ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລກປ່ຽນບົດຮຽນ ການສ້າງວາລະສານ ເອເລັກໂຕຣນິກ “ການຕ່າງປະເທດ”
ວາລະສານເອເລັກໂຕຣນິກ “ການຕ່າງປະເທດ”ຂອງກະຊວງການຕ່າງປະເທດ, ເຊິ່ງວາລະສານນີ້ແມ່ນຮັບຜິດຊອບການສ້າງໂດຍ: ກົມການຂ່າວ ຂອງກະຊວງການຕ່າງປະເທດ ໂດຍປະຕິບັດຕາມພາລະບົດບາດ ແລະຕາມທິດຊີ້ນຳຢ່າງໃກ້ຊິດຕິດແທດ ຂອງຄະນະນຳກະຊວງການຕ່າງປະເທດ, ຖືເປັນໜຶ່ງບາດກ້າວສຳຄັນຂອງການປະກອບສ່ວນພັດທະນາວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນຍຸກສະໄໝໃໝ່ທີ່ຖືກຕ້ອງ ແລະສອດຄ່ອງກັບສະພາບການຂອງໂລກໃນປັດຈຸບັນ ທີ່ກຳລັງມີການນໍາໃຊ້ເຕັກໂນໂລຊີທາງດ້ານຂໍ້ມູນຂ່າວສານ ດ້ວຍຫຼາຍຮູບການ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ການນຳສະເໜີຂໍ້ມູນຂ່າວສານຍິ່ງຕ້ອງມີຄວາມວ່ອງໄວ, ທັນສະໄໝ, ມີປະສິດທິພາບ ແລະປະສິດທິຜົນສູງ. ສະນັ້ນ, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ຈຶ່ງເຫັນໄດ້ຄວາມສຳຄັນ ແລະທິດທາງແຜນການຕໍ່ໜ້າໃນການສ້າງວາລະສານເອເລັກໂຕຣນິກ ຈຶ່ງໄດ້ນຳພາພະແນກວາລະສານ…
