ້ດຳເນີນໄປພາຍໃຕ້ການຊີ້ນຳ ແລະ ເປັນປະທານຂອງ ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະສະຫະພັນແມ່ຍິງ ສມປຊ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 40 ກວ່າທ່ານ. ການຝຶກອົບຮົມໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນກິດຈະກຳໜຶ່ງທີ່ສຳຄັນຂອງອົງການຈັດຕັ້ງມະຫາຊົນ ໃນການສ້າງຂະບວນການຕົວຈິງ ເພື່ອຍົກລະດັບຄວາມຮູ້ ແລະ ທັກສະວິຊາຊີບໃຫ້ແກ່ສະມາຊິກແມ່ຍິງ.
ໃນທ່າມກາງສະພາວະເສດຖະກິດທີ່ມີການປ່ຽນແປງ, ການຊອກຫາຊ່ອງທາງໃນການເພີ່ມລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍໃນຄົວເຮືອນ ແມ່ນມີຄວາມຈຳເປັນຢ່າງຍິ່ງ. ສະຫະພັນແມ່ຍິງ ສມປຊ ໄດ້ເລັງເຫັນຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ລິເລີ່ມໂຄງການຝຶກອົບຮົມນີ້ຂຶ້ນ ໂດຍມີຈຸດປະສົງຫຼັກເພື່ອສ້າງຄວາມຮູ້ພື້ນຖານ ແລະ ເຕັກນິກວິຊາການໃນການປູກເຫັດເຟືອງ ທີ່ຖືກຕ້ອງຕາມຫຼັກວິຊາການໃຫ້ແກ່ສະມາຊິກ. ເຫັດເຟືອງ ຖືເປັນພືດເສດຖະກິດທີ່ມີອາຍຸສັ້ນ, ໃຊ້ເວລາປູກບໍ່ດົນ, ຕ້ອງການພື້ນທີ່ໜ້ອຍ ແຕ່ໃຫ້ຜົນຜະລິດໄວ ແລະ ເປັນທີ່ຕ້ອງການຂອງຕະຫຼາດສູງ. ນອກຈາກຈະສາມາດນຳມາປະກອບອາຫານເພື່ອບໍລິໂພກໃນຄອບຄົວ ເພື່ອຫຼຸດຜ່ອນລາຍຈ່າຍແລ້ວ ຍັງສາມາດພັດທະນາເປັນອາຊີບເສີມ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຢ່າງຍືນຍົງ.



ໃນວາລະຕອນເຊົ້າ (ເວລາ 09:15-11:30 ໂມງ), ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍທາງດ້ານທິດສະດີຢ່າງເຂັ້ມຂຸ້ນ ໂດຍໄດ້ຮັບກຽດຈາກ ທ່ານ ຫົງ ສິດທິວົງ ຮອງຫົວໜ້າພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ, ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ເຊິ່ງເປັນວິທະຍາກອນຜູ້ທີ່ມີປະສົບການສູງ ມາຖ່າຍທອດຄວາມຮູ້.ໃນບົດບັນຍາຍ, ວິທະຍາກອນໄດ້ນຳສະເໜີຕັ້ງແຕ່ຄວາມຮູ້ພື້ນຖານກ່ຽວກັບທຳມະຊາດຂອງເຫັດເຟືອງ, ການກະກຽມວັດຖຸດິບ (ເຟືອງ), ການເລືອກສະຖານທີ່, ການກະກຽມໂຮງເຮືອນ ຫຼື ກອງເຫັດ, ລວມໄປເຖິງປັດໄຈສຳຄັນຕ່າງໆ ເຊັ່ນ: ອຸນຫະພູມ, ຄວາມຊຸ່ມ ແລະ ແສງສະຫວ່າງ ທີ່ມີຜົນຕໍ່ການຈະເລີນເຕີບໂຕຂອງດອກເຫັດ. ບັນຍາກາດໃນຫ້ອງຝຶກອົບຮົມເຕັມໄປດ້ວຍຄວາມສົນໃຈ ບັນດາເອື້ອຍນ້ອງແມ່ຍິງໄດ້ຕັ້ງໃຈຟັງ ແລະ ແລກປ່ຽນຄຳຖາມຂໍ້ຂ້ອງໃຈຕ່າງໆ ກັບວິທະຍາກອນຢ່າງກົງໄປກົງມາ ເຮັດໃຫ້ການຮຽນຮູ້ມີຊີວິດຊີວາ ແລະ ໄດ້ເນື້ອໃນສາລະຄົບຖ້ວນ. ພາຍຫຼັງສຳເລັດພາກທິດສະດີ ແລະ ພັກຜ່ອນຮັບປະທານອາຫານທ່ຽງ, ໃນຕອນບ່າຍຂອງວັນດຽວກັນ (ເວລາ 13:15-16:00 ໂມງ), ຄະນະຮັບຜິດຊອບ ແລະ ສໍາມະນາກອນທັງໝົດ ໄດ້ພ້ອມກັນລົງມືປະຕິບັດຕົວຈິງ. ກິດຈະກຳນີ້ຖືເປັນຈຸດສຸມສຳຄັນຂອງການຝຶກອົບຮົມ ເພາະເປັນການນຳເອົາທິດສະດີມາສູ່ການປະຕິບັດ.
ພາຍໃຕ້ການສາທິດ ແລະ ແນະນຳຢ່າງໃກ້ຊິດຈາກ ທ່ານ ຫົງ ສິດທິວົງ ແລະ ທີມງານຄູຝຶກ, ສະມາຊິກແມ່ຍິງທັງ 40 ກວ່າທ່ານ ໄດ້ຮ່ວມແຮງຮ່ວມໃຈກັນກະກຽມກອງເຫັດ, ການໝັກເຟືອງ, ການໃສ່ເຊື້ອເຫັດ ແລະ ການບົວລະບັດຮັກສາ. ບັນຍາກາດເຕັມໄປດ້ວຍຄວາມມ່ວນຊື່ນ, ສາມັກຄີ ແລະ ມີຄວາມກະຕືລືລົ້ນ. ການໄດ້ລົງມືເຮັດຕົວຈິງ ຊ່ວຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຂັ້ນຕອນຢ່າງລະອຽດ, ຮູ້ຈັກວິທີການແກ້ໄຂບັນຫາສະເພາະໜ້າ ແລະ ເກີດຄວາມໝັ້ນໃຈວ່າຈະສາມາດນຳໄປປະຕິບັດເອງໄດ້ທີ່ເຮືອນ.
ທ່ານ ປທ ນາງ ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຫົວໜ້າ ສມປຊ ໃນນາມປະທານ ແລະ ຜູ້ຊີ້ນຳວຽກງານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ກິດຈະກຳນີ້. ທ່ານໄດ້ເນັ້ນໜັກວ່າ: “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ບໍ່ພຽງແຕ່ແມ່ນການຍົກລະດັບທາງດ້ານການເມືອງ-ແນວຄິດເທົ່ານັ້ນ, ແຕ່ການມອບອາວຸດທາງປັນຍາ ແລະ ວິຊາຊີບ ເພື່ອສ້າງເສດຖະກິດຄອບຄົວ ກໍແມ່ນປັດໄຈພື້ນຖານທີ່ຈະເຮັດໃຫ້ແມ່ຍິງມີຄວາມເປັນເຈົ້າຕົນເອງ, ມີຄຸນນະພາບຊີວິດທີ່ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາອົງກອນ ກໍຄືປະເທດຊາດ”. ພ້ອມມນັ້ນ ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະຫະພັນແມ່ຍິງ ສມປຊ ທີ່ໄດ້ລິເລີ່ມກິດຈະກຳທີ່ເປັນປະໂຫຍດ ແລະ ຕິດພັນກັບຊີວິດການເປັນຢູ່ຕົວຈິງ ຂອງສະມາຊິກ. ການປູກເຫັດເຟືອງ ເຖິງວ່າຈະເບິ່ງຄືເປັນວຽກງານກະສິກຳຂະໜາດນ້ອຍ ແຕ່ຫາກເຮັດຢ່າງຖືກວິທີ ແລະ ເອົາໃຈໃສ່ ກໍສາມາດກາຍເປັນແຫຼ່ງລາຍຮັບທີ່ໝັ້ນຄົງໄດ້. ການຝຶກອົບຮົມໃນຄັ້ງນີ້ ບໍ່ໄດ້ສິ້ນສຸດພຽງແຕ່ການຮຽນຮູ້ໃນມື້ດຽວ. ຕາມວາລະການເຄື່ອນໄຫວ, ຫຼັງຈາກການປູກໃນວັນທີ 16 ມັງກອນນີ້ແລ້ວ, ຄະນະຮັບຜິດຊອບ ແລະ ສຳມະນາກອນ ຈະໄດ້ມີການຕິດຕາມຜົນຢ່າງຕໍ່ເນື່ອງ ແລະ ມີກຳນົດການຈະລົງກວດກາຜົນໄດ້ຮັບຕົວຈິງ (ການອອກດອກຂອງເຫັດ) ໃນວັນທີ 20 ມັງກອນ 2026.







ຜ່ານການຝຶກອົບຮົມຄັ້ງນີ້, ຄາດວ່າສະມາຊິກແມ່ຍິງ ສມປຊ ທັງ 40 ກວ່າທ່ານ ຈະສາມາດກຳແໜ້ນເຕັກນິກການປູກເຫັດເຟືອງ, ສາມາດນຳໄປຜັນຂະຫຍາຍຢູ່ຄອບຄົວຂອງຕົນເອງ, ກາຍເປັນຕົວແບບໃນການສ້າງເສດຖະກິດຄອບຄົວ ແລະ ຖ່າຍທອດຄວາມຮູ້ຕໍ່ໃຫ້ແກ່ຊຸມຊົນອ້ອມຂ້າງໄດ້. ນີ້ຄືອີກໜຶ່ງຜົນງານທີ່ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ຄະນະພັກ, ຄະນະນຳ ສມປຊ ໃນການຍົກສູງບົດບາດຍິງ-ຊາຍ ແລະ ພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ປທ ນ. ຕຸ້ຍ ບົວມະນີຈັນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
