ໃນຕອນແລງຂອງວັນທີ 12 ມັງກອນ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຈັດພິທີເຂົ້າອວຍພອນ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເນື່ອງໃນໂອກາດ ທີ່ທ່ານໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ ໃຫ້ດຳລົງຕຳແໜ່ງເປັນ ກຳມະການສຳຮອງສູນກາງພັກ.
ໃຫ້ກຽດນຳພາຄະນະເຂົ້າອວຍພອນໃນຄັ້ງນີ້ໂດຍ ທ່ານ ປອ ນາງ ດາວອນ ບຸດທະນຸວົງ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ, ຕາງໜ້າຊາວໜຸ່ມຮາກຖານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດອັນສະຫງ່າລາສີນີ, ທ່ານ ປອ ນາງ ດາວອນ ບຸດທະນຸວົງ ໄດ້ຕາງໜ້າໃຫ້ແກ່ສະມາຊິກຊາວໜຸ່ມທົ່ວສະຖາບັນ ກ່າວສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະຕີລາຄາສູງຕໍ່ໄຊຊະນະທາງດ້ານການເມືອງທີ່ສຳຄັນ. ທ່ານໄດ້ເນັ້ນໜັກວ່າ: ການທີ່ທ່ານໄດ້ຮັບເລືອກຕັ້ງເປັນກຳມະການສຳຮອງສູນກາງພັກນັ້ນ ບໍ່ພຽງແຕ່ເປັນກຽດອັນສູງສົ່ງສ່ວນຕົວ ແລະຄອບຄົວເທົ່ານັ້ນ, ແຕ່ຍັງເປັນຄວາມພາກພູມໃຈຂອງທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ມັນແມ່ນການຢັ້ງຢືນເຖິງຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະຜົນງານອັນໂດດເດັ່ນທີ່ທ່ານໄດ້ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນວຽກງານກໍ່ສ້າງພັກ-ພະນັກງານ ແລະການຄົ້ນຄວ້າທິດສະດີການເມືອງ ແລະການປົກຄອງໃນໄລຍະຜ່ານມາ.
ໃນຕອນທ້າຍ, ທ່ານເລຂາຄະນະບໍລິຫານງານຊາວໜຸ່ມ ໄດ້ເປັນຕົວແທນມອບກະຕ່າດອກໄມ້ ແລະກ່າວອວຍພອນໄຊອັນປະເສີດ ໃຫ້ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີສະຕິປັນຍາ ເພື່ອສືບຕໍ່ຊີ້ນຳ-ນຳພາ ວຽກງານຂອງພັກ ແລະ ຂອງສະຖາບັນ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.
ໂອກາດດຽວກັນນີ້, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄະນະບໍລິຫານງານຊາວໜຸ່ມ, ພະນັກງານ, ຄູ-ອາຈານທຸກທ່ານ ແລະທ່ານໄດ້ໃຫ້ທິດຊີ້ນຳ ແລະປຸກລະດົມໃຫ້ກຳລັງແຮງຊາວໜຸ່ມເຊິ່ງເປັນ “ແຂນຂວາຂອງພັກ” ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ-ແນວຄິດ, ເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນ ແລະເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະທຸ່ມເທທຸກຄວາມສາມາດ ເພື່ອຮັບໃຊ້ປະເທດຊາດ ແລະປະຊາຊົນ ໃຫ້ສົມກັບຄວາມໄວ້ວາງໃຈທີ່ສູນກາງພັກ ແລະມະຫາຊົນມອບໝາຍໃຫ້.
ພິທີອວຍພອນໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະເຕັມໄປດ້ວຍຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະອົງການຈັດຕັ້ງມະຫາຊົນຢ່າງແໜ້ນແກ່ນ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
