ໃນຕອນບ່າຍ ຂອງວັນທີ 25 ທັນວາ 2025 ຢູ່ທີ່ເດີ່ນກິລາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີເປີດຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ XV ຂຶ້ນຢ່າງເປັນຂະບວນຟົດຟື້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທຸກຮຸ່ນ ທຸກລະບົບ ເຂົ້າຮ່ວມຢ່າງພ້ອມພຽງ.

         ພິທີໄດ້ເລີ່ມຕົ້ນຂຶ້ນໃນເວລາ 14:30 ໂມງ, ດ້ວຍພາບອັນປະທັບໃຈຂອງ ບັນດາກ້ອນກຳລັງນັກກິລາ ທີ່ເຄື່ອນຍ້າຍເຂົ້າສູ່ເດີ່ນ ດ້ວຍທ່ວງທ່າທີ່ເຂັ້ມແຂງ, ສະຫງ່າຜ່າເຜີຍ ແລະ ເປັນລະບຽບຮຽບຮ້ອຍ. ສຽງຕົບມືໄດ້ດັງກ້ອງກັງວານຂຶ້ນ ເມື່ອຂະບວນນັກກິລາຈາກ ລະບົບຮຽນປະລິນຍາເອກ ຮຸ່ນທີ I, ລະບົບປະລິນຍາໂທ ຮຸ່ນທີ 21, ລະບົບປະລິນຍາຕີ ຮຸ່ນທີ XXVI, ລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ແລະ ພະນັກງານ, ຄູ-ອາຈານ ໄດ້ຍ່າງເຂົ້າສູ່ພິທີ ຊຶ່ງສະແດງໃຫ້ເຫັນເຖິງການປຸກລະດົມຈິດໃຈ “ສາມັກຄີ, ມີວິໄນ ແລະ ສຸຂະພາບເຂັ້ມແຂງ” ດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ແລະ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.

         ໃນພິທີດັ່ງກ່າວ, ທ່ານ ປທ ແສງຈັນ ຈັນທະສຸກ, ຫົວໜ້າຄະນະຮັບຜິດຊອບກິລາ-ສິລະປະວັນນະຄະດີ ໄດ້ຂຶ້ນຜ່ານບົດລາຍງານ ແລະ ແຜນການເຄື່ອນໄຫວ. ທ່ານໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນຍຸດທະສາດຂອງ ສມປຊ ແລະ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສຳຄັນ ຂອງພັກ ຂອງຊາດ. ການແຂ່ງຂັນຈະປະກອບມີ 4 ປະເພດກິລາ ຄື: ບານເຕະ, ບານສົ່ງ, ເປຕັງ ແລະ ດຶງເຊືອກ; ປະເພດສິລະປະ ຄື: ຮ້ອງເພງ, ຂັບລຳ ແລະ ຟ້ອນ.

         ເພື່ອເຮັດໃຫ້ພິທີເປີດມີຄວາມສັກສິດ ແລະ ຢັ້ງຢືນເຖິງມາດຕະຖານ ຂອງການແຂ່ງຂັນ, ຕາງໜ້ານັກກິລາ ແລະ ຕາງໜ້າຄະນະກຳມະການຕັດສິນ ໄດ້ຂຶ້ນກ່າວຄຳປະຕິຍານຕົນ ຕໍ່ໜ້າທ່ານປະທານ ແລະ ບັນດານັກກິລາ. ການກ່າວຄຳປະຕິຍານ ໄດ້ຢືນຢັນວ່າ: ການແຂ່ງຂັນຄັ້ງນີ້ຈະດຳເນີນໄປດ້ວຍ “ນໍ້າໃຈນັກກິລາ, ຄວາມບໍລິສຸດຍຸຕິທຳ, ຮູ້ແພ້-ຮູ້ຊະນະ ແລະ ໃຫ້ອະໄພເຊິ່ງກັນ ແລະ ກັນ”.

         ໃນພິທີ ໄດ້ມີການກ່າວເປີດ ແລະ ໃຫ້ຄຳໂອວາດ ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ຊຶ່ງທ່ານໄດ້ມີຄໍາເຫັນຊີ້ນໍາທີ່ເລິກເຊິ່ງ ໂດຍເນັ້ນໜັກ 5 ບັນຫາສຳຄັນ ດັ່ງນີ້:

  1. ກິລາ ແລະ ສິລະປະ ບໍ່ແມ່ນພຽງແຕ່ການຫຼິ້ນມ່ວນຊື່ນ, ແຕ່ແມ່ນການ “ສ້າງຄົນ”. ມັນແມ່ນຂະບວນການຝຶກຝົນຫຼໍ່ຫຼອມທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອສ້າງພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ ແລະ ມີສຸຂະພາບເຂັ້ມແຂງ ພ້ອມທີ່ຈະຮັບໃຊ້ຊາດ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.
  2. “ການແຂ່ງຂັນ ຢ່າຫວັງແຕ່ຢາກເອົາຊະນະຢ່າງດຽວ ໂດຍບໍ່ຄໍານຶງເຖິງກະຕິກາ”, ໃຫ້ຫຼີກລ້ຽງການປະທະກັນດ້ວຍຄວາມຮຸນແຮງ ຫຼື ວາຈາທີ່ບໍ່ສຸພາບ, ເປົ້າໝາຍສູງສຸດຄືມິດຕະພາບ ແລະ ຄວາມສາມັກຄີຢ່າງແໜ້ນແຟ້ນ.
  3. ຮຽກຮ້ອງໃຫ້ນັກກິລາທຸກຄົນ ປະຕິບັດໂມງເວລາຢ່າງເຂັ້ມງວດ ແລະ ເຄົາລົບການຕັດສິນ ຂອງຄະນະກໍາມະການ.
  4. ຄະນະກຳມະການຕັດສິນ “ຕ້ອງຕັດສິນໃຫ້ຖືກຕ້ອງ, ບໍ່ອ່ຽງຊ້າຍ-ອ່ຽງຂວາ, ຕ້ອງມີຫຼັກໝັ້ນ ແລະ ຍຸຕິທຳ” ເພື່ອຫຼີກລ້ຽງຫາງສຽງສັງຄົມ ແລະ ຮັກສາຄວາມສັກສິດ ຂອງການແຂ່ງຂັນ.
  5. ການມີສ່ວນຮ່ວມຂອງກອງເຊຍ ຕ້ອງເຊຍຢ່າງມີວັດທະນະທຳ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ມີລັກສະນະສ້າງສັນ, ບໍ່ແມ່ນການສ້າງຄວາມແຕກແຍກສາມັກຄີ.

        

ພິທີເປີດຂະບວນການແຂ່ງຂັນກິລາ-ສິລະປະວັນນະຄະດີ ຄັ້ງທີ XV ຂອງ ສມປຊ ໄດ້ສິ້ນສຸດລົງໃນເວລາ 16:00 ໂມງ ໃນວັນດຽວກັນ, ຂະບວນການແຂ່ງຂັນກິລາ ແລະ ສິລະປະຄັ້ງນີ້ ຈະດຳເນີນໄປຢ່າງຕໍ່ເນື່ອງ ຈົນເຖິງເດືອນກຸມພາ 2026 ຈຶ່ງຈະໄດ້ອັດລົງ.

                                                               ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                                               ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ