ໃນທ່າມກາງບັນຍາກາດແຫ່ງການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຊະຕາກໍາລາວ-ຈີນ, ໃນຕອນບ່າຍ ຂອງວັນທີ 24 ທັນວາ 2025 ເວລາ 16:40 ໂມງ, ທີ່ ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນລະດັບສູງ ລະຫວ່າງ ຄະນະຜູ້ແທນຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ຄະນະຜູ້ແທນຈາກ ໂຮງຮຽນສູນກາງພັກກອມມູນິດຈີນ.

ກອງປະຊຸມຄັ້ງນີ້ ດໍາເນີນໄປພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຫາຍ ເຊັຍ ຊຸນທາວ, ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນສູນກາງພັກກອມມູນິດຈີນ; ການພົບປະຄັ້ງນີ້ຖືເປັນເຫດການທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ ໃນການສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງພັກ ແລະ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງສອງສະຖາບັນຫຼັກ ໃນການສ້າງຊັບພະຍາກອນມະນຸດລະດັບການ ນໍາຂອງສອງປະເທດ.


ໃນວາລະກອງປະຊຸມ, ພາຍຫຼັງພິທີກ່າວຕ້ອນຮັບ ແລະ ແນະນໍາຄະນະຜູ້ແທນຂອງທັງສອງຝ່າຍຢ່າງເປັນທາງການແລ້ວ, ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ໃຫ້ກຽດລາຍງານສະພາບໂດຍຫຍໍ້: ກ່ຽວກັບການພັດທະນາ ແລະ ພາລະບົດບາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນປັດຈຸບັນ. ການລາຍງານດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ ຂອງພັກປະຊາຊົນ ປະຕິວັດລາວ ໃນການຍົກລະດັບວຽກງານການເມືອງ-ແນວຄິດ ແລະ ທິດສະດີໃຫ້ແກ່ພະນັກງານຫຼັກແຫຼ່ງ.ຈຸດສໍາຄັນຂອງການພົບປະແມ່ນການທົບທວນຄືນ ແລະ ລາຍງານສະພາບການຮ່ວມມືສອງຝ່າຍ ລວມເຖິງການຍົກໃຫ້ເຫັນບາງຜົນສໍາເລັດທີ່ພົ້ນເດັ່ນ ໃນການພົວພັນຮ່ວມມືກັບບັນດາໂຮງຮຽນພັກ ຂອງ ສປ ຈີນ ໃນໄລຍະຜ່ານມາ. ການແລກປ່ຽນບົດຮຽນໃນຄັ້ງນີ້ ບໍ່ພຽງແຕ່ເປັນການຖອດຖອນບົດຮຽນທາງດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນການແລກປ່ຽນແນວຄິດທິດສະດີວ່າດ້ວຍການກໍ່ສ້າງພັກ ແລະ ການຄຸ້ມຄອງລັດຕາມທິດສັງຄົມນິຍົມທີ່ມີສີສັນພິເສດຂອງແຕ່ລະປະເທດ.





ບົນຈິດໃຈແຫ່ງການຮ່ວມມືທີ່ເລິກເຊິ່ງ, ຄະນະຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນແຜນການຮ່ວມມືສອງຝ່າຍປະຈໍາປີ 2026 ນີ້ເປັນບາດກ້າວສໍາຄັນໃນການກໍານົດທິດທາງຍຸດທະສາດເພື່ອສືບຕໍ່ສົ່ງເສີມການແລກ ປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການຍົກລະດັບບຸກຄະລາກອນຄູ-ອາຈານ ລະຫວ່າງ ສມປຊ ແລະ ໂຮງຮຽນສູນກາງພັກກອມມູນິດຈີນ ໃຫ້ມີປະສິດທິຜົນສູງຂຶ້ນ.
ການພົບປະຄັ້ງນີ້ ເຕັມໄປດ້ວຍບັນຍາກາດທີ່ສະຫງ່າຜ່າເຜີຍ ໂດຍມີການເຂົ້າຮ່ວມຂອງຄະນະຮັບຜິດຊອບວຽກງານສໍາຄັນຈາກທັງສອງຝ່າຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງກອງປະຊຸມ.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ເຊັຍ ຊຸນທາວ ແລະສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ຜັດປ່ຽນກັນມີ ຄໍາເຫັນສະຫຼຸບຕີລາຄາຜົນຂອງກອງປະຊຸມ ແລະອວຍພອນໄຊອັນປະເສີດໃຫ້ແກ່ກັນ ແລະ ກັນ. ການນໍາທັງສອງຝ່າຍໄດ້ຢືນຢັນທີ່ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມນີ້ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ກອງປະຊຸມໄດ້ປິດລົງດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ໂດຍມີການແລກປ່ຽນຂອງທີ່ລະນຶກ ແລະຖ່າຍພາບລວມຮ່ວມກັນເພື່ອເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ການຮ່ວມມືທີ່ບໍ່ມີວັນສິ້ນສຸດ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ແລະ ໂຮງຮຽນສູນກາງພັກກອມມູນິດຈີນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕາມອຸດົມການສັງຄົມນິຍົມຂອງທັງສອງພັກ-ສອງລັດ.



ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
