Month: August 2025

ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ຂອງວັນ​ທີ 12 ສິງຫາ 2025 ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ. ໂດຍ​ເປັນ​ປະທານ ຂອງ​ທ່ານ ປທ ຄຳສີ ດັງສະໄຫວ​ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ວຽງສະຫວັດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

         ເພື່ອເປັນການສືບຕໍ່ແຜນການບຳລຸງ-ກໍ່ສ້າງ ສະມາຊິກພັກ ພະນັກງານໃຫ້ມີຄວາມຮູ້ທິດສະດີ ແລະສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງ ເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ສະນັ້ນ, ຕອນເຊົ້າຂອງວັນທີ 14 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ V ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານ ອອກພັກການຮັບອຸດໜູນບຳນານ

        ໃນວັນທີ 14 ສິງຫາ 2025 ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານອອກພັກການຮັບອຸດໜູນບໍານານ ໂດຍ​ການ​ເປັນ​ປະທານ ​ຂອງ​ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະພະນັກງານ-ລັດຖະກອນ ຂັ້ນກົມ, ຂັ້ນພະແນກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.          ໃນ​ພິທີ​ ທ່ານ ປທ ນ. ພອນໄຊ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປ ລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”

ໃນຕອນແລງວັນທີ 6 ສິງຫາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”.ພາຍໃຕ້ການເປັນປະທານ ຂອງທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີທ່ານ ສອນສະຫວັນ ສໍພາບມີໄຊ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ…

ຂ່າວອື່ນໆ