ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ກຳລັງສ້າງຂະບວນການຂຳນັບຮັບຕ້ອນ 3 ວັນປະຫວັດສາດສຳຄັນຂອງຊາດ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ເຊິ່ງເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ແລະ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດຂອງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (09 ທັນວາ 2003 – 09 ທັນວາ 2025) ໃນຕອນເຊົ້າຂອງວັນທີ 30 ທັນວາ 2025 ທີ່ສະໂມສອນ ສມປຊ.

ພິທີດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເຂົ້າຮ່ວມໃນພິທີມີບັນດາຄະນະພັກ, ຄະນະນຳ, ຕາງໜ້າຈາກກົມຕ້ານ ແລະ ສືບສວນສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາທຸກລະບົບ (ປະລິນຍາໂທ, ປະລິນຍາຕີ) ລວມທັງໝົດ 200 ກວ່າທ່ານ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນ ແລະ ຄວາມຕັດສິນໃຈສູງທາງການເມືອງຂອງຄະນະພັກ ສມປຊ ໃນການຕໍ່ສູ້ກັບພະຍາດອາດຍາສິດ ແລະ ການສໍ້ລາດບັງຫຼວງ.
ໃນວາລະໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ກ່າວເປີດພິທີ ແລະ ມີຄຳເຫັນເຈາະຈີ້ມທີ່ເລິກເຊິ່ງ ໂດຍຍົກໃຫ້ເຫັນວ່າ: ການສໍ້ລາດບັງຫຼວງບໍ່ແມ່ນພຽງແຕ່ການກະທຳຜິດທາງກົດໝາຍທົ່ວໄປ, ແຕ່ມັນແມ່ນໄພອັນຕະລາຍຮ້າຍແຮງທີ່ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ, ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ທີ່ສຳຄັນທີ່ສຸດແມ່ນ “ມັນບັ່ນທອນຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ທຳລາຍສະຖຽນລະພາບທາງການເມືອງ ແລະ ຄວາມຍຸຕິທຳໃນສັງຄົມ”.
ທ່ານປະທານກອງປະຊຸມ ໄດ້ເນັ້ນໜັກວ່າ ສປປ ລາວ ໃນຖານະເປັນລັດພາຄີ ທີ່ໄດ້ລົງນາມໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ມາແຕ່ປີ 2003, ຍາມໃດກໍຖືເອົາວຽກງານນີ້ເປັນພັນທະ ແລະ ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ. ພາຍໃຕ້ລະບອບປະຊາທິປະໄຕ ປະຊາຊົນ, ການໃຊ້ອຳນາດລັດເພື່ອຜົນປະໂຫຍດສ່ວນຕົວ, ພັກພວກ, ຈຸ້ມເຈື້ອ ແລະ ຄອບຄົວ ແມ່ນການກະທຳທີ່ຝືນຕໍ່ຈັນຍາບັນຂອງນັກປະຕິວັດ ແລະ ບໍ່ສາມາດຍອມຮັບໄດ້.



ໃນຖານະເປັນ “ເບົ້າຫຼໍ່” ສ້າງພະນັກງານນຳພາ-ຄຸ້ມຄອງ ຂອງພັກ ແລະ ລັດ, ສມປຊ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກງານກົກ ແລະ ບູລິມະສິດອັນດັບໜຶ່ງ. ໃນພິທີ, ທ່ານ ປອ ຄຳຫຼ້າ ລໍວານໄຊ, ຫົວໜ້າກົມກວດກາ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງ ປະຈຳປີ 2025 ໂດຍຢັ້ງຢືນເຖິງຜົນສຳເລັດທີ່ໜ້າພາກພູມໃຈ ຂອງສະຖາບັນ ໃນການຮັກສາຄວາມບໍລິສຸດຜຸດຜ່ອງທາງການເມືອງ.


ອີງຕາມບົດລາຍງານ, ຄະນະພັກ ແລະ ຄະນະກວດກາ ສມປຊ ໄດ້ເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມງວດ, ເຊິ່ງຜົນການກວດກາໃນ 1 ປີຜ່ານມາ ພົບວ່າ “ບໍ່ມີປະກົດການ ຫຼື ບັນຫາການສໍ້ລາດບັງຫຼວງເກີດຂຶ້ນພາຍໃນສະຖາບັນ”. ນອກຈາກນີ້, ວຽກງານການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ຕາມຄຳແນະນຳຂອງອົງການກວດກາແຫ່ງລັດ, ໂດຍສາມາດເກັບກຳເປົ້າໝາຍແຈ້ງຊັບສິນໄດ້ເກືອບຄົບຖ້ວນ ແລະ ກຳລັງກະກຽມຂຶ້ນແຜນສຳລັບປີຕໍ່ໄປ.
ຈຸດທີ່ພົ້ນເດັ່ນໃນການເຄື່ອນໄຫວຂອງ ສມປຊ ແມ່ນການນຳເອົາເນື້ອໃນຕ້ານການສໍ້ລາດບັງຫຼວງ ເຂົ້າໄປສອດຫ້ອຍໃນຫຼັກສູດການຮຽນ-ການສອນ, ບົດວິທະຍານິພົນ ແລະ ການຄົ້ນຄວ້າວິທະຍາສາດ. ນີ້ແມ່ນຍຸດທະສາດໄລຍະຍາວຂອງພັກ ໃນການສ້າງ “ພູມຄຸ້ມກັນ” ໃຫ້ແກ່ພະນັກງານນຳພາລຸ້ນສືບທອດ ໃຫ້ມີທັດສະນະຄະຕິທີ່ຖືກຕ້ອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ຈົງກຽດຈົງຊັງຕໍ່ພຶດຕິກຳການສໍ້ລາດບັງຫຼວງ.
ໃນພິທີດັ່ງກ່າວ ຍັງໄດ້ມີການຮັບຟັງການປາຖະກະຖາ ແລະ ເຜີຍແຜ່ເນື້ອໃນສຳຄັນກ່ຽວກັບ ຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ກົດໝາຍທີ່ກ່ຽວຂ້ອງ ໂດຍວິທະຍາກອນຈາກອົງການກວດກາແຫ່ງລັດ. ເນື້ອໃນສຳຄັນໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ໃນການປັບປຸງນິຕິກຳ ໃຫ້ຮັດກຸມ, ເຊັ່ນ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ ປີ 2024 ແລະ ຍຸດທະສາດຕ້ານການສໍ້ລາດບັງຫຼວງ (2025-2035). ການຕໍ່ສູ້ກັບການສໍ້ລາດບັງຫຼວງໃນໄລຍະໃໝ່ ໄດ້ເນັ້ນໜັກໃສ່ການຫັນປ່ຽນກົນໄກການບໍລິຫານລັດ ໃຫ້ເປັນທັນສະໄໝ (Digital Government), ຫຼຸດຜ່ອນຂັ້ນຂອດທີ່ຊັກຊ້າ, ສ້າງຄວາມໂປ່ງໃສໃນການຈັດຊື້-ຈັດຈ້າງ ແລະ ການຄຸ້ມຄອງໂຄງການລົງທຶນຂອງລັດ ເພື່ອອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ. ພ້ອມດຽວກັນນັ້ນ, ກໍຕ້ອງເພີ່ມທະວີການບັງຄັບໃຊ້ກົດໝາຍຢ່າງເດັດຂາດ ຕໍ່ຜູ້ກະທຳຜິດ ບໍ່ວ່າຈະເປັນບຸກຄົນໃດ ຫຼື ຕຳແໜ່ງໃດກໍຕາມ ດັ່ງຄຳຂວັນທີ່ວ່າ: “ຮ່ວມກັນຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດທີ່ສົດໃສ ແລະ ໂປ່ງໃສ”.


ພາລະກຳຂອງຄົນລຸ້ນໃໝ່ ແລະ ທິດທາງໃນຕໍ່ໜ້າພາຍໃຕ້ຄຳຂວັນສາກົນປີນີ້ທີ່ວ່າ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ” , ກອງປະຊຸມໄດ້ຈັດກິດຈະກຳຖາມ-ຕອບ ແລະ ສົນທະນາແລກປ່ຽນຢ່າງສ້າງສັນ ເພື່ອປູກຈິດສຳນຶກໃຫ້ແກ່ນັກສຶກສາ, ປັນຍາຊົນ ແລະ ຊາວໜຸ່ມ ທີ່ເປັນກຳລັງແຮງສຳຄັນຂອງຊາດ., ນອກນັ້ນ, ໃນພິທີ ໄດ້ຮັບຟັງການລາຍງານ ຜົນຮ້າຍ, ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ແລະ ຄວາມຮູ້ພື້ນຖານ ຂອງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຈາກທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າ ກົມຕ້ານ ແລະ ສອບສວນ ການສໍ້ລາດບັງຫຼວງ.















ຂ່າວ/ພາບ: ທ່ານ ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ
