ໃນຕອນແລງວັນທີ 6 ສິງຫາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”.ພາຍໃຕ້ການເປັນປະທານ ຂອງທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີທ່ານ ສອນສະຫວັນ ສໍພາບມີໄຊ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ມີບັນດາແຂກຖືກເຊີນຈາກທະນາຄານ, ມີພະນັກງານຄູ-ອາຈານ ແລະນັກສຶກສາທິດສະດີການ ເມືອງຂັ້ນກາງ ຮຸ່ນທີ IV ແລະນັກສຶກສາ ຂັ້ນຕົ້ນ ຮຸ່ນທີ III ເຂົ້າຮ່ວມຢ່າງພ້ອມພຽງທັງໝົດ 158  ສະຫາຍ, ຍິງ 50 ສະຫາຍ.

ໃນພິທີ ທ່ານ ວຽງວິໄລ ສຸດທິຈັກ ໄດ້ຂຶ້ນລາຍງານເພີ່ມ ໃນຫົວຂໍ້ດັ່ງກ່າວ ຊຶ່ງທ່ານໄດ້ຊີ້ແຈງໃຫ້ເຫັນທີ່ຕັ້ງ ແລະພາລະບົດບາດ ຂອງທະນາຄານແຫ່ງ ສປປ ລາວ; ທີ່ຕັ້ງ ແລະພາລະບົດບາດ ຂອງສາຂາພາກ; ການຄຸ້ມຄອງດ້ານມະຫາພາກການເງິນ-ເງິນຕາ; ຄວາມແຕກຕ່າງ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະທະນາຄານທຸລະກິດ; ຫຼັກການເຄື່ອນໄຫວ ແລະຄຸ້ມຄອງທະນາຄານທຸລະກິດ. ຈາກນັ້ນ, ຄະນະທິມງານທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຊຽງຂວາງ ໄດ້ມອບເຄື່ອງໃຫ້ໂຮງຮຽນ ເພື່ອຮັບໃຊ້ການຮຽນ-ການສອນ ເປັນຕົ້ນແມ່ນ ຄອມພີວເຕີ່ໂນດບຸກ 1 ໜ່ວຍ, ລໍາໂພງ 1 ເຄື່ອງ, ຜ້າສາກ ແລະໂປຣເຈັກເຕີ, ຄິດເປັນມູນຄ່າທັງໝົດ 15.000.000 ກີບ. ກ່າວມອບໂດຍ ທ່ານ ສອນສະຫວັນ ສໍພາບມີໄຊ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ , ກ່າວຮັບໂດຍ ທ່ານ ສີວອນ ບຸດດາຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ,​ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ. ຈຸດປະສົງໃນການມອບອຸປະກອນເຄື່ອງໃຊ້ໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ ແລະປະກອບສ່ວນເຂົ້າໃນໜ້າທີ່ວຽກງານຮັບໃຊ້ການຮຽນ-ການສອນ ໃຫ້ມີວັດຖຸອຸປະກອນຮັບໃຊ້ທີ່ຈໍາເປັນ.

ຈາກນັ້ນ, ທ່ານ ສີວອນ ບຸດດາຈັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຂອບໃຈ ທີ່ມີນໍ້າໃຈປະກອບສ່ວນຊຸກຍູ້ທາງດ້ານວັດຖຸອຸປະກອນຮັບໃຊ້ ທີ່ຈໍາເປັນໃຫ້ກັບຫ້ອງການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ  ເຊິ່ງການປະກອບສ່ວນດັ່ງກ່າວນີ້ເປັນການປະກອບສ່ວນອັນໃຫຍ່ຫຼວງທີ່ສຸດ ເຮັດໃຫ້ຫ້ອງການໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ມີພື້ນຖານວັດຖຸອຸປະກອນທີ່ຈໍາເປັນທີ່ສາມາດຕອບສະໜອງກັບໜ້າທີ່ວຽກງານໃນຕໍ່ໜ້າ ແລະຍາວນານ. ພ້ອມທັງໄດ້ຖ່າຍຮູບລວມ ເພື່ອເປັນທີ່ລະນຶກ ແລະຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບເຊິ່ງກັນ ແລະກັນ.   

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ

  (ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)

                                 ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ