ໃນວັນທີ 14 ກຸມພາ 2025 ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຈັດຕັ້ງພິທີເປິດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ III ແລະ ຂັ້ນຕົ້ນຮຸ່ນທີ IV ຢູ່ທີ່ຫໍປະຊຸມໃຫຍ່ ຂອງແຂວງໄຊຍະບູລີ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ອາເມຊົງ ເຢຍເລັງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີສະຫາຍ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ, ພ້ອມດ້ວຍແຂກທີ່ຖືກເຊີນ ຈາກບັນດາພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານຄູອາຈານ ແລະນັກສຶກສາ ທັງສອງຮຸ່ນ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງຮຽນການເມືອງ ແລະ ການ ປົກຄອງແຂວງໄຊຍະບູລີ ກໍໄດ້ຜ່ານບົດໂຄງການເປີດຊຸດຮຽນທິດສະດີ ມີທ່ານ ບຸນຍອງ ອາລີລັກ ຮອງຫົວໜ້າໂຮງຮຽນການ ເມືອງ ກໍໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອານຸມັດເປີດຊຸດຮຽນ ຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ IV ຂຶ້ນ.
ໂຄງການເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ເລີ່ມປະຕິບັດນັບແຕ່ວັນ 17 ກຸມພາ ປີ 2025 ຫາ 17 ກໍລະກົດ 2025 ກຳນົດເວລາ 6 ເດືອນຫຼືເທົ່າກັບ 29 ອາທິດຫຼື 145 ວັນພັກພາກຮຽນ 7 ວັນ ແລະລົງເກັບຂໍ້ມູນຂຽນບົດປະເມີນຈົບຂັ້ນ 7 ວັນຈະໃຊ້ເວລາຮຽນ 103 ວັນເທົ່າກັບ 720 ຊົ່ວໂມງລວມທັງເວລາເສັງ ແລະຂຽນບົດຈົບຂັ້ນ. ເນື້ອໃນຫຼັກສູດທິດສະດີການເມືອງ ຂັ້ນກາງ ປະກອບ 7 ກຸ່ມວິຊາ ມີ 94 ບົດສອນ, ວິຊາຮຽນ ແບ່ງອອກເປັນ 7 ກຸ່ມວິຊາ ຄື: ກຸ່ມວິຊາປັດຊາຍາມາກ-ເລນິນ ແລະວັດທະນະທຳ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ພົວພັນສາກົນ, ສັງຄົມສາດ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ກຸ່ມວິຊາແນວຄິດໄກສອນ ພົມວິຫານ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ; ກຸ່ມວິຊາບັງຄັບ ແລະ ຂໍ້ລາຍງານເພີ່ມ.
ໂຄງການເປີດຊຸດຮຽນທິດສະດີ ຂັ້ນຕົ້ນ ຮຸ່ນທີ IV ເລີ່ມປະຕິບັດນັບແຕ່ວັນທີ 17 ກຸມພາ 2025 ຫາວັນທີ 17 ພຶດສະພາ 2025 ກຳນົດເວລາ 3 ເດືອນ ຫຼືເທົ່າ 14 ອາທິດ ຫຼື 70 ວັນຮຽນຕົວຈິງ 60 ວັນ ເທົ່າກັບ 420 ຊົ່ວໂມງລວມທັງເວລາສອບ ແລະຂຽນບົດປະເມີນຈົບຂັ້ນ. ເນື້ອໃນຫຼັກສູດທິດສະດີການເມືອງ ຂັ້ນຕົ້ນ ປະກອບມີ 7 ກຸ່ມວິຊາ ມີ 47 ບົດສອນ, ວິຊາຮຽນ ແບ່ງອອກເປັນ 7 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ; ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະ ສັງຄົມສາດ; ກຸ່ມວິຊາແນວຄິດໄກສອນ ພົມວິຫານ; ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫັວດສາດພັກ ແລະ ກໍ່ສ້າງພັກ; ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ.
ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ອາເມຊົງ ເຍ້ຍເລງ ກໍໄດ້ມີຄຳເຫັນວ່າໃນໂອກາດທີ່ມີຄວາມ ໝາຍຄວາມສຳຄັນນີ້ ເພື່ອເຮັດໃຫ້ຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ IVດຳເນີນໄປເປັນປົກກະຕິ ແລະຕໍ່ເນື່ອງ ດັ່ງນີ້: ຄະນະໂຮງຮຽນ ແລະຄະນະຮັບຜິດຊອບຊຸດຮຽນ ຕ້ອງເອົາໃຈໃສ່ຊີ່ນຳຢ່າງໄກ້ສິດ, ທັນການ ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ ມີກົນໄກການປະສານງານທີ່ເປັນລະບົບ ລະຫວ່າງໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ ກັບສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຜົນສຳເລັດຂອງການຮຽນ ສ່ວນໜຶ່ງທີ່ສຳຄັນແມ່ນຂຶ້ນກັບປະລິມານ ແລະຄຸນນະພາບ ຂອງຖັນແຖວຄູອາຈານ ເປັນຕົ້ນຕ້ອງເອົາໃຈໃສ່ໃນຂອດການສິດສອນ, ນຳໃຊ້ວິທີການສິດສອນແບບໃໝ່ຖືນັກຮຽນເປັນໃຈກາງ.

ພາບ/ຂ່າວ: ທ. ວັດທະນາ ພັນລັກ
ບັນນາໂດຍ: ປທ ວຽງສະຫວັນ ຈັນທະວີໄຊ