
ໃນວັນທີ 14 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ) ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານອອກພັກການຮັບອຸດໜູນບໍານານ ໂດຍການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະພະນັກງານ-ລັດຖະກອນ ຂັ້ນກົມ, ຂັ້ນພະແນກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ ນ. ພອນໄຊ ລາດຊະວົງ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຕາງໜ້າ ຜ່ານມະຕິຕົກລົງ ສະບັບເລກທີ 587/ຄລສພ ລົງວັນທີ 23 ມິຖຸນາ 2025 ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການຮັບອຸດໜູນບຳນານ ຕົກລົງໃຫ້ ທ່ານ ປທ ແສງທອງ ພຸດທະວົງ ອອກພັກການຮັບອຸດໜູນບຳນານ ທີ່ມີອາຍຸກະສຽນ 61 ປີ, ອາຍຸການເຮັດວຽກ 37 ປີ.





ໃນພິທີ ທ່ານ ປທ ແສງທອງ ພຸດທະວົງ ກໍໄດ້ຂຶ້ນກ່າວສະແດງຄວາມຮູ້ສຶກຂອງຕົນເອງວ່າ: ຕະຫຼອດໄລຍະການເຄື່ອນວຽກງານຕະຫຼອດໄລຍະ 37 ປີ ທີ່ຜ່ານມາ ທີ່ໄດ້ປະກອບສ່ວນປະຕິບັດໜ້າທີ່ການເມືອງ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ໃຫ້ແກ່ປະເທດຊາດ ເວົ້າລວມ ແລະເວົ້າສະເພາະ ເຮັດວຽກຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນເວລາ 37 ປີ, ຕົນເອງມີຄວາມບາກບັ່ນຂະຫຍັນພຽນຕໍ່ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ, ພ້ອມທັງອຸທິດຕົນເອງທາງດ້ານສະຕິປັນຍາ ແລະເຫື່ອແຮງຈົນເຮັດໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບການພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ເຊັ່ນ: ທາງດ້ານກົງຈັກການ ຈັດຕັ້ງກໍນັບມື້ນັບມີຄວາມເຂັ້ມແຂງ ແລະມີບົດບາດທີ່ພົ້ນເດັ່ນ ຢູ່ໃນສັງຄົມຢ່າງຕໍ່ເນື່ອງ, ພິເສດແມ່ນການເຄື່ອນໄຫວວຽກງານວິຊາການ ຂອງສະຖາບັນ ໂດຍສະເພາະແມ່ນວຽກງານກົມຈັດຕັ້ງ-ພະນັກງານ, ວຽກງານການສິດສອນ ຂອງຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ, ເຊິ່ງຜົນສໍາເລັດທັງໝົດນັ້ນ ກໍແມ່ນການປະກອບສ່ວນອັນໜຶ່ງຂອງຕົນເອງ ເຊິ່ງຍາມໃດກໍໄດ້ເອົາໃຈ ໃສ່ເບິ່ງແຍງດູແລ, ຕິດຕາມ, ກວດກາ ແລະຊຸກຍູ້ວຽກງານວິຊາສະເພາະ ກໍຄືວຽກງານລວມໄດ້ຮັບຜົນສໍາເລັດເລື້ອຍໆມາ. ສຸດທ້າຍ ທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ການຈັດຕັ້ງທຸກພາກສ່ວນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຍາມໃດກໍເອົາໃຈໃສ່ເບິ່ງແຍງຊ່ວຍເຫຼືອກໍ່ສ້າງຕົນເອງໃຫ້ກາຍເປັນພະນັກງານນໍາພາຄຸ້ມຄອງຂັ້ນກາງ, ຂັ້ນສູງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈົນມາເຖິງປັດຈຸບັນ ແລະໄດ້ກ່າວຄໍາອວຍ ພອນໃຫ້ແກ່ທ່ານປະທານ ພ້ອມດ້ວຍພະນັກງານ-ລັດຖະກອນທັງໝົດທີ່ເຂົ້າຮ່ວມພິທີດັ່ງກ່າວ.
ໃນຕອນທ້າຍພິທີ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈນຳ ທ່ານ ປທ ແສງທອງ ພຸດທະວົງ ທີ່ໄດ້ເສຍສະຫຼະເຫື່ອແຮງທັງກາຍ ແລະໃຈປະກອບສ່ວນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃນແຕ່ລະໄລຍະ ຈົນປະສົບຜົນສໍາເລັດດ້ວຍດີຕະຫຼອດມາ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງສະຫາຍທີ່ຜ່ານມານັ້ນ ຈະກາຍເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຮຸ່ນຫຼັງໄປເປັນແບບຢ່າງໃນການຊີ້ນຳວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
