ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະໃຫ້ແກ່ເລຂາພັກເມືອງ, ເຈົ້າເມືອງ-ເຈົ້ານະຄອນ ໃນຂອບເຂດທົ່ວປະເທດ ຊຸດທີ VIII ຢ່າງເປັນທາງການໃນຕອນແລງຂອງວັນທີ 30 ທັນວາ 2025, ທີ່ຫ້ອງປະຊຸມ ຕຶກ H ຊັ້ນ 3. ພິທີດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ. ເຂົ້າຮ່ວມໃນພິທີມີບັນດາຄະນະບໍລິຫານງານພັກ ສມປຊ, ຄະນະກົມ, ຄູ-ອາຈານ ແລະ ນັກຝຶກອົບຮົມ ເຊິ່ງແມ່ນເລຂາພັກເມືອງຈາກທົ່ວປະເທດຈຳນວນ 46 ສະຫາຍ.

         ໃນວາລະພິທີ, ສະຫາຍ ປອ ນ. ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວຽກງານການຈັດຕັ້ງ ແລະ ການປົກຄອງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຊຸດຝຶກອົບຮົມ ໂດຍໄດ້ຍົກໃຫ້ເຫັນພາບລວມ ແລະ ຜົນສຳເລັດອັນຈົບງາມຕະຫຼອດໄລຍະ 15 ວັນ (ແຕ່ວັນທີ 15-30 ທັນວາ 2025). ສະຫາຍໄດ້ຕີລາຄາວ່າ: ຊຸດຝຶກອົບຮົມຄັ້ງນີ້ມີຄວາມໝາຍ, ຄວາມສຳຄັນຢ່າງຍິ່ງທາງດ້ານການເມືອງ ເພາະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ “ຫົວຈັກຫຼັກແຫຼ່ງ” ຢູ່ຂັ້ນເມືອງ ເຊິ່ງເປັນຂັ້ນຍຸດທະສາດທີ່ສຳຄັນໃນການຈັດຕັ້ງປະຕິບັດແນວທາງຂອງພັກ. ຜ່ານການຄົ້ນຄວ້າຮ່ຳຮຽນ 24 ຫົວຂໍ້ (ທິດສະດີການເມືອງ 16 ຫົວຂໍ້ ແລະ ການບໍລິຫານຄຸ້ມຄອງລັດ 8 ຫົວຂໍ້), ບັນດານັກຝຶກອົບຮົມໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງ, ມີລະບຽບວິໄນເຂັ້ມງວດ ແລະ ມີບັນຍາກາດຟົດຟື້ນໃນການແລກປ່ຽນບົດຮຽນພຶດຕິກຳຕົວຈິງ. ຜົນສຳເລັດທີ່ພົ້ນເດັ່ນ ແມ່ນສາມາດສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຫຼັກການ ແລະ ການກະທຳ ລະຫວ່າງ ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກັບພຶດຕິກຳຕົວຈິງໃນການນຳພາ-ຄຸ້ມຄອງຢູ່ທ້ອງຖິ່ນ.

       ໃນໂອກາດອັນສະງ່າລາສີນີ້, ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ໃຫ້ກຽດມອບໃບຢັ້ງຢືນ ພ້ອມທັງມີຄຳເຫັນໂອ້ລົມຕໍ່ພິທີ. ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະໄດ້ເນັ້ນໜັກທິດຊີ້ນຳ ເພື່ອໃຫ້ບັນດາເລຂາພັກເມືອງນຳໄປຈັດຕັ້ງຜັນຂະຫຍາຍດັ່ງນີ້:

  1. ຕ້ອງຫັນປ່ຽນຈິນຕະນາການ ແລະ ແບບແຜນນຳພາຢ່າງແຂງແຮງ: ສະຫາຍເນັ້ນວ່າ ໂລກປັດຈຸບັນມີການປ່ຽນແປງໄວ, ຜູ້ເປັນເລຂາພັກເມືອງ ຕ້ອງບໍ່ຢຸດຢູ່ກັບທີ່, ຕ້ອງກຳແໜ້ນທິດສະດີເພື່ອນຳພາຢ່າງມີວິທະຍາສາດ. ຕ້ອງກ້າຫານປະລະແບບແຜນວິທີເຮັດວຽກແບບເກົ່າທີ່ຫລ້າສະໄໝ, ຫັນໄປສູ່ການເຮັດວຽກທີ່ມີແຜນການ, ມີຈຸດສຸມ ແລະມີການກວດກາປະເມີນຜົນຢ່າງເປັນລະບົບ.
  2. ສຸມໃສ່ການກໍ່ສ້າງພັກ ແລະ ພະນັກງານ ໃຫ້ປອດໃສ ເຂັ້ມແຂງ: ຖືເອົາວຽກງານການເມືອງ-ແນວຄິດ ເປັນກົກ, ຍົກສູງຄຸນທາດການເມືອງ, ຈັນຍາບັນຂອງການເປັນຜູ້ນຳຕາມທິດນຳ “3 ເປັນ 7 ຮູ້”ຂອງສະຫາຍເລຂາທິການໃຫຍ່ ຕ້ອງເປັນແບບຢ່າງທີ່ດີໃນການດຳລົງຊີວິດ, ຕ້ານປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ພະຍາດອາດຍາສິດທີ່ເປັນໄພອັນຕະລາຍຕໍ່ຄວາມຢູ່ລອດຂອງລະບອບໃໝ່.
  3. ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ: ນຳເອົາບົດຮຽນດ້ານການບໍລິຫານລັດ ໄປໝູນໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກ, ການຈັດສັນງົບປະມານ ແລະ ການຄຸ້ມຄອງຊັບພະຍາກອນຢູ່ທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ. ຕ້ອງສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ.

        

ໃນຕອນທ້າຍຂອງພິທີ, ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າຫ້ອງ ໄດ້ຕາງໜ້ານັກຝຶກອົບຮົມໄດ້ຂຶ້ນກ່າວຮັບຄຳໂອ້ລົມ ແລະ ສະແດງຄວາມຂອບໃຈ. ໂດຍໄດ້ໃຫ້ຄຳໝັ້ນສັນຍາຕໍ່ໜ້າຄະນະປະທານວ່າ: ຈະນຳເອົາຄວາມຮູ້, ບົດຮຽນ ແລະທິດຊີ້ນຳອັນລ້ຳຄ່າໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງ, ຈະຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ທຸ່ມເທສະຕິປັນຍາ ແລະເຫື່ອແຮງເພື່ອສ້າງ ສາພັດທະນາເມືອງຂອງຕົນໃຫ້ຈະເລີນກ້າວໜ້າ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ ແລະປະຊາຊົນ.

ພິທີປິດຊຸດຝຶກອົບຮົມ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີ, ຄວາມເບີກບານມ່ວນຊື່ນ ແລະຄວາມເຊື່ອໝັ້ນອັນແຮງກ້າ ທີ່ຈະນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.


ຂ່າວ/ພາບ: ທ່ານ ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ