ໃນລະຫວ່າງ ວັນທີ 26-30 ສິງຫາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ເປັນປະທານໃຫ້ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ໜ່ວຍພັກຮາກຖານຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດ) ແລະສະຫາຍ ປທ ນ. ໃບຊ່ຽນ ມູນຕີວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ(ເປັນປະທານໃຫ້ໜ່ວຍພັກຮາກຖານ ຄະນະບໍລິຫານສາດ), ມີຜູ້ຕາງໜ້າພະແນກພັກ-ປ້ອງກັນພັກ ແລະຕາງໜ້າບັນດາຄະນະໜ່ວຍພັກຮາກຖານພາຍໃນ ສມປຊ ພ້ອມດ້ວຍສະມາຊິກພັກສົມບູນ ແລະສຳຮອງພາຍໃນໜ່ວຍພັກຮາກຖານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີດັ່ງກ່າວ, ຕາງໜ້າພະແນກພັກ ແລະປ້ອງກັນພັກໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ. ຈາກນັ້ນ, ບັນດາເລຂາໜ່ວຍພັກຮາກຖານໄດ້ຂຶ້ນກ່າວຮັບ ແລະມອບມະຕິຕົກລົງວ່າດ້ວຍຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງແລະສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ ເພື່ອເປັນເອກະສານສໍາຄັນໃນການຢັ້ງຢືນຕໍ່ການຈັດຕັ້ງທີ່ກ່ຽວຂ້ອງໃນຕໍ່ໜ້າ.

          ບັນດາໜ່ວຍພັກຮາກຖານທີ່ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນໃນຄັ້ງນີ້ມີຄື:

          1. ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.

          – ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 4 ສະຫາຍ, ຍິງ 2 ສະຫາຍຄື: ສະຫາຍ ລຳສີ ຄຳມະນີໂຄດ, ສະຫາຍ ນ. ດອກໄມ້ ຈັນດາລາ, ສະຫາຍ ສຸກ ໄຊຍະວົງ ແລະ ສະຫາຍ ນ. ນິດດາວອນ ພວງຄໍາມີ.

          – ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 2 ສະຫາຍຄື: ສະຫາຍ ຕາອັອດ ແສນທະວີສຸກ ແລະ ສະຫາຍ ລຳພູນ ຖຸນໄຊຍາ.

          2. ໜ່ວຍພັກຮາກຖານຄະນະບໍລິຫານສາດ.

– ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 2 ສະຫາຍຄື: ສະຫາຍ ຈັນສະໝອນ ບຸດທະສະວົງ, ສະຫາຍ ປທ ນ. ຈັນທະລາ ພົມມະຈັກ.

          3. ໜ່ວຍພັກຮາກຖານຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດ

          – ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ 1 ສະຫາຍຄື: ສະຫາຍ ຖາວອນ ພົມມະຈະລິນ.

          ໂອກາດດັ່ງກ່າວ ປະທານກອງປະຊຸມທັງ 2 ສະຫາຍ ໄດ້ມີຄໍາເຫັນໂອ້ລົມ ຕໍ່ສະມາຊິກພັກສົມບູນ ຈົ່ງເອົາ ໃຈໃສ່ສຶກສາຄົ້ນຄວ້າລະບຽບຫຼັກການ ແລະແນວທາງນະໂຍບາຍຂອງພັກ, ທິດສະດີມາກ-ເລນິນ ແລະແນວຄິດໄກສອນ ພົມວິຫານ, ພ້ອມທັງກຳໃຫ້ໄດ້ເນື້ອໃນບັນດາຂໍ້ຫ້າມຕ່າງໆ ແລະໜ້າທີ່ຂອງສະມາຊິກພັກສະໄໝສໍາຮອງ ແລະສົມບູນ ທີ່ໄດ້ລະບຸໄວ້ໃນກົດລະບຽບຂອງພັກ ເພື່ອນໍາໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ສົມກັບວ່າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະສືບຕໍ່ປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງຂອງສະມາຊິກພັກສົມບູນ ແລະສໍາຮອງ ຄຽງຄູ່ກັບການສຶກສາຄົ້ນຄວ້າລະບຽບຂອງພັກຢ່າງເປັນປົກກະຕິ ເພື່ອໃຫ້ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ນຳພາໃນທຸກໆຂະບວນການຂອງອົງການຈັດຕັ້ງມະຫາຊົນ. ພ້ອມກັນນັ້ນ, ກໍຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນ ຕໍ່ໜ້າທີ່ວຽກງານທີ່ຕົນເອງໄດ້ຮັບການມອບໝາຍຈາກການຈັດຕັ້ງຂັ້ນເທິງໂດຍສະເພາະ ກໍ່ແມ່ນວຽກງານວິຊາສະເພາະ ແລະວຽກງານຂະບວນການຕ່າງໆ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງ ແລະດີເດັ່ນໃນຕໍ່ໜ້າ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ