ໃນຕອນເຊົ້າຂອງວັນທີ 28 ຕຸລາ 2026 ທີ່ຜ່ານມາ, ຄະນະຮັບຜິດຊອບສ້າງວີດີໂອສະເຫຼີມສະຫຼອງ ວາລະສານ ທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ ນຳພາໂດຍ ທ່ານ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພ້ອມດ້ວຍຄະນະ ແລະ ທີມງານຖ່າຍທຳ ໄດ້ເຂົ້າຖ່າຍທຳ ແລະ ສຳພາດ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທີ່ກະຊວງສຶກສາທິການ ແລະ ກິລາ ເນື່ອງ ຈາກໃນເມື່ອກ່ອນ ທ່ານເຄີຍເປັນອະດີດຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນຳພາ-ຊີ້ນຳວຽກງານວາລະສານ ທິດສະດີການເມືອງ-ການປົກຄອງ.

ການສຳພາດໃນຄັ້ງນີ້ ມີຈຸດປະສົງເພື່ອເກັບກຳເນື້ອໃນປະຫວັດສາດ, ຜົນງານການເຄື່ອນໄຫວ ແລະ ບົດບາດຄວາມສຳຄັນ ຂອງວາລະສານ ທິດສະດີການເມືອງ-ການປົກຄອງ ຕະຫຼອດໄລຍະ 30 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ໂດຍໃນມູມມອງດ້ານການເມືອງ, ການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ ຂອງ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ຄຳເຫັນ ແລະ ໃຫ້ທັດສະນະອັນຊົງຄຸນຄ່າ ກ່ຽວກັບບົດບາດ ຂອງວາລະສານໃນການກໍ່ສ້າງ ແລະ ບຳລຸງພະນັກງານນຳພາ-ຄຸ້ມຄອງ, ຄວາມໂດດເດັ່ນ ແລະ ການຍອມຮັບ ຂອງສັງຄົມ ແລະທັດສະນະ, ວິໄສທັດໃນໂອກາດຄົບຮອບ 30 ປີ.
ການຖ່າຍທຳສຳພາດໃນຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການສັງລວມ ຂໍ້ມູນຫຼັກຖານທາງປະຫວັດສາດ ແລະ ທາງການເມືອງ ໃຫ້ແກ່ການຜະລິດສື່ວີດີໂອສະເຫຼີມສະຫຼອງ ວາລະສານ ທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ ທີ່ຈະສະແດງໃຫ້ເຫັນເຖິງຜົນງານອັນສະຫງ່າລາສີ ຂອງວາລະສານ ທິດສະດີການເມືອງ-ການປົກຄອງ ຕະຫຼອດໄລຍະ 3 ທົດສະວັດທີ່ຜ່ານມາ.
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
