ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ຄົບ ຮອບ 30 ປີ (27 ກຸມພາ 1995-27 ກຸມພາ 2025) ໄດ້ຈັດຂຶ້ນທີ່ສະໂມສອນຂອງ ສມປຊ ໃນວັນທີ 27 ກຸມພານີ້ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ; ມີສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ຈະເລີນ ເຢຍປາວເຮີ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ມີສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີສະຫາຍ ນາງ ລີວົງ ລາວລີ່ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງພາຍໃນ; ມີສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ; ມີບັນດາສະຫາຍຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ; ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ສະພາທິດສະດີສູນກາງພັກ, ກະຊວງສຶກສາທິການ ແລະ ກິລາ, ຄະນະອໍານວຍການ, ອາດີດຄະນະອໍານວຍການ, ພະນັກງານອາວຸໂສບໍານານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍຕາງໜ້າ ວິທະຍາຄານຕໍາຫຼວດປະຊາຊົນ, ວິທະຍາຄານສັນຕິບານປະຊາຊົນ, ເມືອງໄຊທານີ, ​ອໍານາດການປົກຄອງບ້ານທ່າງ່ອນ ພ້ອມດ້ວຍພະນັກງານຄູອາຈານ ແລະ ນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

         ໂດຍໄດ້ຮັບການມອບໝາຍຈາກນາຍົກລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ ເປັນຜູ້ດໍາເນີນພິທີປະດັບການຍ້ອງຍໍໃຫ້ກົມກອງລວມໝູ່, ພະນັກງານ-ລັດຖະກອນລວມ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ວິຊາສະເພາະ ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕະຫຼອດໄລຍະ 5 ປີ (2020-2025) ສໍາລັບບຸກຄົນ, 10 ປີ (2015-2025) ສໍາລັບການຈັດຕັ້ງ ແລະເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄົບຮອບ 30 ປີ (1995-2025) ໃນພິທີ ໄດ້ມີການປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ກົມກອງລວມໝູ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະຫຼຽນໄຊແຮງງານ ຊັ້ນ I ຈຳນວນ 17 ທ່ານ ຍິງ 7 ທ່ານ ແລະ 6 ກົມກອງ ໂດຍການເປັນກຽດມອບການຍ້ອງຍໍ ໂດຍທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຕໍ່ມາໄດ້ມີການປະດັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 22 ທ່ານ ຍິງ 5 ທ່ານ ແລະ 5 ກົມກອງ; ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 22 ທ່ານ ຍິງ 10 ທ່ານ ແລະ 1 ກົມກອງ; ຫຼຽນກາແຮງງານ ຈໍານວນ 52 ທ່ານ ຍິງ 24 ທ່ານ; ໃບຍ້ອງຍໍຂັ້ນລັດຖະບານ ຈໍານວນ 41 ທ່ານ ຍິງ 15 ທ່ານ; ໃບຍ້ອງຍໍຂັ້ນສະຖາບັນ ຈໍານວນ 27 ທ່ານ ຍິງ 21 ທ່ານ ໂດຍການເປັນກຽດຂຶ້ນມອບການຍ້ອງຍໍໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຕາງໜ້າລັດຖະບານ).

  ໃນພິທີ, ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນຜ່ານບົດສັນລະເສີນມູນເຊື້ອ 30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງໄດ້ໃຫ້ຮູ້ເຖິງການກຳເນີດ ແລະເຕີບໃຫຍ່ ຜ່ານ 6 ໄລຍະ ຄື: ໄລຍະທີ 1: ໄລຍະສ້າງຕັ້ງ “ໂຮງຮຽນສາມັກຄີ” ແລະ ມີທີ່ຕັ້ງຢູ່ດິນແດນຂອງ ສສ ຫວຽດນາມແຕ່ເດືອນມີນາ ປີ 1964 ເຖິງເດືອນ ກໍລະກົດ ປີ 1966; ໄລຍະທີ 2 “ໂຮງຮຽນສາມັກຄີ” ຍ້າຍທີ່ຕັ້ງຈາກດິນແດນຂອງ ສສ ຫວຽດນາມ ມາຕັ້ງຢູ່ເຂດປົດປ່ອຍຂອງລາວ (1966 – 1976); ໄລຍະທີ 3: ໄລຍະ “ໂຮງຮຽນການເມືອງ ຂອງສູນກາງພັກປະຊາຊົນລາວ” ຍ້າຍທີ່ຕັ້ງຈາກເຂດທີ່ໝັ້ນຂອງການປະຕິວັດມາຢູ່ນະຄອນຫຼວງວຽງຈັນ ໃນ ປີ 1976; ໄລຍະທີ 4: ໄລຍະທີ່ “ໂຮງຮຽນການເມືອງຂອງສູນກາງພັກ” ໄດ້ມີການປ່ຽນເປັນຊື່ຕ່າງໆ ແຕ່ເດືອນ 6 ປີ 1978 ເຖິງ ເດືອນ 12 ປີ 1985; ໄລຍະທີ 5: ໄລຍະທີ່ໂຮງຮຽນແຍກຕົວອອກຈາກລະບົບກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ອອກເປັນອົງການເອກະລາດຂຶ້ນກັບການຊີ້ນຳ-ນຳພາໂດຍກົງ ແລະ ຮອບດ້ານ ຂອງສູນກາງພັກ ແລະລັດຖະບານ ແຕ່ເດືອນ 1 ປີ 1986 ເຖິງ ເດືອນ 2 ປີ 1995; ໄລຍະທີ 6: ໄລຍະສ້າງຕັ້ງເປັນສະຖາບັນການເມືອງ ແລະ ການປົກຄອແຫ່ງຊາດ. ພ້ອມທັງໃຫ້ຮູ້ບາງຜົນງານ 30 ປີ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ກໍມີຫຼາຍອັນພົ້ນເດັ່ນ ທັງດ້ານການເມືອງ-ແນວຄິດ, ການພັດທະນາກົງຈັກການຈັດຕັ້ງ ແລະພະນັກງານ, ການຈັດຕັ້ງປະຕິບັດແຜນພັດທະນາຫຼັກສູດການຮຽນ-ການສອນ; ຊຶ່ງນັບແຕ່ປີ 1995 ມາເຖິງປັດຈຸບັນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ສ້າງ ແລະມີການປັບປຸງຫຼັກສູດໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງໃນແຕ່ລະໄລຍະ, ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນຕະຫຼອດໄລຍະ 30 ປີທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນລະບົບຕ່າງໆ ສັງລວມໂດຍສັງເຂບ ໄດ້ຄື: ຝຶກອົບຮົມໄລຍະສັ້ນ ຕາມຫົວຂໍ້ສະເພາະໄດ້ທັງໝົດ 699 ຄົນ ຍິງ 88 ຄົນ; ບໍາລຸງທິດສະດີການເມືອງຂັ້ນກາງໄດ້ 236 ທ່ານ ຍິງ 95 ທ່ານ; ທິດສະດີຂັ້ນສູງ 5 ເດືອນ ສໍາເລັດ ຈຳນວນ 31 ຊຸດ ມີຜູ້ເຂົ້າຮຽນ 2,033 ທ່ານ ຍິງ 311 ທ່ານ; ບຳລຸງທິດສະດີການເມືອງຂັ້ນສູງລະບົບ 9 ເດືອນຈຳນວນ 7 ຊຸດມີຜູ້ເຂົ້າຮຽນ 386 ທ່ານ ຍິງ 92 ທ່ານ. ພ້ອມນີ້, ໄດ້ສໍາເລັດລະບົບອະນຸປະລິນຍາ 2 ປີຈໍານວນ 19 ຊຸດມີຜູ້ເຂົ້າຮຽນ 1.166 ທ່ານ ຍິງ 251 ທ່ານ; ລະບົບປະລິນຍາຕີ 4 ປີ ຈຳນວນ 25 ຊຸດມີ ຜູ້ເຂົ້າຮຽນ 1.998 ທ່ານ ຍິງ 382 ທ່ານ; ລະບົບປະລິນຍາຕີເຊື່ອມຕໍ່ 2 ປີ 13 ຊຸດ ມີຜູ້ເຂົ້າຮຽນ 384 ທ່ານ ຍິງ 97 ທ່ານ;  ລະບົບປະລິນຍາຕີຮັບໃຊ້ການນຳ 6 ຊຸດ ມີ ຜູ້ເຂົ້າຮຽນ 143 ທ່ານ ຍິງ 19 ທ່ານ; ລະບົບປະລິນຍາໂທໄດ້ 20 ຊຸດ ມີຜູ້ເຂົ້າຮຽນ 1.350 ທ່ານ ຍິງ 291 ທ່ານ; ລະບົບປະລິນຍາໂທຮັບໃຊ້ການນຳ 6 ຊຸດ ມີຜູ້ເຂົ້າຮຽນ 122 ທ່ານ, ຍິງ 20 ທ່ານ.

ພ້ອມນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປັບປຸງຫຼັກສູດ ແລະສ້າງກົນໄກເຄື່ອນໄຫວປະສານກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງທົ່ວປະເທດ ດໍາເນີນການຮຽນ-ການສອນໃນລະບົບຝຶກອົບຮົມ, ລະບົບບຳລຸງ, ລະບົບກໍ່ສ້າງຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງຕ່າງໆ; ມາຮອດປີ 2025 ຈັດຕັ້ງໄດ້ 672 ຊຸດ; ປະສານສົມທົບກັບບັນດາກະຊວງ ແລະອົງການຈັດຕັ້ງພັກ-ລັດ ໄດ້ເອົາໃຈໃສ່ຍົກລະ ດັບທາງດ້ານທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະແນວທາງການເມືອງຂອງພັກ ໃຫ້ພະນັກງານ ສະມາຊິກພັກ ຂອງບັນດາກະຊວງອົງການ ໄດ້ຈໍານວນຫຼາຍສົມຄວນ: ສາມາດຈັດຕັ້ງຝຶກອົບຮົມລະບົບ 45 ໄດ້ທັງໝົດ 278 ຊຸດ, ມີຜູ້ເຂົ້າເຝິກອົບຮົມທັງໝົດ 18.478 ທ່ານ ຍິງ 6.774 ທ່ານ, ຂັ້ນຕົ້ນ ລະບົບ 3 ເດືອນໄດ້ 20 ຊຸດມີ ຜູ້ເຂົ້າເຝິກອົບຮົມ 787 ທ່ານ ຍິງ 357 ທ່ານ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານການຄົ້ນຄວ້າວິທະຍາສາດ ໂດຍສະຖາບັນຖືເອົາການຄົ້ນຄວ້າທິດສະດີ ແລະພຶດຕິກຳຕິດພັນກັບການຮຽນ-ການສອນ ແລະການຜັນຂະຫຍາຍແນວທາງຂອງພັກ-ນະໂຍບາຍ ຂອງລັດ ເປັນເປົ້າໝາຍຂອງການຄົ້ນຄວ້າວິທະຍາສາດຂອງຕົນ; ສຸມໃສ່ສ້າງປື້ມແບບຮຽນໃຫ້ນັບມື້ນັບອຸດົມສົມບຸນ ແລະສອດຄ່ອງກັບສະພາບຕົວຈິງຂອງປະເທດພວກເຮົາຫຼາຍຂຶ້ນ; ສະຖາບັນ ໄດ້ເປັນເຈົ້າການຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສາມາດດໍາເນີນການຄົ້ນຄວ້າສໍາເລັດຫຼາຍຫົວຂໍ້; ພິເສດແມ່ນສາມາດນໍາເອົາເນື້ອໃນແນວຄິດໄກສອນ ພົມວິຫານ ເຂົ້າໃນຫຼັກສູດການຮຽນການສອນໃນລະບົບໂຮງຮຽນພັກ; ເປັນເຈົ້າການເຂົ້າຮ່ວມຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ການສ້າງ 9 ປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ, 40 ປີການດຳເນີນພາລະກິດປ່ຽນແປງໃໝ່ ເຂົ້າຮ່ວມການກະກຽມສະເຫຼີມສະຫຼອງສາມວັນປະຫັວດສາດ ແລະເຂົ້າຮ່ວມກະ ກຽມເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ;​ ເຂົ້າຮ່ວມການຄົ້ນຄວ້າວິທະຍາສາດລະດັບຊາດ ແລະ ສາກົນຫຼາຍຂຶ້ນ; ພົ້ນເດັ່ນແມ່ນໄດ້ຮ່ວມກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແປປຶ້ມນິພົນເລືອກເຟັ້ນ ກ.ມາກ, ຟ.ອັງແກນ, ວ.ອ ເລນິນ ແລະ ໂຮ່ຈີມິນ, ແປນິພົນຄົບຊຸດໂຮ່ຈີມິນ ຈາກພາສາຫວຽດນາມ ມາເປັນພາສາລາວ. ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການການພັດທະນາພື້ນຖານໂຄງລ່າງ ຊຶ່ງໄດ້ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃຫ້ນັບມື້ນັບສະດວກ ແລະ ທັນສະໄໝ; ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວພົວພັນຮ່ວມມືກັບຕ່າງປະເທດ ຊຶ່ງໄດ້ເອົາໃຈໃສ່ຍົກລະດັບການພົວພັນ ແລະ ຮ່ວມມືກັບສະຖາບັນເພື່ອນມິດ ທັງລວງກວ້າງ ແລະ ລວງເລິກ; ໄດ້ຫັນປ່ຽນຮູບການເຊີນຊ່ຽວຊານຕ່າງປະເທດມາສິດສອນແຕ່ລະວິຊາ ໄປສູ່ຮູບແບບແລກປ່ຽນບົດຮຽນບາງບັນຫາ ແລະຍາດແຍ່ງການລົງທຶນກໍ່ສ້າງພື້ນຖານໃຫ້ມີຄວາມທັນສະໄໝ, ສະຖາບັນໄດ້ຂະຫຍາຍການພົວພັນຮ່ວມມືກັບສະຖາບັນການເມືອງແຫ່ງຊາດໂຮ່ຈີິມິນ, ສະຖາບັນບັນດິດສິທະຍາສາດສັງຄົມຫວຽດນາມ, ໂຮງຮຽນພັກສູນກາງ ພັກກອມມູນິດຈີນ; ມີໂຄງການຮ່ວມມືກັບປະເທດຕ່າງໆ ເຊັ່ນ: ອົດສະຕາລີ, ຝະລັ່ງ, ເຢຍລະມັນ, ເກົາຫຼີໃຕ້… ເຊິ່ງເປັນໂຄງການທີ່ຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານວິຊາການ.

         ໂອກາດນີ້, ສະຫາຍ ທອງລຸນ ສີສຸດລິດ ໄດ້ຕາງໜ້າສູນກາງພັກ ຂໍສະແດງຊົມເຊີຍຕໍ່ຜົນສຳເລັດດັ່ງກ່າວ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໄດ້ເນັ້ນບາງວຽກງານສຳຄັນ ເຊັ່ນ:

         ໜຶ່ງ, ປ່ຽນແປງໃໝ່ຢ່າງເລິກເຊິ່ງຮອບດ້ານວຽກງານກໍ່ສ້າງ, ບໍາລຸງພະນັກງານ ຕາມທິດນໍາທີ່ວ່າ “ເອົາຜູ້ຮຽນເປັນໃຈກາງ, ໂຮງຮຽນເປັນພື້ນຖານ, ຄູ-ອາຈານເປັນແຮງພັກດັນ” ຊຶ່ງຕ້ອງເດັດດ່ຽວແກ້ໄຂສະພາບການຄ້ານຮຽນ, ບໍ່ຢາກຮຽນທິດສະດີ, ຮຽນແບບຜິວເຜີນ, ພໍແຕ່ແລ້ວ; ໃຫ້ຄວາມສໍາຄັນວຽກງານສຶກສາອົບຮົມດ້ານການເມືອງແນວຄິດ, ຍົກລະດັບຄຸນສົມບັດສິນທໍາປະຕິວັດ, ອຸດົມການ, ລະດັບ, ຄວາມສາມາດການນໍາພາ-ຄຸ້ມຄອງ ໃຫ້ແກ່ຜູ້ຮຽນ; ເອົາທິດສະດີຕິດພັນກັບພຶດຕິກຳ, ການບໍາລຸງ, ກໍ່ສ້າງພະນັກງານ ຢູ່ສະຖາບັນ ຕ້ອງຕິດພັນກັບການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ສ້າງໃຫ້ໄດ້ແຫຼ່ງ ພະນັກງານການນໍາພາ, ຄຸ້ມຄອງທີ່ມີຄວາມຮູ້ຄວາມສາມາດ.

         ສອງ, ສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ ວຽກງານຄົ້ນຄວ້າວິທະຍສາດ, ປະສານສົມທົບຢ່າງສະໜິດ ແໜ້ນ ລະຫວ່າງການຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳ. ທິດສະດີ ມີບົດບາດສໍາຄັນທີ່ສຸດ ຕໍ່ກັບການພັດທະນາໃນຍຸກສະໄໝໃໝ່ ຊຶ່ງຕ້ອງຮັບຮູ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການສູງສຸດ ຂອງການຄົ້ນຄວ້າວິທະຍາສາດ, ຄົ້ນຄວ້າທິດສະດີ ທີ່ສະຖາບັນຕ້ອງບັນລຸ ແມ່ນປັບປຸງບັນດາສະຖາບັນ, ໂຮງຮຽນການເມືອງ-ການປົກຄອງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈ ເພື່ອໃຫ້ສາມາດນໍາເຂົ້າສູ່ການນຳໃຊ້ ຢ່າງມີປະສິດ ທິພາບ, ປະສິດທິຜົນ ຢ່າງແທ້ຈິງ ແລະທັນຍຸກທັນສະໄໝ.

         ສາມ, ຕ້ອງເດັດດ່ຽວສ້າງສະຖາບັນໃຫ້ກາຍເປັນຕົວແບບໃນວຽກງານສ້າງຕັ້ງພັກ, ເປັນຕົວແບບໃນການຮັກສາລະບຽບວິໄນຂອງໂຮງຮຽນ, ລະບຽບວິໄນໃນການຮຽນ “ສອນດີສອນເກັ່ງ, ນັກຮຽນເກັ່ງວິໄນດີ”, ສ້າງໃຫ້ສະຖາບັນກາຍເປັນບ່ອນ “ບົ່ມເຜາະອຸດົມການອັນດີງາມຂອງນັກກອມມູນິດ, ເປັນເບົ້າຫຼອມເຫຼັກກ້າຂອງພັກ”.

         ສີ່, ສໍາລັບບັນດາສະຫາຍນັກສຶກສາ ທີ່ມາຮຽນຢູ່ສະຖາບັນ ຕ້ອງເຊື່ອມຊຶມ ແລະໜ້າທີ່ການເມືອງຂອງພວກສະຫາຍ, ພວກສະຫາຍຕ້ອງຮັບຮູ້ໄດ້ ເຖິງຄວາມຮັບຜິດຊອບ ແລະໜ້າທີ່ ຂອງຕົນເອງ ຕໍ່ພັກ, ຕໍ່ລັດ ແລະປະຊາຊົນ; ຮູ້ໄດ້ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດ, ການກໍ່ ສ້າງພັກ ໃຫ້ປອດໃສເຂັ້ມແຂງ ໜັກ ແໜ້ນ, ສ້າງໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ສີວິໄລ ແລະຍຸຕິທໍາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

    ພາບ: ພະແນກຄົ້ນຄວ້າວິໄຈຂ່າວ ສມປຊ

                                                                      ຂ່າວ: ປທ ວຽງສະຫວັນ ຈັນທະວີໄຊ