ພິທີເຊັນບົດບັນທຶກການຮ່ວມມືການຄົ້ນຄວ້າວິທະຍາສາດ 4 ຝ່າຍ ເຊິ່ງປະກອບມີວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ; ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະວິທະຍາຄານຕຳຫຼວດປະຊາຊົນ ຈຸດປະສົງການຮ່ວມມືໃນຄັ້ງນີ້ແມ່ນ ມາຈາກຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ການຮຽນ-ການສອນ ແລະການຄົ້ນຄວ້າວິທະຍາສາດ ແມ່ນແນໃສ່ໃຫ້ລະບົບການຮຽນ-ການສອນ ໃນແຕ່ລະສະຖາບັນ ນັບມື້ນັບອຸດົມສົມບູນ ແລະມີຄຸນນະພາບເພື່ອປະກອບສ່ວນຍົກສູງບົດບາດ ຂອງສະຖາບັນການສຶກສາແຫ່ງຊາດ ຢູ່ ສປປ ລາວ ໃຫ້ມີບາດກ້າວໃໝ່, ມີທັງປະລິມານ ແລະຄຸນນະພາບສູງຂຶ້ນໃນການຄົ້ນຄວ້າສິດສອນທິດສະດີ ແລະພຶດຕິກໍາໃນເງື່ອນໄຂໃໝ່ໃຫ້ກ້າວໄປສູ່ຄຸນນະພາບໃໝ່. ເຊິ່ງການປຶກສາຫາລືຕົກລົງຮ່ວມມື 4 ຝ່າຍ ໃນໄລຍະ 2021-2024 ແຕ່ລະພາກສ່ວນເພີ່ມທະວີ ແລະສ້າງເງື່ອນໄຂໃຫ້ແກ່ຄູ-ອາຈານ ໄດ້ແລກປ່ຽນທາງດ້ານວິຊາການຢ່າງເປັນປົກກະຕິ, ພ້ອມທັງ ຄູ-ອາຈານຮັບເຊີນໄປຂຶ້ນຫ້ອງສິດສອນ ໃນສາຂາວິຊາຕ່າງໆ ທີ່ມີທ່າແຮງ ເພື່ອແນ່ໃສ່ເຮັດໃຫ້ຮູບການສິດສອນ  ແລະວິທີການຮຽນ-ການສອນ, ຄົ້ນຄ້ວາວິທະຍາສາດຮ່ວມກັນ ແລະແລກປ່ຽນບົດຮຽນທາງທິດສະດີ ແລະພຶດຕິກຳ ໃຫ້ມີຫຼາຍເນື້ອໃນທີ່ອຸດົມສົມບູນ, ບັນດາຄູ-ອາຈານ ແຕ່ລະພາກສ່ວນ ຕ້ອງໄດ້ພົວພັນກັນຢ່າງເປັນປົກ ກະຕິ, ມີການແລກປ່ຽນບົດຮຽນທາງດ້ານວິຊາການເຊິ່ງກັນ ແລະກັນ ສ້າງຄວາມເປັນເອກະພາບກັນທາງດ້ານທິດສະດີ ແລະວິທະຍາສາດ ທີ່ໄດ້ນຳເຂົ້າມາສິດສອນຢູ່ແຕ່ລະບ່ອນ.

            ຫຼັງຈາກສຳເລັດພິທີເຊັນບົດບັນທຶກແມ່ນສືບຕໍ່ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: ຄວາມໝັ້ນຄົງດ້ານການເມືອງ ເປັນພື້ນຖານແຫ່ງການພັດທະນາປະເທດຊາດ”.ເຊິ່ງມີຄະນະປະທານຮ່ວມ ທ່ານ ພົຈວ. ແກ້ວສຸວັນ ອິນທະວົງສາ, ຫົວໜ້າການທະຫານວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ທ່ານ ພົຈວ. ປອ. ວັນສົມ ສີສົມບັດ, ຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ, ທ່ານ ພົຈວ. ປອ. ວົງເຊໂດນ, ຫົວໜ້າອຳນວຍການໂຮງຮຽນຕຳຫຼວດປະຊາຊົນ ມີຜູ້ມີຕາງໜ້າຝ່າຍ 4 ເຂົ້າຮ່ວມ 100 ກວ່າທ່ານ.

  

ໃນລະຫວ່າງການດຳເນີນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງບົດຄຳເຫັນ ກ່າວເປີດ ຂອງສະຫາຍ ພົວ ປອ ວັນສົມ ສີສົມບັດ ກຳມະການຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າວິທະຍາຄານສັນຕິບານປະຊາຊົນ, ພ້ອມທັງໄດ້ ນໍາສະເໜີບົດນໍາຫຼັກຂອງກອງປະຊຸມ.ຈາກນັ້ນ, ກອງປະຊຸມສຳມະນາ ໄດ້ສືບຕໍ່ດໍາເນີນວາລະສະເໜີບົດວິທະຍາສາດ ລົງເລິກບັນຫາຍ່ອຍຕ່າງໆ ລວມທັງໝົດມີ 8 ຫົວຂໍ້ຍ່ອຍເຊິ່ງເນື້ອໃນບັນດາບົດວິທະຍາສາດຫົວຂໍ້ດັ່ງກ່າວ ແມ່ນມີເນື້ອໃນທີ່ໝາຍເຖິງຄວາມໝັ້ນຄົງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ທີ່ມີພັກກຳອຳນາດທີ່ເຂັ້ມແຂງ, ມີກົງຈັກອຳນາດລັດ ເຄື່ອນໄຫວທີ່ມີປະສິດທິພາບ ແລະປະສິດທິຜົນ, ມີເຄື່ອງມືປະຕິບັດອຳນາດລັດ ທີ່ຮັບປະກັນ, ມີປະຊາຊົນເປັນໃຈໃຫ້ການສະໜັບສະໜູນ ແກ່ການປົກປັກຮັກສາ  ແລະພັດທະນາປະເທດຊາດ. ພັກປະຊາຊົນ ປະຕິວັດລາວ ຖືຄວາມໝັ້ນຄົງດ້ານການເມືອງຂອງຊາດ ເປັນບັນຫາສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ການພັດທະນາແບບຢືນຍົງເວົ້າສະເພາະມະຕິກອງປະຊຸມໃຫຍ່ ຂອງພັກໄດ້ຢັ້ງຢືນວ່າ: “ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕ ແມ່ນຕ້ອງສ້າງໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍ  ແລະຕ້ອງດຳເນີນໄປບົນພື້ນຖານຢຶດໝັ້ນຫຼັກການທີ່ວ່າ ພັກນຳພາ  ແລະກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ”.

          ນອກນັ້ນ, ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມ ກໍໄດ້ປະກອບຄໍາຄິດ, ຄຳເຫັນແລກປ່ຽນ, ເຈາະຈີ້ມ, ເພື່ອຕີແຕກບັນຫາໃຫ້ເຖິງປະເດັ່ນທີ່ພວກເຮົາຈະໄດ້ສືບຕໍ່ຄົ້ນຄວ້າໃຫ້ມັນເລິກເຊິ່ງ ແລະບັນລຸຈຸດປະສົງຄາດໝາຍທີ່ວາງໄວ້.

          ທ່ານ ພົຈວ. ປອ ວົງເຊໂດນ ພັນທະແກ້ວ ຄະນະປະທານຮ່ວມ ໄດ້ສະຫຼຸບທ້າຍພິທີ ຕໍ່ກັບການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກໍາກ່ຽວກັບຫົວຂໍ້ດັ່ງກ່າວ ເພື່ອຮັບໃຊ້ການນໍາພາຂອງພັກ, ບັນດານັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ໄດ້ຍົກໃຫ້ເຫັນບັນດາເນື້ອໃນທີ່ພົ້ນເດັ່ນໃນການຄົ້ນຄວ້າຕໍ່ກັບບັນດາແນວທາງ, ທັດສະນະ, ຫຼັກມູນຕ່າງໆ; ໄດ້ມີຂໍ້ສະຫຼຸບໃໝ່ເຊິ່ງສອດຄ່ອງກັບເງື່ອນໄຂ ແລະສະພາບແວດລ້ອມ ຢູ່ປະເທດເຮົາ, ພ້ອມທັງໄດ້ເນັ້ນໜັກວ່າ ໃນສະພາບການໃໝ່ ພວກເຮົາ ຕ້ອງໄດ້ເນັ້ນໜັກໃຫ້ເຫັນແຈ້ງຕື່ມ ທາງດ້ານທິດສະດີວິທະຍາສາດ ແລະສະຫຼຸບໃຫ້ແທດຕົວຈິງໃນການເຄື່ອນໄຫວວຽກງານປົກປັກຮັກສາປະເທດຊາດ ເພື່ອແນໃສ່ເຮັດໃຫ້ທິດສະດີວິທະຍາສາດຮັບໃຊ້ໃຫ້ແກ່ພຶດຕິກຳປະຕິວັດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ