ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວກອງທັບ ກໍຄືຊາວໜຸ່ມລາວທົ່ວປະເທດ ພວມເບີກບານມ່ວນຊື່ນຕໍ່ກັບຜົນສຳເລັດອັນສະຫງ່າລາສີຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ; ໃນຕອນເຊົ້າຂອງວັນທີ 14 ມັງກອນ 2026 ຢູ່ທີ່ສູນກາງພັກຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປອ ນ. ດາວອນ ບຸດທະນຸວົງ, ເລຂາຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ເຂົ້າພົບປະ ແລະ ນຳເອົາກະຕ່າດອກໄມ້ແຫ່ງຄວາມຍິນດີ ເຂົ້າອວຍພອນ ທ່ານ ທອງລີ ສີສຸລິດ ໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ກໍາມະການສູນກາງພັກ ແລະແລະ ທ່ານນາງ ມິນາ ສີວິໄລ ໄດ້ຮັບເລືອກຕັ້ງເປັນ ກຳມະການສຳຮອງສູນກາງພັກ.

         ໃນໂອກາດອັນສະຫງ່າລາສີນີ້ນ, ທ່ານ ປອ ນ. ດາວອນ ບຸດທະນຸວົງ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານຊາວໜຸ່ມ ສມປຊ ກ່າວສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດດັ່ງກ່າວ. ທ່ານໄດ້ເນັ້ນໜັກວ່າ: ການທີ່ ທ່ານ ທອງລີ ສີສຸລິດ ແລະ ທ່ານ ນາງ ມິນາ ສີວິໄລ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ແລະ ຮັບຜິດຊອບເປັນຜູ້ນຳພາສູງສຸດຂອງອົງການຈັດຕັ້ງຊາວໜຸ່ມໃນທົ່ວປະເທດນັ້ນ ແມ່ນເປັນການຢັ້ງຢືນເຖິງຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ຜົນງານອັນໂດດເດັ່ນ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ການເລືອກຕັ້ງຄັ້ງນີ້ຖືເປັນບາດກ້າວອັນສຳຄັນໃນການປັບປຸງບູລະນະກົງຈັກການນຳພາຂອງພັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ຕໍ່ເນື່ອງ. ທ່ານ ປອ ນ. ດາວອນ ບຸດທະນຸວົງ ໄດ້ກ່າວຕື່ມວ່າ: “ຊາວໜຸ່ມ ສມປຊ ໃນນາມເປັນບ່ອນບົ່ມສອນທິດສະດີການເມືອງ-ການປົກຄອງ ໃຫ້ແກ່ພະນັກງານສືບທອດ, ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ມີຜູ້ນຳຊາວໜຸ່ມທີ່ມີວິໄສທັດກວ້າງໄກ ແລະ ເຂັ້ມແຂງ. ພວກເຮົາເຊື່ອໝັ້ນຢ່າງເດັດດ່ຽວວ່າ ພາຍໃຕ້ການນຳພາຂອງສະຫາຍ, ວຽກງານຊາວໜຸ່ມ-ເຍົາວະຊົນ ຈະມີການຫັນປ່ຽນຢ່າງຕັ້ງໜ້າ, ສາມາດກາຍເປັນກຳລັງແຮງທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນປາຍແຫຼມຂອງພັກ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກໃຫ້ປະກົດຜົນເປັນຈິງ.”

         ພ້ອມກັນນັ້ນ, ທ່ານ ທອງລີ ສີສຸລິດ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄະນະບໍລິຫານງານຊາວໜຸ່ມ ສມປຊ ທີ່ໄດ້ນຳເອົາໄມຕີຈິດມິດພາບ ແລະ ຄວາມຢ້ຽມຢາມຖາມຂ່າວມາໃຫ້ໃນຄັ້ງນີ້. ທ່ານໄດ້ເນັ້ນໜັກໃຫ້ຊາວໜຸ່ມ ສມປຊ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ, ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ ແລະ ເປັນແບບຢ່າງທີ່ດີໃນການຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິຜົນສູງສຸດ.

         ໃນຕອນທ້າຍ, ທ່ານ ປອ ນ. ດາວອນ ບຸດທະນຸວົງ ໄດ້ອວຍພອນໄຊອັນປະເສີດໃຫ້ ທ່ານ ທອງລີ ສີສຸລິດ ແລະ ທ່ານ ນາງ ມິນາ ສີວິໄລ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີໄຊຊະນະໃໝ່ໃນໜ້າທີ່ການເມືອງອັນມີກຽດສະຫງ່າ ແລະ ສືບຕໍ່ເປັນຄັນທຸງໄຊໃນການເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມລາວບັນດາເຜົ່າ ເພື່ອສ້າງສາປະເທດຊາດໃຫ້ຮຸ່ງເຮືອງສິວິໄລ.


ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ປອ ນ ຄຳຮູ້ ວິລະທອນ
ບັນນທິການ: ປທ ວຽງສະຫວັນ ຈັນທະວິໄຊ